ການ​ພົວ​ພັນ​ຍີ່​ປຸ່ນ​ຈີນ​ຕ້ອງ​ການ​ໃຫ້​ມີ​ການ​ສ້າງ​ສາ​ຄືນ​ໃໝ່​--​ສຳ​ພາດ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຍີ່​ປຸ່ນ​ຈີນ​ຂອງ​ໂຕ​ກຽວ

(GMT+08:00) 2012-10-25 16:23:13     cri

ຫວ່າງ​ບໍ່​ດົນ​ມາ​ນີ້,ທ່ານ​ໂທ​ຄູ​ອີ​ຊີ​ໂຣ ຢູຊຸ​ໂນະ​ມິ​ຢະ,ປະທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຍີ່​ປຸ່ນ​ຈີນ​ຂອງ​ໂຕ​ກຽວ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​CRI​ວ່າ,​ທ່ານ​ຮູ້​ສຶກ​ມີ​ຄວາມ​ເປັນ​ຫ່ວງ​ຫຼາຍ​ຕໍ່​ສະ​ພາບ​ປະ​ຈຸ​ບັນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ.​ທ່ານ​ກ່າວ​ວ່າ:​"ເນື່ອງ​ໃນ​ໂອ​ກາດ​ທີ່ລະ​ລຶກ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຍີ່​ປຸ່ນ​ຈີນ​ຫັນ​ເປັນ​ປົກ​ກະ​ຕິ​ຄົບ​ຮອບ​40​ປີ,​ຕາມ​ປົກ​ກະ​ຕິ,​ຄວນ​ແມ່ນ​ເວລາ​ທີ່​ສ້າງ​ບັນ​ຍາ​ກາດ​ທີ່​ມີ​ໄມຕີ​ຈິດ​ມິດ​ຕະ​ພາບ.​ຍ້ອນ​ວ່າ​ມີ​ຄວາມ​ພະ​ຍາ​ຍາມ​ເປັນ​ເວ​ລາ​40​ປີ,​ການ​ພົວ​ພັນ​ລະ​ຫວ່າງ​ຍີ່​ປຸ່ນ​ກັບ​ຈີນ​ຈຶ່ງ​ຄ່ອຍໆ​ດີ​ຂຶ້ນ,​ປະ​ຊາ​ຊົນ​ສອງ​ປະ​ເທດ​ກໍ່​ມີ​ຄວາມ​ຜາ​ສຸກ​ຂຶ້ນ.​ໃນ​ປີ​ນີ້,​ໃນ​ຖາ​ນະ​ເປັນ​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ,​ຕາມ​ແຜນ​ການ​ເດີມ,​ພວກ​ເຮົາ​ຄວນ​ຈັດ​ກິດ​ຈະ​ກຳ​ຕ່າງໆ,​ຜ່ານ​ການ​ເພີ່ມ​ການ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ,​ສ້າງ​ບັນ​ຍາ​ກາດ​ທີ່​ດີ​ໃຫ້​ແກ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ອະ​ນາ​ຄົດ,​ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ.​ແຕ່​ໃນ​ຂະນະ​ທີ່​ພວກ​ເຮົາ​ທຳ​ຄວາມ​ພະ​ຍາ​ຍາມ​ຄື​ແນວ​ນີ້,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ເກີດ​ການ​ປ່ຽນ​ແປງ​ຄື​ປະຈຸ​ບັນ​ນີ້,​ເປັນ​ໜ້າ​ເສຍ​ດາຍ​ທີ່​ສຸດ,​​ແລະ​ໜ້າ​ເປັນ​ຫ່ວງ​ທີ່​ສຸດ.​"

ກ່ຽວ​ກັບ​ສາ​ເຫດ​ທີ່​ເຮັດ​ໃຫ້​ການ​ພົວ​ພັນ​ຍີ່​ປຸ່ນ​ຈີນ​ຕົກ​ຢູ່​ສະ​ພາບ​ທີ່​ບໍ່​ດີ,​ທ່ານ​ໂທ​ຄູ​ອີ​ຊີ​ໂຣ ຢູຊຸ​ໂນະ​ມິ​ຢະ​ເຫັນ​ວ່າ: "ແນ່​ນອນ​ແລ້ວ,​ຍ້ອນ​ເຈົ້າ​ຄອງ​ນະ​ຄອນ​ຫຼວງ​ໂຕ​ກຽວ​ມີ​ການ​ກະ​ທຳ​ທີ່​ຜິດ​ພາດ,​ຈຶ່ງ​ເຮັດ​ໃຫ້​ກິດ​ຈະ​ກຳ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຂອງ​ໂຕ​ກຽວ​ຈຳ​ເປັນ​ຕ້ອງ​ຢຸດ​ສະ​ງັກ.​ໃນ​ຖາ​ນະ​ເປັນ​ສະ​ມາ​ຄົມ​ມິດ​ຕະ​ພາບ,​ພວກ​ເຮົາ​ຮູ້​ສຶກ​ເສຍ​ດາຍ​ທີ່​ສຸດ.​ກິດ​ຈະ​ກຳ​ແລກ​ປ່ຽນ​ຂະ​ໜາດ​ໃຫຍ່​ໄດ້​ຖືກ​ຍົກ​ເລີກ​ແລ້ວ,​ກໍ່​ບໍ່​ສາ​ມາດ​ຕ້ອນ​ຮັບ​ຄະ​ນະ​ຜູ່​ແທນ​ຈີນ​ມາ​ຢ້ຽມ​ຢາມ,​ພວກ​ເດັກ​ນ້ອຍ​ທີ່​ມີ​ຄວາມ​ຄອງ​ຄອຍ​ມາ​ເປັນ​ເວລາ​ດົນ​ນານ​ຍິ່ງ​ຮູ້​ສຶກ​ເສຍ​ໃຈ​ຫຼາຍ.​ຍ້ອນ​ຫຍັງ​ລັດ​ຖະ​ບານ​ຍີ່​ປຸ່ນ​ຈຶ່ງ​ດຳ​ເນີນ​ການ​ຊື້​ເກາະ,​ຂ້ອຍ​ມີ​ຄວາມ​ສົງ​ໄສ​ຫຼາຍ,​ຂ້ອຍ​ເຫັນ​ວ່າ,​ການ​ກະ​ທຳ​ຄື​ແນວ​ນີ້​ເປັນ​ການ​ກະ​ທຳ​ທີ່​ແມ່ນ​ຜິດ​ພາດ​ຢ່າງ​ໃຫຍ່​ຫຼວງ."

ກ່ຽວ​ກັບ​ການ​ເຮັດ​ແນວ​ໃດ​ຈຶ່ງ​ສາມາດ​ປົວ​ແປງ​ສະພາບ​ປະ​ຈຸ​ບັນ​ລະ​ຫວ່າງ​ຍີ່​ປຸ່ນ​ກັບ​ຈີນ​ໃຫ້​ດີ​ຂຶ້ນ​ນັ້ນ,​ທ່ານ​ໂທ​ຄູ​ອີ​ຊີ​ໂຣ ຢູ​ຊຸ​ໂນະ​ມິ​ຢະ​ຊີ້​ອອກ​ວ່າ,​ການ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ຍັງ​ແມ່ນ​ພື້ນ​ຖານ​ແຫ່ງ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ,​ສ່ວນ​ການ​ປັບ​ປຸງ​ສະ​ພາບ​ທີ່​ເປັນ​ຢູ່​ໃນ​ປະ​ຈຸ​ບັນ​ນັ້ນ,​ມັນ​ຮຽກ​ຮ້ອງ​ເຖິງ​ຄວາມ​ພະ​ຍາ​ຍາມ​ດ້ານ​ການ​ເມືອງ.