ຫົວໜ້າຜູ້​ຊ່ຽວຊານ​ການ​ຄ້າ​ອາ​ຊຽນຂອງ​ຈີນ​ໃຫ້​ຄຳ​ອະ​ທິ​ບາຍ​ຄວາມ​ໝາຍ​ຫຼາຍ​ດ້ານ​ໃນ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ຂອງ​ລາວ

(GMT+08:00) 2012-10-26 15:25:55     cri
ລາວ​ຈະ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຫຼືWTO​ໃນ​ວັນ​ທີ26​ຕຸລາ​ນີ້,​ແລະ​ກາຍ​ເປັນ​ສະມາຊິກ​ທີ158​ຂອງ​ອົງການWTO.ທ່ານ​ສູ​ນິງໆ ຫົວໜ້າ​ຜູ້​ຊ່ຽວຊານ​ການ​ຄ້າ​ອາ​ຊຽນຂອງ​ຈີນ,ຮອງ​ເລ​ຂາ​ທິການ​ຝ່າຍ​ຈີນ​ຂອງສະພາມົນຕີ​ການ​ຄ້າ​ຈີນ-ອາ​ຊຽນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນຫຼືCRI​ໃນ​ວັນ​ທີ25​ຕຸລາ​ນີ້ ​ວ່າ:ລາວ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ບໍ່​ພຽງ​ແຕ່​ຈະ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ລາວ​​ເທົ່າ​ນັ້ນ,​ເວົ້າສຳລັບ​ການ​ສ້າງ​ເສດ​ຖະ​ກິດ​ອາ​ຊຽນ​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ​ແລະ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ລາວ​ແລ້ວ​ກໍ່​ມີ​ຄວາມ​ໝາຍ​ສຳຄັນ​ເຊັ່ນ​ກັນ.

ມີ​ທັດສະ​ນະ​ອັນ​ໜຶ່ງ​ເຫັນ​ວ່າ,ລາວ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ແມ່ນ​ມີ​ຄວາມ​ໝາຍ​ທາງ​ດ້ານ​ການ​ເມືອງ​ຫຼາຍ​ກວ່າ​ຄວາມ​ໝາຍ​ທາງ​ດ້ານ​ເສດຖະກິດ.ທ່ານ​ສູ​ນິງໆ​ຊີ້​ອອກ​ວ່າ:ທັດສະນະ​ແນວ​ນີ້​ແນວ​ຄິດ​ທີ່​ບໍ່​ຮອບ​ຄອບ,ທ່ານກ່າວ​ວ່າ:

"ລາວ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ມີ​ຜົນ​ດີ​ຕໍ່​ລາວ​ໃນ​ການ​ເປີດ​ປະຕູ​ສູ່​ພາຍນອກ​ຢ່າງຮອບດ້ານ​ແລະ​ກ້າວ​ສູ່​ລວງ​ເລິກ​ຫຼາຍ​ກວ່າ​ເກົ່າ,ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ລາວ​ກໍ່​ຄື​ລາວ​ຈະ​ເສີມ​ຂະຫຍາຍ​ບົດບາດ​ວຽກ​ງານ​ຂອງ​ຕົນຢູ່​ໃນ​ພາກ​ພື້ນຫຼາຍ​ກວ່າ​ເກົ່າ​,ສະ​ນັ້ນ​ຈິ່ງ​ບໍ່​ສາມາດ​ເວົ້າ​​ແບບ​ງ່າຍໆ​ໄດ້​ວ່າ​ລາວ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ມີ​ຄວາມ​ໝາຍ​ທາງ​ດ້ານ​ການ​ເມືອງ​ຫຼາຍ​ກວ່າ​ຄວາມ​ໝາຍ​ທາງ​ດ້ານ​ເສດ​ຖະກິດ."

ສຳນັກງາ​ນອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ລາວ​ກ່າວ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ,ລາວ​ແມ່ນ​ໜຶ່ງ​ໃນ10​ປະ​ເທດ​ທີ່​ນຳ​ໜ້າ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ໂລກ​ໃນ​ປະຈຸ​ບັນ,​ເສດ​ຖະ​ກິດ​ແລະ​ສັງຄົມ​ລາວ​ໄດ້​ມີ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ.​ນັບແຕ່​ປີ2001​ຫາ​ປີ2011,​ລວມ​ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຂອງປະ​ເທດ​ລາວ​ໄດ້​ເພີ່ມ​ຂຶ້ນ​ເປັນ2​ເທົ່າ​ຕົວ,ການ​ເຕີບ​ໃຫ່ຍ​ຂະ​ຫຍາຍ​ຕົວ​ດ້ານ​ເສດ​ຖະ​ກິດ​ປະ​ຈຳ​ປີ​ສະ​ເລ່ຍ​ແລ້ວ​ຢູ່​ໃນ​ລະ​ດັບ​ຫຼາຍ​ກວ່າ​7%​ໃນ​ໄລ​ຍະ​ເວ​ລາ​ດຽວ​ກັນ. ​ປະ​ເທດ​ລາວ​ຍັງ​ສາ​ມາດ​ບັນ​ລຸ​ຄາດ​ໝາຍ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ເພື່ອ​ການ​ພັດ​ທະ​ນາ​ເຊັ່ນ:​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້​ໄດ້​ພາຍ​ໃນ​ປີ 2015.​ກ່ອນ​ໜ້າ​ທີ່​ທ່ານ​ສູ​ນິງໆ​​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ​ມື້​ໜຶ່ງ,​ທ່ານ​ຫາ​ກໍ່​ກັບ​ຄືນ​ປະ​ເທດ​ຈີນ​ພາຍ​ຫຼັງ​ໄດ້ສຳ​ເລັດ​ການ​ໄປ​ທັດສະນະ​ສຶກສາ​ຢູ່​ເຂດ​ເສດຖະ​ກິດ​ບໍ່​ເຕັນ​ຂອງ​ລາວ​ໂດຍ​​ໄດ້​ສຳຜັດ​ຕົວ​ຈິງ​ກັບການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ລາວທີ່​ໄດ້​ຊຸກ​ຍູ້​ການ​ພັດທະນາ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ຕົວ​ຂອງ​ທ່ານ​ເອງ.​ທ່ານ​ກ່າວ​ວ່າ:

"​ໃນ​ສົກ​ງົບປະມານ​ຜ່ານ​ມາ,ການ​ເຕີບ​ໂຕ​ທາງ​ດ້ານGDPຂອງ​ລາວ​ແມ່ນ8,5%ຊຶ່ງ​ເປັນ​ຕົວ​ເລກສູງ​ສຸດ​ໃນ​ພາກ​ພື້ນ​ອາຊີ​ອາຄະ​ເນ,ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ່​​ເຖິງ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ຂອງ​ລາວໃນ​ການ​ພັດທະນາ​ເສດຖະກິດ​ແບບ​ໄຂ​ປະຕູ​ສູ່​ພາຍ​ນອກ"

ທ່ານ​ສູ​ນິງໆ​ຍັງ​ກ່າວ​ວ່າ:​ເຖິງ​ຈະ​ໄດ້​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ​ກໍ່ຕາມ,​ແຕ່​ເຊື່ອ​ໝັ້ນ​ວ່າ​ລາວ​ກໍ່​ຄື​ກັນ​ກັບປະ​ເທດ​ອື່ນໆ​ໃນ​ອາ​ຊຽນທີ່​ໄດ້​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ມາ​ແລ້ວ​ນັ້ນ​ຈະ​ສາມາດ​ຜ່ານ​ຜ່າ​ຂະ​ບວນການ​ຈາກ​ຄວາມ​ຂັດຂ້ອງ​ໝອງໃຈ​ໃນ​ເວລາ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ກາ​ນການ​ຄ້າ​ໂລກກາຍ​ມາ​ເປັນ​ການ​ໄດ້​ຮັບ​ຜົນສຳ​ເລັດ​ຍ້ອນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ.ທ່ານ​ກ່າວ​ວ່າ:

"ການພັດທະນາ​ທາງ​ດ້ານ​ເສດຖະກິດ​ຂອງຫວຽດນາມ​ແລະ​ກຳປູ​ເຈຍ​ແມ່ນຢູ່​ໃນ​ລະດັບ​ອັນ​ດຽວ​ກັນ​ກັບ​ລາວ,ທຳ​ອິດ,​ເຂົາ​ເຈົ້າ​ກໍ່​ມີ​ຄວາມ​​ເປັນ​ຫ່ວງ​ຄື​ແນວ​ນີ້​ເຊັ່ນ​ກັນ,​ໂດຍ​ສະ​ເພາະ​ແມ່ນ​ຫວຽດນາມ​ໃນ​ຖານະ​ເປັນ​ປະ​ເທດ​ສັງຄົມ​ນິຍົມ,​ເປັນ​ຫ່ວງທີ່​ສຸດ​ວ່າ​ລະບົບ​ເສ​ດຖະກິດ​ຂອງ​ປະ​ເທດ​ຕົນ​ບໍ່​ສາມາດ​ສອດຄ່ອງ​ກັບ​ລະບຽບ​ການ​ໃໝ່​ຂອງ​ເສດຖະກິດ​ໂລກ,​ໂດຍ​ສະ​ເພາະ​ແມ່ນ​ຢ້ານ​ວ່າ​ອຸດສາຫະກຳ​ຂອງ​ປະ​ເທດ​ຕົນຈະ​ບໍ່​ສາມາດ​ແຂ່ງ​ຂັນກັບ​ບໍລິສັດ​ຂ້າມ​ຊາດ​ໄດ້.​ແຕ່​ພຶດຕິ​ກຳ​ຕົວ​ຈິງ​ໄດ້​ຢັ້ງຢືນ​ແລ້ວ​ວ່າ,ຫວຽດນາມ​ແລະ​ກຳປູ​ເຈຍ​ລ້ວນ​ແຕ່​ໄດ້​ຜ່ານ​ຜ່າ​ໄລຍະ​ທົດ​ສອບ​ແນວ​ນີ້​​ໄດ້​ຢ່າງ​ສຳ​ເລັດ​ຜົນ,ພ້ອມ​ດຽວ​ກັນ​ນັ້ນ​ຍັງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງທີ່​ໄດ້​ມາ​ຈາກ​ການ​​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ."

ທ່ານ​ສູ​ນິງໆ​ເຫັນ​ວ່າ,​ໃນ​ຖານະ​ເປັນ​ປະ​ເທດ​ສຸດ​ທ້າຍ​ຂອງ​ອາ​ຊຽນທີ່​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ,ລາວ​ເຂົ້າ​ເປັນ​ສະມາຊິກອົງການ​ການ​ຄ້າ​ໂລກ​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ​ບໍ່​ວ່າ​ໃນ​ດ້ານ​ການສ້າງ​ເສດຖະກິດ​ອາ​ຊຽນ​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ​ກໍ່​ຄື​ການພັ​ດທະນາ​​ເຂດ​ການ​ຄ້າ​​ເສລີ​ຈີນ-ອາ​ຊຽນ.ທ່ານ​ກ່າວ​ວ່າ:

"​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ,​ແນ່ນອນ​ແລ້ວ​ຕ້ອງ​ຮຽກຮ້ອງ​ໃຫ້​ສະມາຊິກ​ຂອງ​ອົງການ​ນີ້​ໃຫ້​ໄດ້ມາດຕະຖານ​ທີ່​ກ່ຽວຂ້ອງ​ໃນ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ,​ໃຫ້​ສອດ​ຄ່ອງ​ກັບ​ການ​ດຳ​ເນີນ​ງານ​ຂອງ​ລະບຽບ​ການ​ໄຂ​ປະຕູ​ສູ່ພາຍ​ນອກ.ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ມີ​ຜົນ​ດີ​ຕໍ່​ການ​ຮ່ວມ​ມື​ລະຫວ່າງ​ລາວ​ກັບ​9ປະ​ເທດ​ສະມາຊິກ​ຂອງ​ອາ​ຊຽນ,​ຊຸກ​ຍູ້​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ,​ແລະ​ຮ່ວມ​ກັບ​ປະ​ເທດ​ສະ​ມາ​ຊິກ​ອື່ນໆ​ຂອງ​ອາ​ຊຽນປະຕິບັດ​ສັນຍາ​ການ​ຄ້າ​ເສລີ​ກັບ​ຍີ່​ປຸ່ນ,ສ.​ເກົາຫຼີ,ອົສຕຼາລີ,ສີ​ລັງກາ,ອິນ​ເດຍ​ແລະ​ຈີນ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ພາຍ​ໃຕ້​ຂອບ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ."