ງານ​ຖະ​ແຫຼງ​ຂ່າວ​ການ​ນຳ​ເອົາ​ລະ​ບົບ​ໂທ​ລະ​ສັບ​ມື​ຖື​4G​ມາ​ຮັບ​ໃຊ້​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​ຄັ້ງ​ທີ​9

(GMT+08:00) 2012-10-26 15:59:57     cri

ຕອນເຊົ້າຂອງວັນທີ 26 ຕຸລານີ້ທີ່ນະຄອນຫຼວງວຽງຈັນ ບໍລິສັດລັດວິສາຫະກິດລາວ​ໂທ​ລະ​ຄົມ​ມະ​ນາ​ຄົມ​ໄດ້​ຈັດ​ງານ​ຖະ​ແຫຼງ​ຂ່າວ​ເປີດ​ໂຕ​ລະ​ບົບ​ໂທ​ລະ​ສັບ​ມື​ຖື 4G ເພື່ອ ກຽມ​ຮັບ​ໃຊ້​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​ຄັ້ງ​ທີ 9,​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ທອງ​ໃ​ສ ຊານ​ໄຊ​ຍະ, ຜູ້​ອຳ​ນວຍ​ການ​ໃຫຍ່​ລາວ​ໂທ​ລະ​ຄົມ, ທ່ານ​ທັນ​ສະ​ໄໝ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ໄປ​ສະ​ນີ, ໂທ​ລະ​ຄົມ ມະ​ນາ​ຄົມ​ແລະ​ການສື່​ສານ ແລະ ບັນ​ດາ​ແຂກ​ທີ່ມີກຽດຈາກພາກສ່ວນຕ່າງໆ​ເຂົ້າ​ຮ່ວມ.

ຜູ້ເຂົ້າຮ່ວມງານຖະແຫຼງຂ່າວ

ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ປະກອບສ່ວນໃນການເປັນເຈົ້າພາບ​ຈັດ​ກອງ​ປະ​ຊຸມ ສຸດ​ຍອດ​ອາ​ເຊັມ​ຄັ້ງ​ທີ 9, ບໍ​ລິ​ສັດ​ລາວ​ໂທ​ລະ​ຄົມ ແລະ ບໍ​ລິ​ສັດ​ຮົວ​ເວີ່ຍ​ຂອງ​ຈີນ​ຈຶ່ງ​ນຳ ເອົາ​ລະ​ບົບ​ໂທ​ລະ​ສັບ​ມື​ຖື 4​G​ຈຳ​ນວນ 20​ສະ​ຖາ​ນີ​ມາ​ຕິດ​ຕັ້ງ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ. ລະ​ບົບ 4Gນີ້​ແມ່ນ​ລະ​ບົບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ແລະ ການ​ສື່​ສານ​ລຸ່ນ​ທີ 4, ຊຶ່ງເປັນ​ລະ​ບົບ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ,​ມີ​ຄວາມ​ໄວ​ສູງ​ໃນ​ການ​ຮັບ-ສົ່ງ​ສັນ​ຍານ​ເຖິງ 100​Mbps, ສາ​ມາດ​ໂທລົມ​ກັນແບບເຫັນໜ້າ, ເບິ່ງ​ໂທລະພາບ, ສາມາດຮັບຮູ້ຂ່າວ ຕ່າງໆ​ທັງພາຍ​ໃນ ແລະ ຕ່າງ​ປະ​ເທດ, ແລະ ນໍາ​ໃຊ້ອິນເຕີເນັດໃນໂທລະສັບມືຖືແບບ ສະມ໊າດໂຟ້ນໄດ້ຢ່າງສະດວກສະບາຍ ແລະ ວ່ອງໄວຂຶ້ນກວ່າເກົ່າຫຼາຍເທົ່າ. ນອກຈາກ ການໃຊ້​ງານ​ທົ່ວໄປແລ້ວຍັງລວມເຖິງການໃຊ້​ງານ​ລະ​ບົບ Multimedia, ໂດຍ​ມີ​ຄວາມ ໄວ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ 3Gເຖິງ 5ເທົ່າ. ນອກນັ້ນ, ພາຍໃນງານຍັງມີການສາທິດການ ນຳ​ໃຊ້​ລະ​ບົບ​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ​ເປັນ​ຕົ້ນ​ວ່າ: ການ​ເບິ່ງ​ໂທ​ລະ​ພາບ​ແບບ​ອອນ​ລາຍ, ເບິ່ງ​ວິ​ດີ​ໂອ​ໃນ​ຢູ່​ທູ໊ບ ແລະ ການ​ດາວ​ໂຫຼດ​ຂໍ້​ມູນ​ເປັນ​ຕົ້ນ.

ຖ່າຍຮູບຮ່ວມຫຼັງງານຖະແຫຼງຂ່າວ

ລາວ​ເປັນ​ປະ​ເທດ​ທີ 2 ຖັດຈາກສິງກະໂປທີ່​ເປີດ​ນຳ​ໃຊ້ ລະບົບ4G ໃນ​ພາກພື້ນອາຊຽນ.​ ເມື່ອ​ສຳເລັດກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ ຄັ້ງ​ທີ 9​ແລ້ວ, ລະບົບ 4Gນີ້​ຈະ​ໄດ້​ຂະຫຍາຍ​ໄປໃນ​ຂອບ​ເຂດທົ່ວ​ປະ​ເທດ​ລາວ ​ແລະ ຜູ້​ນຳ​ໃຊ້ 3Gຈະ​ສາມາດ​ຍົກ​ລະດັບ​ເປັນ 4G​ໄດ້.