ການ​ເກີດ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ເກາະ​ຕ້ຽວ​ອີ​ແມ່ນ​ຍ້ອນ​ຍີ່​ປຸ່ນທີ່​ລັກ​ເອົາ​​​ແລະ​ຍຶດຄອງ​ເກາະ​ນີ້​ຢ່າງ​ຜິດ​ກົດຫມາຍ

(GMT+08:00) 2012-10-26 23:30:53     cri
ວັນ​ທີ 26 ຕຸລາ​ນີ້, ທ່ານ​ຈ່າງ​ຈື້ຈຸ່ນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້​ໃຫ້​ສຳພາດ​ຕໍ່ສື່​ມວນ​ຊົນ​ທັງ​ພາຍ​ໃນ​ປະ​ເທດ​ຈີນ​ແລະ​ຕ່າງປະ​ເທດ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ,ທ່ານ​ກ່າວ​ວ່າ, ​ເກາະ​ຕ້ຽວ​ອີ​ທຳ​ອິດ​ແມ່ນ​ບໍ່​ເປັນ​ບັນຫາ, ​ແລະ​ບໍ່​ມີ​ຄວາມ​ຂັດ​ແຍ່​ງກັນ​ໃນ​ດ້ານ​ອະທິປະ​ໄຕ​ຕໍ່​ເກາະ​ນີ້.ຍ້ອນ​ວ່າ​ຍີ່ປຸ່ນ​ໄດ້​ລັກ​ເອົາ​ແລະ​ຍຶດຄອງ​ເກາະ​ຕ້ຽວ​ອີ​ຢ່າງ​ຜິດ​ກົດຫມາຍ​ໃນ​ປີ 1895,ຈິ່ງ​ເກີດ​ມີ​ບັນຫາ​ນີ້​ຂຶ້ນ​ຈົນ​ກາຍ​ເປັນຄວາມ​ຂັດ​ແຍ່ງ​ກັນ.ບໍ່​ວ່າ​ຈະ​ສັງ​ເກດ​ຈາກ​ດ້ານ​ປະຫວັດສາດ​ແລະ​ດ້ານ​ກົດຫມາຍ​ແລ້ວ​ເຫັນ​ວ່າ, ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ປະ​ເທດ​ຈີນ​ມາ​ແຕ່​ບູຮານ​ນະ​ການ.

ທ່ານ​ຈ່າງ​ຈື້ຈຸ່ນ​ກ່າວ​ວ່າ, ​ໃນ​ເວລາ​ຈີນ​ກັບ​ຍີ່​ປຸ່ນຟື້ນ​ຟູ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ປົກກະຕິ​ເມື່ອ​ປີ 1972, ​ສອງ​ຝ່າຍ​ເຄີຍ​ມີ​ຄວາມ​​ເຂົ້າ​ໃຈ​ກັນ​ແລະ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ບັນຫາ​ນີ້​ຄື: ​ໂຈະ​ບັນຫາ​ເກາະ​ຕ້ຽວ​ອີ​ໄວ້​ກ່ອນ, ​​ເອົາ​ໄວ້​ມື້​ຫນ້າ​ຈິ່ງ​ແກ້​ໄຂ​ກັນ.​ເທື່ອ​ນີ້ ລັດຖະບານ​ຍີ່ປຸ່ນ​ບໍ່​ເອົາ​ຫົວຊາ​ນຳ​ການ​ຄັດຄ້ານ​ຢ່າງ​ເດັດຂາດ​ຂອງ​ຈີນ, ປະກາດ​ຊື້​ເອົາ​ເກາະ​ຕ້ຽວ​ອີ, ນີ້​ໄດ້​ລ່ວງ​ລ້ຳ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ຂອງ​ຈີນ​ຢ່າງຮ້າຍ​ແຮງ, ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຫນັກຫນ່ວງທີ່​ສຸດ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ໃນ 40 ປີ​ທີ່​ຫັນ​ການ​ພົວພັນ​ເປັນ​ປົກກະຕິ​​ເປັນ​ຕົ້ນ​ມາ.