ລາວ​ເຂົ້າ​ເປັນ​ສະ​ມາ​ຊິກ​WTOຈະ​ປະ​ກອບ​ສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ອາ​ຊຽນ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ

(GMT+08:00) 2012-10-26 16:25:40     cri
ຕາມ​ຂ່າວCRI: ຜ່ານ​ການ​ທໍາ​ຄວາມພະຍາຍາມ​​ເປັນ​ເວລາ15​ປີ, ລາວ​ໄດ້​ເຂົ້າ​ເປັນ​ສະມາຊິກອົງການ​ການ​ຄ້າ​ໂລກຫຼືWTO​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ26​ຕຸລາ​ນີ້, ກາຍ​​ເປັນ​ສະມາຊິກ​ທີ158​ຂອງ​ອົງການ​ນີ້. ມາ​ຮອດ​ປະຈຸບັນ, 10ປະ​ເທດ​ອາ​ຊຽນ​ໄດ້ເຂົ້າ​ເປັນ​ສະມາຊິກ​WTOທັງ​ໝົດແລ້ວ. ​ເມື່ອ​ເວົ້າ​ເຖິງ​ຄວາມ​ໝາຍ​ຂອງ​ລາວ​ທີ່​ເຂົ້າ​ເປັນ​ສະມາ ຊິກWTO, ທ່ານ​ນາງ​ປູ​ຈ້ຽນກົວ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRIວ່າ:

"ລາວ​ເຂົ້າ​ເປັນ​ສະມາຊິກWTO​ຈະ​ມີ​ຜົນ​ດີ​ຕໍ່​ລາວ​ໃນ​ການ​ເຂົ້າ​ຮ່ວມ​ເສດຖະກິດ​ໂລກາ​ພິວັດ​ຢ່າງ​ກ້ວາງ​ຂວາງ​ແລະ​ເລິກ​ເຊິ່ງ, ການ​ດຶງ​ດູດ​ທຶນ​ຈາກຕ່າງປະ​ເທດ, ຊຸກຍູ້​ການ​ຄ້າ​ຕ່າງປະ​ເທດຈະ​ມີ​ຜົນ​ດີ​ຕໍ່​ລາວ​ໃນ​ການ​ອອກ​ແຮງຊຸກ​ຍູ້ພາລະກິດ​ ​ປ່ຽນ​ແປງ​ໃໝ່​ແລະ​ການ​ປະຕິ​ຮູບ, ​ເລັ່ງລັດ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ລາວ, ບັນລຸ​ເປົ້າ​ໝາຍ​ແຫ່ງການ​ພັດທະນາ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ9​ຂອງ​ພັກ​ ​ປະຊາຊົນປະຕິວັດ​ລາວ​ຢ່າງ​ມີ​ຜົນສຳ​ເລັດ​. ນອກ​ນີ້, ລາວ​ເຂົ້າ​ເປັນສະ ມາຊິກWTO​ຈະ​ເພີ່ມ​ຄວາມ​ຊີວິດ​ຊີວາ​ໃໝ່​ເຂົ້າ​ໃນ​ເສດຖະກິດ​ຂອງ​ພາກ​ພື້ນ​ກໍ່​ຄື​ຂອງ​ໂລກ, ປະກອບສ່ວນ​ອັນຕັ້ງໜ້າ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ​ອາ​ຊຽນ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ."