ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ເອີ​ຣົບ​ຄັ້ງ​ທີ​9​ທີ່​ຈະ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ວຽງ​​ຈັນ,​ຈະ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໄດ້​ຮັບ​ການ​ຟື້ນ​ຕົວ​ແລະ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ

(GMT+08:00) 2012-10-26 18:08:56     cri

ວັນ​ທີ26​ຕຸລາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຫົງ​ເຫຼີຍ,​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ເອີ​ຣົບ ຫຼື​ອາ​ເຊັມ​ຄັ້ງ​ທີ​9​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ຂອງ​ລາວ​ແຕ່​ວັນ​ທີ​5​ຫາ​ວັນ​ທີ​6​ພະ​ຈິກ​ໜ້າ​ນີ້.

ທ່ານ​ຫົງ​ເຫຼີຍກ່າວ​ວ່າ,ກອງ​ປະຊຸມ​ອາ​ຊີ​ເອີ​ຣົບ​ແມ່ນ​ເວ​ທີ​ສຳ​ຄັນ​ທີ່​ເຮັດ​ໃຫ້​ບັນ ດາ​ປະ​ເທດ​ອາ​ຊີ​ແລະ​ເອີ​ຣົບ​ເພີ່ມ​ຄວາມ​ເຂົ້າ​ໃຈ,​ເປີດ​ກວ້າງ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ​ແລະ​ລົງ​ເລິກ​ການ​ຮ່ວມ​ມື.ຫົວ​ຂໍ້​ຂອງ​ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ "ເພື່ອນ​ມິດ​ເພື່ອ​ສັນ​ຕິ​ພາບ ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ສົມ​ບູນ​ພູນ​ສຸກ".ໜ້າ​ທີ່​ສຳ​ຄັນ​ແມ່ນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເຮັດ​ແນວ​ໃດ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊີ​ກັບ​ເອີ​ຣົບ​ໃນ​ສະ​ພາບ​ປະ​ຈຸ​ບັນ​ນີ້,​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຟື້ນ​ຕົວ,​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ,​ຈີນ​ຈະ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ,​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊີ​ກັບ​ເອີ​ຣົບ​ໄດ້​ຮັບ​ໝາກ​ຜົນ​ອັນ​ຕັ້ງ​ໜ້າ​ຫຼາຍ​ກວ່າ​ເກົ່າ.ໃນ​ກອງ​ປະ​ຊຸມ​ອາ​ເຊັມ​ຄັ້ງ​ທີ​9​ນີ້​ຈະ​ຮັບ​ເອົາ​ບັງ​ກະ​ລາ​ເທດ,​ສະ​ວິສ,​ແລະ​ນອກ​ແວ​ເຂົ້າ​ເປັນ​ສະ​ມາ​ຊິກ​ຢ່າງ​ເປັນ​ທາງ​ການ.​ຮອດ​ເວ​ລາ​ນັ້ນ,​ປະ​ເທດ​ສະ​ມາ​ຊິກ ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊີ​ເອີ​ຣົບ​ຈະ​ເພີ່ມ​ຂຶ້ນ​ເປັນ​51​ປະ​ເທດ.