ຈີນ​ລາວ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​3​ສະ​ບັບ

(GMT+08:00) 2012-10-26 19:15:09     cri

ວັນ​ທີ26ຕຸລາ​ນີ້,​ຢູ່​ຫ້ອງ​ວ່າ​ການ​ລັດ​ຖະ​ບານ​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ,​ໄດ້​ຈັດ​ພິ​ທີ​ລົງ​ນາມ​ໃນ​3​ເອ​ກະ​ສານ​ການ​ຮ່ວມ​ມື​ລະ​ຫວ່າງ​ລາວ​ກັບ​ຈີນ,​ ຄື:​ສັນ​ຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ເຕັກ​ນິກ,​ສັນຍາ​ວ່າ​ດ້ວຍ​ລັດ​ຖະ​ບານ​ຈີນ​ຈະ​ສະ​ໜອງ​ທຶນ​ຊ່ວຍ​ເຫຼືອ​ລ້າ​ໃຫ້​ແກ່​ລັດ​ຖະ​ບານ​ລາວ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ຕາມ​ຂົງ​ເຂດ​​ແມ່​ນ້ຳຂ​ອງ,​ ສານ​ແລກ​ປ່ຽນ​ທີ່​ຈີນ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ການ​ສ້ອມ​ແປງ​ປັບ​ປຸງ​ຫໍ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​ແລະ​ສານ​ແລກ​ປ່ຽນ​ທີ່​ລັດ​ຖະ​ບານ​ຈີນ​ສະ​ໜອງ​ທຶນ​ໃຫ້​ແກ່​ໂຄງ​ການ​ສ້າງ​ເຂດ​ສີ​ຂຽວ​ຢູ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ.​ທັງ​ສາມ​ເອ​ກະ​ສານ​ດັ່ງ​ກ່າວ,​ທ່ານ​ສົມ​ສະ​ຫວາດ​​ເລັ່ງ​ສະ​ຫວັດ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ຮ່ວມ​ມື​ລາວ​ຈີນ​ແລະ​ທ່ານ​ນາງ​ປູ້​ຈ້ຽນ​ກົວ, ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ເປັນ​ຜູ້​ຮ່ວມ​ລົງ​ນາມ.

ການ​ເຊັນ​ເອກະສານ​ການ​ຮ່ວມ​ມື​ສາມ​ສະ​ບັບ​ດັ່ງ​ກ່າວ​ໄດ້​ເປັນ​ການ​ຢັ້ງຢືນ​ຕື່ມ​ອີກ​ສາຍ​ພົວ​ພັນ​ແລະ​ການ​ຮ່ວມ​ມື​ຮອບ​ດ້ານ​ລາວ​ຈີນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ທີ່​ໄດ້​ຮັບ​ການ​ພັດ​ທະ​ນາ​ດີ​ຂຶ້ນ​ເລື້ອຍໆ ​ແລະ​ມີ​ປະ​ສິດ​ທິ​ຜົນ​ສູງ.