ຈຸດ​ສຸມ​ຂອງ​ການ​ເຈລະຈາ​ກ່ຽວ​ກັບ​ເກາະ​ຕ້ຽວ​ອີ​ແມ່ນ​ຊຸກ​ຍູ້​ໃຫ້​ຍີ່​ປຸ່ນ ປະ​ເຊີນໜ້າ​ກັບ​ຄວາມ​ເປັນ​ຈິງ, ​ແກ້​​ຄວາມ​ຜິດພາດ​ຂອງ​ຕົນ​ດ້ວຍ​ການ​ກະທຳ​ຕົວ​ຈິງ

(GMT+08:00) 2012-10-27 01:09:06     cri
ຕາມ​ຂ່າວ cri:​ວັນ​ທີ 26 ຕຸລາ​ນີ້, ທ່ານ​ຈ່າງ​ຈື້ຈຸ່ນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ວ່າ, ຈີນ​ກັບ​ຍີ່​ປຸ່ນ​ໄດ້​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ແລະ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ​ດ້ວຍ​ຊ່ອງ​ທາງ​ຕ່າງໆ​ແລະ​ຮູບ​ການ​ຕ່າງໆ.ຈຸດ​ສຸມ​ຂອງ​ການ​ປຶກສາ​ຫາລື​ກັນ​ແມ່ນ​ຊຸກຍູ້​ໃຫ້​ຍີ່​ປຸ່ນປະ​ເຊີນ​ໜ້າກັບ​​ຄວາມ​ເປັນ​ຈິງ,​ແລະ​ແກ້​​ຄວາມ​ຜິດພາດ​ຂອງ​ຕົນ​ດ້ວຍ​ການ​ກະທຳ​ຕົວ​ຈິງ.

ທ່ານ​ຈ່າງ​ຈື້ຈຸ່ນ​ກ່າວ​ວ່າ, ຈີນ​​ແລະ​ຍີ່​ປຸ່ນ​ໄດ້​ຈັດການ​ປຶກສາ​ຫາລື​ກັນ​ລະດັບ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກ່ຽວ​ກັບ​ບັນຫາເກາະ​ຕ້ຽວ​ອີ​ຢູ່ນະຄອນຫລວງ​ປັກ​ກິ່ງ​ໃນ​ວັນ​ທີ 25 ກັນຍາ​ແລ້ວ​ນີ້.​ໃນ​ການ​ຕິດ​ຕໍ່​ພົວພັນກັນໃນຫຼາຍລະດັບ​ກັບ​ຍີ່​ປຸ່ນ,ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຫລັກ​ຫມັ້ນອັນ​ເຄັ່ງຂຶມ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ​ແລະ​ມານະ​ຈິດ​ອັນ​ຫນຽວ​ແຫນ້ນ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຕໍ່ຜືນ​ແຜ່ນດິນ​ຂອງ​ລັດຖະບານ​ຈີນ, ​ແລະ​ຮຽກຮ້ອງ​ໃຫ້​ຍີ່​ປຸ່ນຮັບ​ຮູ້​ເຖິງ​ສະຖານະ​ການ​ຢ່າງ​ຈະ​ແຈ້ງ, ຖິ້ມຄວາມໄຝ່ຝັນຕ່າງໆ, ​ແລະ​ປະ​ເຊີນ​ໜ້າກັບ​ຄວາມເປັນຈິງຈິງ, ​ແກ້​​ຄວາມ​ຜິດພາດ​ຂອງ​ຕົນ​ເອງ​ດ້ວຍ​ການ​ກະທຳ​ຕົວ​ຈິງ,​ແລະ​ທຳ​ຄວາມ​ພະຍາຍາມ​ຕົວ​ຈິງ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ມີ​ຢູ່​ໃນ​ປັດຈຸບັນ.