ກຳຈັດການລົບກວນແລະ​ອຸປະສັກ​ຕ່າງໆ​ເພື່ອ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ

(GMT+08:00) 2012-10-27 01:10:44     cri
ຕາມ​ຂ່າວ cri:​​​​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ​ໃນ​ວັນ​ທີ 26 ຕຸລາ​ນີ້, ທ່ານ​ຈ່າງ​ຈື້ຈຸ່ນ ລັດ​ຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ປະຕິບັດ​ນະ​ໂຍບາຍການ​ຕ່າງປະ​ເທດ​ທີ່​ສັນຕິພາບ, ​ເອກະລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ​ຕະຫລອດ​ມາ, ຍຶດ​ຫມັ້ນ​ນະ​ໂຍບາຍ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ປະ​ເທດ​​ໃກ້​ຄຽງ​ແລະ​ເປັນ​ເພື່ອນ​ກັບປະ​ເທດ​ໃກ້​ຄຽງ, ​ແລະ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຢ່າງ​ຫມັ້ນ​ຫນຽວ​ບໍ່​ປ່ຽນ​ແປງ,ໄດ້​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫລວງ​ເຂົ້າໃນ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງພາກພື້ນ.ຈີນ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ຫນ້າ​ກວ່າ​ເກົ່າເພື່ອປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ອາ​ຊີ​ກໍ່​ຄື​ຂອງ​ໂລກ.ແຕ່​ຖ້າ​ວ່າ​ມີ​ຄົນ​ທ້າ​ທາຍ​ຕໍ່​ຫລັກການ​ຂອງ​ຈີນ​ໃນ​ບັນຫາ​ອະທິປະ​ໄຕ,​ເຮັດ​ໃຫ້​ຈີນ​ບໍ່​ສາມາດ​ຖອຍ​ຄືນ​ຫລັງ​ແລ້ວ, ຈີນ​ກໍ່​ຍ່ອມ​ຈະ​ມີ​ການ​ຕອບ​​ໂຕ້​ຄືນຢ່າງ​ແຂງ​ແຮງ, ​ເພື່ອ​ກຳຈັດອຸປະສັກ​ຂັດຂວາງ​ຕ່າງໆ​ບົນ​ເສັ້ນທາງ​​ເດີນ​ໄປ​ສູ່​ການພັດທະນາ​ໂດຍສັນຕິ.