ຈີນຈະ​ຢູ່​ກັບ​ຍີ່​ປຸ່ນ​ໂດຍ​ມີ​ຫລັກການ

(GMT+08:00) 2012-10-27 01:11:20     cri
ຕາມ​ຂ່າວ cri:ວັນ​ທີ 26 ຕຸລາ​ນີ້, ທ່ານ​ຈ່າງ​ຈື້ຈຸ່ນ,ລັດຖະມົນ​ນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ວ່າ, ຈີນ​ມີ​ຄວາ​ມ​ເຫັນ​ໂດຍ​ຕະຫລອດ​ໃຫ້​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໃນ​ສາກົນ​ໂດຍ​ຜ່ານ​ການ​ເຈລະຈາ​ໂດຍ​ສັນຕິ.ຈີນ​ບໍ່​ມີ​ເຈດ​ຈຳນົງ​ກໍ່​ເລື່ອງ​ກໍ່​ລາວ, ​ແຕ່​ກໍ່​ບໍ່​ຢ້ານ​ການ​ເກີດ​ເລື່ອງ​ຂຶ້ນ.ຈີນ​ຍິນ​ດີ​ຢູ່​ກັບປະ​ເທດ​ຕ່າງໆ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ເຊິ່ງລວມທັງ​ຍີ່​ປຸ່ນ, ​ແຕ່​ຈີນ​ກໍ່​ມີ​ຫລັກການ​ຂອງ​ຕົນ​ເອງ, ຈະ​ບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ​ໃນ​ບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ອະທິປະ​ໄຕ​ຕໍ່​ຜືນ​ແຜ່ນດິນ​​ແຫ່ງ​ຊາດ.

ທ່ານ​ຈ່າງ​ຈື້ຈຸ່ນ​ກ່າວ​ວ່າ,ຂໍ້ມາດຕາທຳ​ອິດ​ໃນ​ 5 ຫລັກການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​​ແມ່ນ:"ຕ່າງ​ເຄົາລົບ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ".​ໃນ​ບັນຫາ​ເກາະ​ຕ້ຽວ​ອີ, ຈີນ​ຫວັງ​ວ່າ​ຜ່ານ​ຈາກ​ການ​ເຈລະຈາ​ແລະ​ສົນທະນາ​ກັນ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ຢ່າງ​ເຫມາະ​ສົມ, ບໍ່​ຢາກ​ເຫັນສະພາບ​ທີ່​ສະຖານະ​ການ​ເສຍ​ການ​ຄຸ້ມ​ຄອງ, ​ແຕ່​ນີ້​ບໍ່​ແມ່ນ​ຕັດສິນ​ຢູ່​ນຳ​ຈີນ. ຍີ່​ປຸ່ນຄວນ​ມີ​ທ່າ​ທີ​ຈິງ​ຈັງ​ຕໍ່ຫລັກ​ຫມັ້ນອັນ​ເຄັ່ງຂຶມ​ແລະ​ບັນຫາ​ທີ່​ຈີນ​ສົນ​ໃຈ, ຢຸດຕິທຸກ​ການ​ກະທຳ​ທີ່​ທຳລາຍ​ອະທິປະ​ໄຕ​ຕໍ່​ຜືນ​ແຜ່ນດິນ​ຂອງ​ຈີນ.