ຕົ້ນ​ໄມ້​ຕົ້ນ​ຫຍ້າ​ຢູ່​ເກາະ​ຕ້ຽວ​ອີ​ແມ່ນ​ບໍ່​ອະນຸຍາດ​ໃຫ້​ຊື້​ຂາຍ​ກັນ

(GMT+08:00) 2012-10-27 01:12:03     cri
ຕາມ​ຂ່າວ cri: ວັນ​ທີ 26 ຕຸລາ​ນີ້, ທ່ານ​ຈ່າງ​ຈື້ຈຸ່ນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ວ່າ, ຍີ່​ປຸ່ນບໍ່​ມີ​ສິດ​ຄ້າຂາຍ​ດິນ​ແດນ​ຂອງ​ຈີນ​ດ້ວຍ​ຮູບ​ການ​ໃດໆ, ຕົ້ນ​ໄມ້​ຕົ້ນ​ຫຍ້າ​ຢູ່​ເທິງ​ເກາະ​ນີ້​ແມ່ນ​ບໍ່​ໃຫ້​ຊື້​ຂາຍ​ກັນ. ບໍ່​ວ່າ​ຍີ່ປຸ່ນ​ແມ່ນ​ຊື້​ເກາະ​ນີ້​ດ້ວຍ​ຮູບ​ການ​ໃດ,ກໍ່​ລ້ວນ​ແຕ່​ແມ່ນ​ເປັນ​ການ​ລ່ວງ​ລ້ຳ​ອະທິປະ​ໄຕ​ຕໍ່​ຜືນ​ແຜ່ນດິນ​ຂອງ​ຈີນ​ຢ່າງ​ຫນັກຫນ່ວງ.

ວັນ​ທີ 26 ຕຸລາ​ນີ້, ທ່ານ​ຈ່າງ​ຈື້ຈຸ່ນ​ໄດ້​​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ພາຍ​ໃນ​ປະ​ເທດ​ຈີນ​ແລະ​ຕ່າງປະ​ເທດ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ,ທ່ານ​ເວົ້າ​ວ່າ, ການ​ຊື້​ເກາະ​ເທື່ອ​ນີ້​ແມ່ນ​ອິດ​ທິກຳລັງ​ປີກ​ຂວາ​ເປັນ​ຜູ່​ກໍ່​ຂຶ້ນ, ລັດຖະບານ​ຍີ່ປຸ່ນ​ເປັນ​ຜູ່​ເຂົ້າ​ຮ່ວມ, ອັນ​​ໄດ້​ເຮັດ​ໃຫ້ການ​ລ່ວງລ້ຳ​ອະທິປະ​ໄຕ​ຕໍ່​ຜືນ​ແຜ່ນດິນ​ຂອງ​ຈີນ​ນັ້ນ​ຮຸ່ນ​ແຮງ​ຂຶ້ນ, ​ເຮັດ​ໃຫ້​ປະຊາຊົນ​ຈີນ​ຫນຶ່ງ​ຕື້​ກວ່າ​ຄົນ​ຢູ່​​ແຜ່ນດິນ​​ໃຫຍ່, ຮົງ​ກົງ,ມາ​ກາວ,​ໄຕ້​ຫວັນ​ແລະ​ຢູ່​ຕ່າງປະ​ເທດ​ນັ້ນ​ຄຽດ​​ແຄ້ນ​ທີ່​ສຸດ.ລັດຖະບານ​ຈີນ​ໄດ້​ໃຊ້​ມາດ​ຕະການ​ອັນ​ແຂງ​ແຮງ​ເພື່ອ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ. ຍີ່ປຸ່ນ​ໄດ້​ວິ​ເຄາະ​ສະຖານະ​ການ​ຢ່າງ​ຜິດພາດ, ​ໄດ້​ປະ​ເມີນ​ມາ​ນະ​ຈິດ​ແລະ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຢູ່​ເຫນືອ​ຜືນ​ແຜ່ນດິນ​ນັ້ນ​ຕ່ຳ​ໂພດ.ການ​ຂົ່ມ​ຂູ່ແລະ​ແຮງ​ກົດ​ດັນ​ຕ່າງໆ​ທີ່​ມາ​ຈາກ​ພາຍ​ນອກ​ນັ້ນ​ຈະ​ບໍ່​ສາມາດ​ປ່ັນ​ທອນ​ມານະ​ຈິດ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຕໍ່​ຜືນ​​ແຜ່ນດິນ​ແຫ່ງ​ຊາດ​ຈີນ​ໄດ້​ຈັກ​ເທື່ອ.