ຖ້າ​ຍີ່​ປຸ່ນບໍ່​ປະ​ເຊີນ​ຫນ້າກັບ​ປະຫວັດສາດ​ກໍ່​ຈະ​ບໍ່​ສາມາດ​ຢືນ​ຕົວ​ຂຶ້ນ​ໃນ​ດ້ານ​ສິນ​ທຳ​ແລະ​ຈິດ​ໃຈ

(GMT+08:00) 2012-10-27 01:12:44     cri
ຕາມ​ຂ່າວ ​​cri:ວັນ​ທີ 26 ຕຸລາ​ນີ້, ທ່ານ​ຈ່າງ​ຈື້ຈຸ່ນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ເຈດ​ຈຳນົງ​ທາງ​ການ​ເມືອງ​ທີ່​ອັນ​ຕະຫລາຍ​ຂອງ​ອິດ​ທິກຳລັງ​ປີກ​ຂວາ​ຍີ່ປຸ່ນ​ເຄີຍ​ເຮັດ​ໃຫ້​ອາຊີ​ຕົກ​ຢູ່​ໃນ​ໄພພິບັດ, ຖ້າ​ບໍ່​ສະກັດ​ກັ້ນ​ໄວ້, ຊ້ຳ​ບໍ່​ຫນຳ​ຍັງ​ນຳ​ໃຊ້,ຕອບ​ສະຫນອງ​ແລະ​ຍຸ​ໂຍງ​ເຂົາ​​ໂດຍ​ອີງ​ຕາມ​ຄວາມ​ຕ້ອງການ​ດ້ານ​ການ​ເມືອງ​ພາຍ​ໃນ​ປະ​ເທດຍີ່​ປຸ່ນ​ແລ້ວ, ກໍ່​ຈະ​ເຮັດ​ໃຫ້​ເຂົາ​ຂຶນ​ຂັງ​ມັງ​ມໍ​ຂຶ້ນ, ​ເຮັດ​ໃຫ້​ຍີ່ປຸ່ນ​ສືບ​ຕໍ່​ເດີນ​ໄປ​ຕາມ​ເສັ້ນທາງ​ທີ່​ອັນ​ຕະລາຍ. ​ເຮັດ​ແນວ​ນີ້​ຕໍ່​ໄປ, ​ໂສກ​ນາດຕະກຳ​ດ້ານ​ປະຫວັດສາດ​​ອາດ​ຈະເກີດ​ຂຶ້ນ​ອີກ​,ນີ້​ບໍ່​ພຽງ​ແຕ່​ຈະ​ໃຫ້​ອາຊີ​ຈົນ​ເຖິງ​ທົ່ວ​ໂລກ​ຕົກ​ຢູ່​ໃນ​ໄພພິບັດທໍ່​ນັ້ນ, ​ໃນ​ທີ່​ສຸດ​ຍີ່ປຸ່ນ​​ເອງ​ກໍ່​ຈະ​ຖືກ​ທຳລາຍ.

ທ່ານ​ຈ່າງ​ຈື້ຈຸ່ນ​ກ່າວ​ວ່າ, ພາຍ​​ໃນ​ປະ​ເທດ​ຍີ່ປຸ່ນ​ຈົນ​ຮອດ​ປັດຈຸບັນ​ກໍ່​ຍັງ​ປິດ​ບັງ​ເລື່ອງ​ຈິງ​ກ່ຽວ​ກັບ​ທາດ​ແທ້​ຂອງ​ສົງຄາມ​ຮຸກ​ຮານ​ໃນ​ແຕ່​ກ່ອນ, ນັກ​ການ​ເມືອງບາງ​ຄົນ​​ໄປ​ໄຫວ້​ວັດ​ຢາ​ຊືຄູ​ນີທີ່​ຕັ້ງ​ປ້າຍ​ອາດຊະຍາ​ກອນ​ໂດຍ​ບໍ່​ຮູ້ສຶກ​ຫນ້າ​ອາຍ​ແລະ​ບໍ່​ສຳ​ຫລວດ​ຕົນ​ເອງ, ​ເຮັດ​​ແນວ​ນີ້​ແມ່ນ​ບໍ່​ໄດ້​ຄຳນຶງ​ເຖິງ​ອາລົມ​ຈິດ​ຂອງ​ປະຊາຊົນ​ຢູ່​ປະ​ເທດ​ອາຊີ​ທີ່​​ເຄີຍ​ຖືກ​ທຳລາຍ.ຍີ່ປຸ່ນ​ຈະ​ໄດ້​ຮັບ​ການ​ຜ່ອນ​ໂທດ​ຈາກ​ປະຊາຊົນ​ອາຊີ​ແນວ​ໃດ?ປະ​ເທດ​ໃກ້​ຄຽງ​ຈະ​ໄວ້​ວາງ​ໃຈ​ຕໍ່​ຍີ່​ປຸ່ນ​ໄດ້​ແນວ​ໃດ?ຖ້າວ່າ​ຍີ່ປຸ່ນ​ບໍ່​ສາມາດປະ​ເຊີນ​ກັບ​ປະຫວັດສາດ, ບໍ່​ສຳ​ຫລວດ​ຕົນ​ເອງ, ​ແກ້​ໄຂ​ຄວາມ​ຜິດພາດ​ໃນ​ແຕ່​ກ່ອນ​ແລ້ວ, ​ເຖິງ​ຈະ​ມີ​ການ​ພັດທະນາ​ທາງ​ດ້ານ​ເສດຖະກິດ​ຫລາຍປານ​ໃດ, ກໍ່​ບໍ່​ສາມາດ​ຢືນ​ຕົວ​ຂຶ້ນ​ໄດ້​ໃນ​ທາງ​ດ້ານ​ສິນ​ທຳ​ແລະ​ຈິດ​ໃຈ​ໄດ້ຢ່າງ​ແນ່ນອນ.