ກອງ​ກ່ຳປັນຕິດຕາມ​ຄຸ້ມ​ຄອງ​ທາງ​ທະ​ເລ​ຂອງ​ຈີນ​ສືບ​ຕໍ່​ລາດ​ລະ​ເວນ​ຢູ່​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ

(GMT+08:00) 2012-10-28 15:17:58     cri
ຕາມ​ຂ່າວ​ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ: ວັນ​ທີ 28 ຕຸລາ​ນີ້, ກອງ​ກ່ຳ​ປັນ​ຕິດຕາມ​ຄຸ້ມ​ຄອງ​ທາງ​ທະ​ເລ​ຂອງ​ຈີນ​ສືບ​ຕໍ່​ລາດຕະ​ເວນຢູ່​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ​ເພື່ອ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ, ​ແລະ​ຮ້ອງ​​ໃສ່​ກ່ຳ​ປັນ​ແລະ​ເຮືອ​ອື່ນໆ​ຂອງ​ຍີ່ປຸ່ນ​ທີ່​ເຂົ້ານ່ານທະ​ເລ​ຂອງ​ຈີນ, ສະ​ແດງ​ຫຼັກ​ໝັ້ນ​ອະທິປ​ະ​ໄຕ​ຂອງ​ຈີນ​ແລະ​ຮຽກຮ້ອງ​ໃຫ້​ກ່ຳ​ປັນ​ຍີ່ປຸ່ນ​ອອກ​ຈາກ​ນ່ານທະ​ເລ​ຈີນ​ໃນ​ທັນທີ, ​ແລະ​ຖ່າຍເອົາ​ຫຼັກ​ຖານ​ຕໍ່​ການ​ກະທຳ​ລ່ວງ​ລະ​ເມີດ​ສິດ​ອະທິປະ​ໄຕ​ຂອງ​ຍີ່ປຸ່ນ.