ສື່​ຍີ່​ປຸ່ນ​ກ່າວ​ວ່າ,​ທ່ານ​ໂຢ​ຊິ​ຮິ​ໂກະ ​ໂນະ​ດະ​ຕົກ​ລົງ​ຍົກ​ເລີກ​ການ​ຊ້ອມ​ຮົບ​​ຮ່ວມ​ການ​ຍຶດ​ເກາະ ລະ​ຫວ່າງ​ຍີ່​ປຸ່ນ​ກັບ​ອາ​ເມ​ລິ​ກາ

(GMT+08:00) 2012-10-29 13:33:56     cri
ຕາມ​ "ໜັງສື​ພິມ​ອາຊະ​ຮິ ຊິ​ມບູນ"ຂອງ​ຍີ່ປຸ່ນ​ສະບັບ​ວັນ​ທີ28​ຕຸລາ​ນີ້​ແຈ້ງ​ຂ່າວ​ວ່າ, ທ່ານ​​ໂຢຊິຮິ​ໂກະ ​ໂນະ​ດະ,ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ໄດ້​ຕັດ​ສິນ​ໃຈຍົກ​​ເລີກ​​ແຜນການທີ່​ຈະຈັດ ການຊ້ອມ​ຮົບ​ຮ່ວມ "​ການ​ຍຶດ​ເກາະ"ລະ​ຫວ່າງ​ຍີ່ປຸ່ນ​ກັບ​ອາ​ເມ​ລິ​ກາ​ໃນ​ເດືອນ​ພະຈິກ​ໜ້ານີ້. ພ້ອມ​ກັນ​ນັ້ນ,​ຍີ່​ປຸ່ນ​ກັບ​ອາ​ເມ​ລິ​ກາ​ຈະ​ປ່ຽນ​ແຜນ​ການ​ນີ້​ເປັນ​ການ​ຝຶກ​ຊ້ອມ​ທາງ​ຄອມ​ພິວ​ເຕີ.

ຂ່າວລາຍງານວ່າ,ຍ້ອນວ່າປະຊາຊົນໂອຄິນະວະ​ຄັດ​ຄ້ານ​ຕໍ່​ບ່ອນ​ທີ່​ຈະ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ,​ແລະ​ລັດ​ຖະ​ບານ​ຍີ່​ປຸ່ນ​ກໍ​ບໍ່​ມີ​ບ່ອນ​ອື່ນໆ​ທີ່​ເໝາະ​ສົມ​ມາ​ເຂົ້າ​ແທນ,​ສະ​ນັ້ນ,​ພາຍ​ຫຼັງ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ຊາ​ໂຕ​ຊິ ໂມ​ຣິ​ໂມະ​ໂຕະ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ,​ແລະ​ທ່ານ​ຊວນ​ບະ ຮິ​ຄະ​ຣູ​ອິ​ຊິ​ໂຣະ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃນ​ວັນ​ທີ​26​ຕຸ​ລາ​ນີ້​ແລ້ວ,​ທ່ານ​ໂຢ​ຊິ​ຮິ​ໂກະ ໂນະ​ດະ​ຈຶ່ງ​ໄດ້​ທຳ​ການ​ຕັດ​ສິນ​ໃຈ​ທີ່​ຈະ​ຍົກ​ເລີກ ການ​ຊ້ອມ​ຮົບ​ຮ່ວມ​ເທື່ອ​ນີ້.