ລາວ​ກຳນົດ​ຂໍ້​ຈຳ​ກັດ​ລະ​ດັບ​ການ​ລົງ​ທຶນ​ຕ່ຳ​ສຸດ​ສຳ​ລັບ​ນັກ​ທຸ​ລະ​ກິດ​ທີ່​ມາ​​ລົງ​ທຶນ​ຢູ່​ລາວ

(GMT+08:00) 2012-10-29 14:24:45     cri
ຫວ່າງມໍ່ໆ​ມາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ລາວ​ໄດ້​ແຈ້ງ​ຂໍ້​ກຳ​ນົດ​ໃໝ່​ກ່ຽວ​ກັບ​ຄົນ​ຕ່າງປະ​ເທດ​ທີ່ມາ​ດຳ​ເນີນ​ທຸ​ລະ​ກິດ​ແລະ​ອອກ​ແຮງ​ງານ​ຢູ່​ລາວ​ໃຫ້​ສະ​ຖານ​ທູດ​ປະ​ເທດ​ຕ່າງໆ​ປະ​ຈຳ​ລາວ​ຊາບ​ວ່າ,​ ລະ​ດັບ​ຕ່ຳ​ສຸດ​ທີ່​ຄົນ​ຕ່າງ​ປະ​ເທດ​ມາ​ລົງ​ທຶນ​ຢູ່​ລາວ​ແມ່ນ​1​ຕື້​ກີບ,​ຫຼື​ປະ​ມານ​1​ແສນ​2​ໝື່ນ​5​ພັນ​ໂດ​ລາ.

ອີງ​ຕາມ​ຂໍ້​ກຳນົດ​ໃໝ່,​ ຄົນ​ຕ່າງປະ​ເທດ​ທີ່​ມາ​ລົງທຶນ​ຫຼື​ດຳ​ເນີນ​ທຸລະ​ກິດ​ຢູ່​ລາວ​ຕ້ອງ​ມີ​ພື້ນຖານ​ການ​ຜະລິດ​ທີ່​ໝັ້ນ​ຄົງ,​ຈຶ່ງ​ສາ​ມາດ​ຮ້ອງ​ຂໍ​ລົງ​ທະ​ບຽນ​ຕັ້ງ​ບໍ​ລິ​ສັດ,​ລົງ​ທະ​ບຽນ​ສ່ວຍ​ສາ​ອາ​ກອນ,​ ຂໍ​ວີ​ຊາ​ແລະ​ບັດ​ອະ​ນຸ​ຍາດ​ພັກ​ເຊົາ.​ຜູ້​ລົງ​ທຶນ​ທີ່​ມີ​ທຶນ​ບໍ່​ຮອດ​1​ຕື້​ກີບ​ແຕ່​ບໍ່​ຕ່ຳ​ກວ່າ​250​ລ້ານ​ກີບ​(ປະ​ມານ​3​ໝື່ນ​1​ພັນ​ໂດ​ລາ)​ນັ້ນ​ສາ​ມາດ​ໄດ້​ຮັບ​ອະ​ນຸ​ຍາດ​ພິ​ເສດ​ຢູ່​ລາວ​ເປັນ​ເວ​ລາ​2​ປີ,​ ແຕ່​ຕ້ອງ​ເຊັນ​ສັນ​ຍາ​ກັບ​ອຳ​ນາດ​ການ​ປົກ​ຄອງ​ລະ​ດັບ​ເມືອງ​ເພື່ອ​ຮັບ​ປະ​ກັນ​ວ່າ ພາຍ​ໃນ​2​ປີ​ຈະ​ໃຫ້​ທຶນ​ເພີ່ມ​ຂຶ້ນ​ເປັນ​1​ຕື້​ກີບ.​ຖ້າ​ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ, ​ຈະ​ຖືກ​ຢຸດ​ຕິ​ການ​ດຳ​ເນີນ​ທຸ​ລະ​ກິດ​ແລະ​ສົ່ງ​ຄືນ​ປະ​ເທດ.​ນອກ​ນັ້ນ,​ປະ​ເທດ​ລາວ​ຍັງ​ໄດ້​ກຳ​ນົດ​ວ່າ, ​ແຮງ​ງານ​ສັນ​ຊາດ​ຄົນ​ຕ່າງ​ປະ​ເທດ​ຫຼື​ແຮງ​ງານ​ຄົນ​ຕ່າງ​ດ້າວ​ທີ່​ເຮັດ​ວຽກ​ຢູ່​ລາວ​ບໍ່​ໃຫ້​ກາຍ 4​ປີ.

ປະ​ຈຸ​ບັນ,​ ເພື່ອ​ຕ້ອນຮັບ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງ​ທີ9, ​ລັດຖະບານ​ລາວ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໂດຍ​ແນ​ໃສ່​ປັບ​ປຸງ​ການ​ດຳ​ເນີນ​ທຸ​ລະ​ກິດ​ແລະ​ການ​ເຂົ້າ​ມາ​ເຮັດ​ວຽກ​ຂອງ​ຄົນ​ຕ່າງ​ປະ​ເທດ​ໃຫ້​ຖືກ​ຕ້ອງ​ສອດ​ຄ່ອງ​ກັບ​ລະ​ບຽບ​ຂໍ້​ກຳ​ນົດ​ຂອງ​ລາວ.