ປະ​ລິ​ມານ​ການ​ຈຳ​ໜ່າຍ​ລົດ​ຮອນ​ດາ​ຢູ່​ຈີນ​ຫຼຸດ​ຕ່ຳ​ລົງ

(GMT+08:00) 2012-10-29 17:49:46     cri
ໜັງສືພິມຊານ​ເຄອີຂອງ​ຍີ່ປຸ່ນ​ລາຍ​ງານ​ວ່າ, ບໍລິສັດ​ຮອນດາ​ໄດ້​ປະກາດ​ຕົວ​ເລກ​ຫຼ້າ​ສຸດ​ວ່າ, ຈະ​ຫຼຸດ​ເປົ້າ​ໝາຍ​ກຳ​ໄລ​ສຸດ​ທິ​ໃນ​​ທົ່ວ​​ໂລກ​ໃນ​ສົກ​ປີ​2012​-​2013 ​ຄື​ແຕ່​ເດືອນ​ເມ​ສາ​ປີ​2012​ຫາ​ເດືອນ​ມີ​ນາ​ປີ​2013​ນັ້ນ​ລົງ​20%,​ຈາກ​470​ຕື້​ເຢນ​ຫຼຸດ​ລົງ​ເປັນ​375​ຕື້​ເຢນ.​ບໍ​ລິ​ສັດ​ຮອນ​ດາ​ກ່າວ​ວ່າ,​ການ​ຫຼຸດ​ເປົ້າ​ໝາຍ​ກຳ​ໄລ​ສຸດ​ທິ​ລົງ​ແມ່ນ​ຍ້ອນ​ການ​ຜະ​ລິດ​ແລະ​ການ​ຈຳ​ໜ່າຍ​ລົດ​ຮອນ​ດາ​ຢູ່​ຈີນ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ.