ຈີນ​ປົກ​ປັກຮັກສາ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ​ແມ່ນ​ເລື່ອງ​ທີ່​ສົມ​ເຫດ​ສົມ​ຜົນ

(GMT+08:00) 2012-10-30 17:22:21     cri
ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ:ຫວ່າງ​ມໍ່ໆ​ມາ​ນີ້,ກອງ​ກ່ຳ​ປັ່ນຕິດຕາມ​ຄຸ້ມ​ຄອງ​ທາງ​ທະ​ເລ​ຂອງ​ຈີນ​ສືບຕໍ່​ລາດຕະ​ເວນ​ຢູ່​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ,ບໍ່​ພຽງ​ແຕ່​ໄດ້​ແຈ້ງ​ຈຸດ​ຢືນ​ທາງ​ດ້ານ​ສິດ​ອຳນາດ​ອະທິປະ​ໄຕ​ຂອງ​ຈີນ​ຕໍ່​ເຮືອ​ຂອງ​ຍີ່​ປຸ່ນທີ່​ຖືກ​ພົບ​ເຫັນ​ຢູ່​ໃນ​ນ່ານທະ​ເລ​ຂອງ​ຈີນ​ແລະ​ສັ່ງ​ໃຫ້​ເຮືອ​ຍີ່​ປຸ່ນອອກ​ຈາກ​ນ່ານທະ​ເລ​ຈີນ​ໃນ​ທັນ​ທີ​ເທົ່າ​ນັ້ນ,​ແລະ​ຍັງ​ໄດ້​ຕິດຕາມ​ແລະ​ເກັບ​ກຳ​ຫຼັກ​ຖານ​ທີ່​ຢັ້ງ​ຢືນ​ວ່າ​ຍີ່​ປຸ່ນ​ໄດ້​ລ່ວງ​ລ້ຳ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ຈີນ.​ກະ​ຊວງ​ການ​ຕ່າງປ​ະ​ເທດ​ຈີນ​ກໍ່​ໄດ້​ກ່າວ​ວ່າ:​ຖ້າ​ວ່າ​ມີ​ຄົນ​ທ້າ​ທາຍ​ຕໍ່​ເສັ້ນ​ພື້ນ​ຖານ​ຂອງ​ຈີນ​ໃນ​ບັນຫາ​ສິດ​ອຳນາດ​ອະ​ທິ​ປະ​ໄຕ​ທາງ​ດ້ານ​ດິນ​ແດນ,​ຈີນ​ຈະ​ບໍ່​ຍອມ​ຖອຍ​ຫຼັງ​ເດັດ​ຂາດ,​ຈຳ​ເປັນ​ຕ້ອງ​ທຳ​ການ​ເຄື່ອນ​ໄຫ​ວ​ເພື່ອ​ຮັບ​ມື​ຢ່າງ​ແຂງ​ແຮງ.

ການ​ກະທຳ​ເຫຼົ່າ​ນີ້​ບວກ​ກັບ​ມາດ​ຕະການຕ່າງໆ​ທີ່​ຈີນ​ໃຊ້​ເພື່ອ​ຕອບ​ໂຕ້​ຍີ່​ປຸ່ນ​ເຊັ່ນ​ປະກາດ​ເສັ້ນ​ພື້ນຖານ​ເຂດ​ແບ່ງ​ນ່ານທະ​ເລ​ຂອງ​ເກາະ​ຕ້ຽຍອີ​ພ້ອມ​ດ້ວຍ​ເກາະດອນ​ຕ່າງໆ​ທີ່​ຢູ່​ບໍ​ລິ​ເວນ​ໃກ້​ຄຽງ,​​ເປີດ​ເຜີຍປຶ້ມ​ປົກ​ຂາວ"​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ຕັ້ງ​ແຕ່​ບູ​ຮານ​ນະ​ການ"​ເຫຼົ່າ​ນີ້​ເປັນ​ຕົ້ນຊຶ່ງ​ທັງ​ໝົດ​ນັ້ນ​ລ້ວນ​ແຕ່​ໄດ້​ແຈ້ງ​ຕໍ່​ພາຍ​ນອກ​ວ່າ:​ລັດ​ຖະ​ບານ​ຈີນ​ມີ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ​ແລະ​ມີ​ຄວາມ​ສາ​ມາດ​ແລະ​ພາ​ຫະ​ນະ​ຢ່າງ​ພຽງ​ພໍ​ໃນ​ການ​ປົກ​ປ້ອງ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ,​ບໍ່​ວ່າ​ໄພ​ຂົ່ມ​ຂູ່​ແລະ​ຄວາມ​ກົດ​ດັນ​ໃດໆ​ກໍ່ຕາມ​ທີ່​ມາ​ຈາກ​ພາຍ​ນອກ​ລ້ວນ​ແຕ່​ບໍ່​ສາ​ມາດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ເຖິງ​ຄວາມ​ຕັ້ງ​ໃຈ​ຂອງ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ໄດ້​ແຕ່​ຢ່າງ​ໃດ​ເລີຍ.

ໃນ2​ເດືອນ​ຜ່ານ​ມານີ້,ຍ້ອນ​ຍີ່​ປຸ່ນກໍ່​ເລື່ອງຂຶ້ນ​ດ້ວຍ​ການຊື້​ເກາະ​ຕ້ຽວ​ອີ,​ຈິ່ງ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ໄດ້ຫຼຸດລົງ​ເຖິງ​ຈຸດ​ຕ່ຳ​ສຸດ​ນັບ​ຕັ້ງ​ແຕ່​ສອງ​ປະ​ເທດ​ສ້າງ​ສາ​ຍພົວພັນ​ທາງ​ການ​ທູດ​ຄືນ​ເປັນ​ປົກກະຕິ​ເປັນ​ເວລາ40​ປີ​ມາ​ນີ້,ສະຖານະ​ການ​ຢູ່​ເກາະ​ຕ້ຽວ​ອີ​ກໍ່​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ຍ້ອນ​ເລື່ອງ​ນີ້.​ລັດ​ຖະ​ບານ​ຍີ່​ປຸ່ນ​ປະ​ຕິ​ບັດ​ໃນ​ຮູບ​ການ​ຫັນ​ເກາະ​ຕ້ຽວ​ອີ​ເປັນ​ຂອງ​ລັດ,​ສ້າງ​ເລື່ອງ​ທີ່​ອິດ​ທິ​ກຳ​ລັງ​ຝ່າຍ​ຂວາ​ຍີ່​ປຸ່ນ​ຢາກ​ເຮັດ​ນັ້ນ​ໃຫ້​ສຳ​ເລັດ,ນຳພາ​ຍີ່ປຸ່ນ​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເ​ລິກບົນ​ເສັ້ນທາງ​ອັນຕະລາຍ​.

ຈີນ​ຈະ​ບໍ່​ເປັນ​ຜູ້ທ້າ​ທາຍ​ເກາະ​ຜິດ,​ແຕ່​ຈີນ​ກໍ່​ບໍ່ມີ​ຄວາມ​ຫວາດ​ຫວັ່ນ​ແລະ​ຢ້ານ​ກົວຕໍ່​ການ​ທ້າ​ທາຍ​ເກາະ​ຜິດ​ໃດໆ​ທັງ​ສິ້ນ.​ໃນ​ບັນ​ຫາ​ທີ່​ກ່ຽວ​ພັນ​ກັບ​ສິດ​ອຳ​ນາດ​ອະ​ທິ​ປະ​ໄຕ​ດ້ານ​ດິນ​ແດນ​ຂອງ​ຊາດ,​ຫຼັກ​ໝັ້ນ​ແລະ​ເສັ້ນ​ພື້ນ​ຖານ​ຂອງ​ຈີນ​ແມ່ນ​ບໍ່​ອະ​ນຸ​ຍາດ​ໃຫ້​ຜູ້​ໃດ​ທ້າ​ທາຍ​​ເກາະ​ຜິດໄດ້​ຢ່າງ​ເດັດ​ຂາດ.​ຈີນ​ໃຊ້​ມາດ​ຕະ​ການ​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ດິນ​ແດນ​ຂອງ​ຕົນ​ແມ່ນ​ເລື່ອງ​ທີ່​ສົມ​ເຫດ​ສົມ​ຜົນ,​ແລະ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ຜູ້​ອື່ນ​ຕຳ​ໜິ​ຕິ​ຕຽນ​ໄດ້​ຢ່າງ​ເດັດ​ຂາດ.

ຖ້າຢາກເຮັດໃຫ້ການພົວພັນຈີນຍີ່ປຸ່ນກັບຄືນສູ່ຄວາມ​ເປັນ​ປົກ​ກະ​ຕິ,​ຍີ່​ປຸ່ນ​ໃນ​ຖາ​ນະ​ເປັນ​ຝ່າຍ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ທີ​ເກີດ​ຂຶ້ນ​ທັງ​ໝົດ​ນັ້ນ​ຕ້ອງ​ແກ້​ໄຂ​ຄວາມ​ຜິດ​ພາດ​ແລະ​ປະ​ຖິ້ມ​ຢ່າງ​ເດັດ​ຂາດ​ຕໍ່​ຄວາມ​ເພີ້​ຝັນ​ທີ່​ຢາກ​ຈະ​ສືບ​ຕໍ່​ຍຶດ​ຄອງ​ເກາະ​ຕ້ຽວ​ອີ.