ຈີນ​ແລະອາ​ຊຽນຈັດການ​ປຶກສາ​ຫາລື​ລະດັບ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ບໍ່​ເປັນ​ທາງ​ການ

(GMT+08:00) 2012-10-30 17:31:12     cri
ຈີນ​ແລະ​ອາ​ຊຽນ​ໄດ້​ຈັດການ​ປຶກສາ​ຫາລື​ລະດັບ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ບໍ່​ເປັນ​ທາງ​ການ​ໃນ​ວັນ​ທີ29​ຕຸລາ​ນີ້​ທີ່​ປະ​ເທດ​ໄທ​​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຜູ້ນຳ​ອາຊີ​ຕາ​ເວັນ​ອອກ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ​ໃນ​ໄວໆ​ນີ້.ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຈະ​ລົງ​ເລິກແລກປ່ຽນ​ຄວາມ​ເຫັນຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ເຫຼົ່າ​ນີ້​ເປັນ​ຕົ້ນ.

ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ທັງຫຼາຍ​ເຫັນ​ວ່າ​ພາຍ​ໃຕ້​ສະພາບ​ທີ່​ສະຖານະ​ການ​ໃນ​ສາກົນ​ແລະ​ພາກ​ພື້ນ​ເກີດ​ການ​ປ່ຽນ​ແປງ​ຢ່າງ​ສັບສົນ​,ຈີນ​ແລະ​ອາ​ຊຽນຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄວາມ​ເຫັນ,ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ເພື່ອ​ບັນລຸ​ການ​ພັດທະນາ​ຮ່ວມ​ກັນ.ປີໜ້າ​ແມ່ນ​ປີ​ທີ່ຈີນ​ແລະ​ອາ​ຊຽນສ້າງສາ​ຍພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດຄົບຮອບ10​ປີ,ສອງ​ຝ່າຍ​ຈະ​ຖື​ໂອກາດ​ນີ້​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆຢ່າງຮອບດ້ານ​ເຊັ່ນ​ການ​ເມື​ອງ,​ເສດຖະກິດ​ການ​ຄ້າ​ແລະ​ອື່ນໆ.

ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​​ເປັນ​ເອກະສັນ​ກັນ​ເຫັນ​ວ່າ:ກອງ​ປະຊຸມ​ຕ່າງໆ​ຂອງ​ຜູ້ນຳ​ອາຊີ​ຕາ​ເວັນ​ອອກ​ທີ່​ຈະ​ຈັ​ດຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ​ໃນ​​ເດືອນພະຈິກ​ໜ້າ​ນີ້​ເປັນ​ງານ​ພົບ​ປະ​ສັງ​ສັນຄັ້ງ​ສຳຄັນ​ຂອງ​ຜູ້ນຳ​ໃນ​ພາກ​ພື້ນ​ແຫ່ງ​ນີ້.ຝ່າຍ​ຕ່າງໆຫວັງ​ວ່າ​ກອງ​ປະຊຸມ​ຕ່າງໆ​ຂອງ​ຜູ້ນຳ​ອາຊີ​ຕາ​ເວັນ​ອອກ​ປີ​ນີ້​ຈະ​ສຸມ​ໃສ່​ຫົວ​ຂໍ້​ກ່ຽວ​ກັບ​ການ​ພັດທະນາ,​ເນັ້ນ​ໜັກ​​ເຖິງ​ນ້ຳ​ໃຈ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ເພື່ອ​ຜ່ານ​ຜ່າອຸປະສັກ​ນາໆ​ປະການ,​ເພີ່ມ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຕັ້ງ​ໃຈທີ່​ເດັດດ່ຽວ​ໃນ​ການ​ເຮັດ​ໃຫ້​ພາກ​ພື້ນ​ຂອງ​ຕົນ​ສາມາດ​ເອົາຊະນະ​ວິ​ກິດ​ການ​ໄປ​ໄດ້, ​ຮັກສາ​ການ​ພັດທະນາ​ແບບ​ຍືນ​ຍົງ,​ເພີ່ມ​ພະລັງ​ໃນ​ການ​ຊຸກ​ຍູ້​ໃຫ້​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ພັດທະນາ​ຢ່າງ​ປອດ​ໃສ.ຈີນ​​ໃຫ້​ຄວາມ​ສຳຄັນ​ຕໍ່​ອາ​ຊຽນທີ່​ເສີມ​ຂະຫຍາຍ​ບົດບາດການ​ນຳພາ​ໃນ​ຂະ​ບວນການ​ຮ່ວມ​ມື​ຂອງ​ອາຊີ​ຕາ​ເວັນ​ອອກ.

ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ໄດ້​ປຶກສາ​ຫາລື​ຄວາມ​ຄືບ​ໜ້າ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ແຫ່ງ​ການ​ປະ​ພຶດ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້,​ແລະ​ເຫັນ​ວ່າ,​ການ​ປົກ​ປັກ​ຮັກ​ສາ​ສະ​ຖາ​ນະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມນັ້ນ​ແມ່ນ​ສຳຄັນ​ທີ່​ສຸດ.ຝ່າຍ​ຕ່າງໆ​ກ່າວ​ວ່າ​ຈະ​ປະ​ຕິ​ບັດ​ຖະ​ແຫຼ​ງການ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນດາ​ຝ່າຍ​ໃນທະ​ເລ​ຈີນ​ໃຕ້​ຢ່າງ​ຮອບ​ດ້ານ,​ສະ​ໜັບ​ສະ​ໜູນ​ກຳ​ປູ​ເຈຍ​ຈັດ​ງານ​ສຳ​ມະ​ນາ​ເພື່ອ​ລະ​ລຶກ​ວັນ​ຄົບ​ຮອບ​10​ປີ​ຂອງ​ການ​ລົງ​ນາມ​ໃນ​ຖະ​ແຫຼ​ງ​ການ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້.​ຝ່າຍ​ຕ່າງໆ​ຍັງ​ເຫັນ​ວ່າ:​ຄວນ​ຮັກ​ສາ​ທ່າ​ອ່ຽງ​ການ​ສົນ​ທະ​ນາ​ແລະ​ການ​ແລກ​ປ່ຽນ​ຄວາມ​ເຫັນ​ໃນ​ປະ​ຈຸ​ບັນ,​ຕັ້ງ​ໜ້າ​ສ້າງ​ເງື່ອນ​ໄຂ​ໃນ​ການ​ປຶກ​ສາ​ຫາ​ລື​ໃຫ້​ບັນ​ລຸ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ແລ້ວ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ໃຫ້​ບັນ​ລຸ​ການ​ສ້າງ​ຫຼັກ​ການ​ດ້ານ​ການ​ກະ​ທຳ​ຢູ່​ທະ​ເລ​ຈີນ​ໃຕ້​ໃຫ້​ສຳ​ເລັດ​ໃນ​ທີ່​ສຸດ.