ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຝຣັ່ງຂຽນ​ບົດ​ຄວາມ​ລົງໜັງສືພິມ​ທີ່​ສຳຄັນ​ຂອງ​ຝຣັ່ງ​ເພື່ອຊີ້​ໃຫ້​​ເຫັນ​ບັນຫາ​ອະທິປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ

(GMT+08:00) 2012-10-31 15:47:29     cri
ຕາມ​ຂ່າວສານ​ຊີ​ນຮວາ:ທ່ານ​ຂົງຊວນ,​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຝຣັ່ງ​ໄດ້​ຂຽນ​ບົດ​ຄວາມທີ່​ລົງ​ນາມຂອງ​ທ່ານ​ເອງລົງ​ໃນໜັງ​ສືພິມ《​ເລີ ມົງ​ເດີ》​ເຊິ່ງ​ເປັນໜັງສືພິມ​ລາຍ​ວັນ​ທີ່​ສຳຄັນ​ຂອງ​ຝຣັ່ງສະບັບ​ວັນ​ທີ 31 ຕຸລາ​ນີ້​ໂດຍ​ພາດ​ຫົວ​ເລື່ອງ​ວ່າ:《​ເກາະ​ຕ້ຽວ​ອີ​ແມ່ນ​ຂຶ້ນ​ກັບ​ຈີນ,ບໍ່​ແມ່ນ​ຂຶ້ນ​ກັບ​ຍີ່ປຸ່ນ》.

ບົດ​ຄວາມ​ຂອງ​ທ່ານ​ຂົງຊວນ​ຂຽນ​ວ່າ:​ເອກະສານ​ປະຫວັດສາດ​ຫຼາຍ​ສະບັບ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ,​ເກາະ​ຕ້ຽວ​ອີ​ແມ່ນ​ຂຶ້ນ​ກັບ​ຈີນ,​ໃນ​ແຜນ​ທີ່​ຫຼາຍ​ສະບັບ​ທີ່​​ເກັບຮັກສາ​ໄວ້​ໃນ​ຫໍສະໝຸດ​ແຫ່ງ​ຊາດ​ຝຣັ່ງ​ເຊັ່ນ​​ແຜນ​ທີ່​ທີ່​ແຕ້ມ​ໂດຍທ່ານກວີນ​ໂລມ ​ເດີລິ​ສ​ເລີ​ເມື່ອ​ປີ 1772,​ແຕ້ມ​ໂດຍ​ທ່ານ​ດິ​ດີ​ເອ ​ໂຣ​​ເບີດ ​ເດີ ​ໂວກົງ​ດີ​ເມື່ອ​ປີ 1778​,ແຕ້ມ​ໂດຍ​ທ່ານ​ອາ​ເລັກ​ຊັນ​ເດຼີ ບລົງ​ໂດເມື່ອ​ປີ 1817 ​ແລະ​ອື່ນໆ,ລ້ວນ​ແຕ່​ໄດ້​ໝາຍ​ອອກ​ຢ່າງ​ຈະ​ແຈ້ງວ່າ​ເກາະ​ຕ້ຽວ​ອີ​ແມ່ນ​ຂຶ້ນ​ກັບ​ຈີນ.

ທ່ານ​ຂົງຊວນຂຽນ​ຕໍ່​ໄປວ່າ,ການ​ມອບ​ເກາະ​ຕ້ຽວ​ອີ​ຄືນ​​ໃຫ້​ຈີນ,​ແມ່ນ​ພັນທະ​ທາງ​ດ້ານ​ກົດໝາຍ​ທີ່​ຍີ່​ປຸ່ນ​ເຊິ່ງ​ເປັນ​ປະ​ເທດ​ປະລາ​ໄຊ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2 ຕ້ອງຮັບ​ພາລະຕາມ​ສັນຍາ.​ໃນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ຫັນ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຈີນກັບ​ຍີ່ປຸ່ນ​ເປັນປົກກະຕິ​ໃນ​ປີ 1972​ ​ແລະ​ກ່ຽວ​ກັບ《ສົນທິສັນຍາ​ວ່າ​ດ້ວຍ​ສັນຕິພາບ​ແລະ​ມິດຕະພາບ​ລະຫວ່າງ​ຈີນຍີ່ປຸ່ນ》​ໃນ​ປີ 1978,ຜູ້ນຳ​ຈີນ​ເຊັ່ນ​ທ່ານ​ໂຈວເອິນລາຍ​,ທ່ານ​ເຕິ້ງ​ສຽວ​ຜີ​ງ​ແລະທ່ານ​ອື່ນໆ​ໄດ້​ສະ​ເໜີ​ວ່າໃຫ້"​​​ໂຈະຄວາມ​ຂັດ​ແຍ່ງກ່ຽວ​ກັບ​ເກາະ​ຕ້ຽວ​ອີ​ໄວ້​ກ່ອນ",​ແລະ​ໄດ້​ບັນລຸ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຄວາມ​ຮັບ​ຮູ້​ຄື​ກັນ​ກັບ​ຜູ້ນຳ​ຍີ່ປຸ່ນ​ໃນ​ຄາວ​ນັ້ນ.ນີ້​ແມ່ນ​ສິ່ງ​ຮັບປະກັນດ້ານ​ການ​ເມືອງ​ທີ່​ສຳຄັນອັນ​ໜຶ່ງ​ທີ່​ເຮັດ​ໃຫ້​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຫັນ​ເປັນ​ປົກກະຕິ.

ບົດ​ຄວາມ​ຂອງ​ທ່ານ​ຂົງ​ຊວນ​ຍັງ​ຊີ້​ອອກ​ວ່າ:ຈີນ​ກັບ​ຍີ່ປຸ່ນ​ແມ່ນ​ສອງ​ປະ​ເທດທີ່​​ໃກ້​ຄຽງ​ກັນ,ມີວັດ​ທະນະ​ທຳ​ທີ່​ຄ້າຍ​ຄື​ກັນ,​ເສດ​ຖະກິດ​​ເຊື່ອມ​ໂຍງ​ເຂົ້າ​ກັນ,ສອງ​ຝ່າຍ​ໄດ້​ມີ​ການ​ພົວພັນທີ່​​ຕ່າງ​ຝ່າຍ​ຕ່າງເພິ່ງ​ພາ​ອາ​ໄສກັນ​ໃນ​ດ້ານ​ເສດຖະກິດ​ການ​ຄ້າ​ຢ່າງ​ເລິກ​ເຊິ່ງທີ່​ສຸດ,​ແລະບໍ່​ສາມາດ​ທີ່​ຈະຕັດ​ແຍກ​ອອກ​ຈາກ​ກັນໄດ້.​ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະທີ່​ເສດຖະກິດ​ໂລກ​ໄດ້​ສືບ​ຕໍ່ຊຸດ​ໂຊມ​ລົງຍ້ອນ​ວິ​ກິດ​ການ​ເສດຖະກິດຄື​ດັ່ງ​ໃນ​ປະຈຸ​ບັນ​ນີ້,ຍິ່ງ​ຕ້ອງການ​​ໃຫ້​ຈີນ​ກັບ​ຍີ່ປຸ່ນ​ເກາະ​ແຂນ​ກັນ​​ເພີ່ມ​ທະວີ​ການ​ຮ່ວມ​ມື.

ໃນ​ຕອນ​ທ້າຍ​ບົດ​ຄວາມ,ທ່ານ​ຂົງຊວນຂຽນ​ເນັ້ນວ່າ:ພວກຂ້າພະ​ເຈົ້າບໍ່​ຢາກ​ເຫັນ​ສະພາບທີ່​ຫຍຸ້ງຍາກໃນ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ໃນ​ປະຈຸ​ບັນ​ນີ້ສືບ​ຕໍ່​ໄປ.ພວກຂ້າພະ​ເຈົ້າພຽງ​ແຕ່​ຫວັງ​ວ່າ,ຍີ່ປຸ່ນ​ຈະແກ້​ໄຂຄວາມ​ຜິດພາດ​ຂອງ​ຕົນ​ໂດຍ​ໄວ.ດຽວ​ນີ້,ລູກກະ​ແຈ​ແມ່ນ​ຢູ່​ໃນກຳ​ມືຂອງ​ຍີ່ປຸ່ນ.