ປະຊາຊົນ​ລາວ​ສະຫຼອງ​ບຸນ​ອອກ​ພັນ​ສາ​ຢ່າງ​ເບີກບານ​ມ່ວນ​ຊື່ນ

(GMT+08:00) 2012-10-31 16:42:12     cri

ເຄື່ອງໄຫຼເຮືອໄຟ

ວັນ​ທີ30​ຕຸລາກົງ​ກັບ​ມື້​ຂຶ້ນ15ຄ່ຳເດືອນ11​ພສ2555ຊຶ່ງ​ເປັນ​ບຸນ​ຕາມ​ປະ​ເພນີ​ຂອງ​ລາວ​ແມ່ນ​ບຸນ​ອອກ​ພັນ​ສາ​ປະ​ວໍລະນາ.​ໃນ​ຕອນຄ່ຳ​ຈະ​ມີ​ການ​ໄຫຼ​ເຮືອ​ໄຟ​ໂຄກ​ແລະ​ໄຫຼ​ເຮືອ​ໄຟ​ນ້ຳ​ຊຶ່ງ​ເປັນ​ປະ​ເພນີ​ອັນ​ດີງາມ​ທີ່​ຂາດ​ບໍ່​ໄດ້.

ໄຫຼເຮືອໄຟໃນສາຍນ້ຳຂອງ

ການ​ໄຫຼ​ເຮືອ​ໄຟ​ມີ​ຄວາມ​ໝາຍ​ວ່າ:​ເປັນ​ການ​ໄລ່​ສິ່ງ​ບໍ່​ດີ​ອັປະ​ມຸງຄຸນ​ຕ່າງໆ​​ໃຫ້​ໄຫຼ​ໄປ​ຕາມ​ນ້ຳ,ພ້ອມ​ທັງ​ຕັ້ງ​ຈິດ​ອະ​ຖິຖານ​ຂໍ​ພອນ​ອັນ​ດີງາມ​ໃຫ້​ແກ່​ຕົນ​ເອງ​ແລະ​ຄອບຄົວ​ຕະຫຼອດ​ຮອດ​ໝູ່​ເພື່ອນ​ຍາ​ດພີ່ນ້ອງ.​ໃນ​ເວລາ​ຄ່ຳ​ຄືນ​ຢູ່​ແຄມ​ຂອງ​ທີ່​ນະຄອນຫຼວງ​ວຽງ​ຈັນ​ແມ່ນ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ຢ່າງ​ມາກ​ມາຍ​ກ່າຍກອງ​ທີ່​ໄປ​ທ່ຽວບຸນ​ຢ່າງ​ມ່ວນ​ຊື່ນ.

1 2 3