ທ່ານ ດຣ ທອງ​ລຸນ ສີ​ສຸ​ລິດ ຊີ້​ໃຫ້​ເຫັນ​ວ່າ:​ການ​ເຂົ້າ​ສະ​ມາ​ຊິກ​WTO​ຂອງ​ລາວ​ມີ​ຜົນ​ປະ​ໂຫຍດ​ຫລາຍ​ກວ່າ​ຜົນ​ເສຍ

(GMT+08:00) 2012-10-31 19:14:01     cri
ໃນ​ກອງ​ປະຊຸມ​ສະພາໃຫ່ຍສະ​ໄໝວິສາມັນ​ຂອງ​ອົງການ​ການ​ຄ້າ​​ໂລກທີ່​ໄດ້​ໄຂ​ຂື້ນ​ໃນ​ວັນ​ທີ 26 ຕຸລາ​ນີ້, ທີ່​ນະ​ຄອນ​ເຊີ​ແນວ ປະ​ເທດ​ສະ​ວິດ​ເຊີ​ແລນ​ເພື່ອ​ຮັບ​ຮອງ​ເອົາ​ເອ​ກະ​ສານ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ຂອງ​ລາວ, ​ທ່ານ​ດຣ​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ມີ​ຄຳ​ເຫັນ​ວ່າ:​ບົດ​ຮຽນ​ຂອງ​ປະ​ເທດ​ເພື່ອນ​ມິດ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ກັບ​ສາກົນ​ສ້າງ​ຜົນ​ປະ​ໂຫຍດ​ຫລາຍ​ກວ່າ​ຜົນ​ເສຍ,​ພາຍ​ຫລັງ​10​ປີ​ຂອງ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​WTO,​ຈີນ ​ໄດ້​ກ້າວ​ຈາກ​ຄູ່​ຄ້າ​ອັນ​ດັບ​ທີ 7 ຂອງ​ໂລກ​ໃນ​ປີ 2000 ມາ​ເປັນອັນ​ດັບ​ທີ 2 ​ຖັດຈາກ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ນັບ​ແຕ່​ປີ 2011 ​ເປັນ​ຕົ້ນ​ມາ.​ບົດ​ຮຽນ​ຂອງ ຫວຽດ​ນາມ ທີ່​ຄົບ​ຮອບ 5​ປີ​ໃນ​ປີ 2012​ໄດ້​ຢັ້ງ​ຢືນ​ເຊັ່ນ​ດຽວ​ກັນ​ໂດຍ​ມີ​ການ​ລົງ​ທຶນ​ຕ່າງ​ປະ​ເທດ​ແລະ​ການ​ສົ່ງ​ອອກ​ເພີ່ມ​ສູງ​ຂື້ນ 20%​ຕໍ່​ປີ ໂດຍ​ສະ​ເລ່ຍ.

ປັດຈຸບັນນີ້,​ການ​ຄ້າ​ລະ​ຫວ່າງ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ໄດ້​ກວມ​ເອົາ 96 % ຂອງ​ມູນ​ຄ່າ​ການ​ຄ້າ​ຢູ່​ໃນ​ໂລກ​ແລະ​ມີ​ທ່າ​ອ່ຽງ​ເພີ່ມ​ຂື້ນ​ເລື້ອຍໆ​ພາຍ​ຫລັງ​ທີ​ລັດ​ເຊຍ​ເຂົ້າ​ເປັນ​ສະ​ມາ​ຊິກ,​ລາວ​ເປັນ​ປະ​ເທດ​ສຸດ​ທ້າຍ​ຂອງ​ກຸ່ມ​ອາ​ຊຽນ​ທີ່​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ,​ດັ່ງ​ນັ້ນ, ຄວາມ​ຄາດ​ຫວັງ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ທີ່​ລາວ​ຈະ​ໄດ້​ຮັບ​ແມ່ນ​ລາວ​ມີ​ໂອກາດ​ຂະ​ຫຍາຍ​ຖານ​ຕະ​ຫລາດ​ໃຫ້​ກວ້າງ​ອອກ​ແລະ​ມີ​ສະ​ຖຽນ​ລະ​ພາບ​ກວ່າ​ເກົ່າ, ລາວ​ຈະ​ມີ​ສິດ​ເທົ່າ​ທຽມ​ກັບ​ປະ​ເທດ​ອື່ນ​ໃນ​ການ​ດຳ​ເນີນ​ການ​ຄ້າ​ສາ​ກົນ​ບົນ​ພື້ນ​ຖານ​ຫລັກ​ການ​ອັນ​ດຽວ​ກັນ​ໂດຍ​ຈະ​ບໍ່​ໄດ້​ຮັບ​ການ​ເລືອກ​ປະ​ຕິ​ບັດ.​ອົງ​ການ ​ກາ​ນຄ້າ​ໂລກມີ​ກົນ​ໄກ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ການ​ຄ້າ​ທີ່​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ,​ບົດ​ບາດ​ການ​ເມືອງ​ຂອງລ​າວຈະ​ໄດ້​ຮັບ​ການ​ຍົກ​ສູງ​ຂື້ນ​ຕື່ມ​ອີກ​ຢູ່​ໃນ​ພາກ​ພື້ນ​ແລະ​ໃນ​ເວ​ທີ​ໂລກ.​ພ້ອມ​ດຽວ​ກັນ​ນີ້ ກໍ​ຈະ​ມີ​ອຳ​ນາດ​ຕໍ່ລອງ​ໃນ​ການ​ເຈລະຈາ​ການ​ຄ້າ​ແລະ​ອື່ນໆ​ໂດຍ​ຮ່ວມ​ກັບ​ກຸ່ມ​ອາຊຽນ​ແລະ​ກຸ່ມ​ປະ​ເທດ​ດ້ອຍ​ພັດ​ທະ​ນາ,​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງການ​ການ​ຄ້າ​ໂລກ​ຂອງ​ລາວ​ຍັງ​ຈະ​ເປີດ​ໂອກາດ​ໃຫ້​ທັງ​ໃນ​ພາກ​ລັດ​ແລະ​ທຸລະ​ກິດ​ໄດ້​ພັດ​ທະ​ນາ​ຄວາມ​ຮູ້​ແລະ​ຄວາມ​ສາ​ມາດ​ດ້ານ​ການ​ຄ້າ​ໃນ​ລະ​ດັບ​ສາ​ກົນ,​ສ້າງ​ເງື່ອນ​ໄຂ​ອັນ​ຈຳ​ເປັນ​ແກ່​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ຍາດ​ເອົາ​ຜົນ​ປະ​ໂຫຍ​ດ​ແມ່ນ​ຈະ​ຂື້ນ​ກັບ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ​ໂດຍ​ສະ​ເພາະ​ລະ​ບອບ​ລະ​ບຽບ​ບໍ​ລິ​ຫານ​ແລະ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ​ຂອງ​ທຸ​ລະ​ກິດ,​ແລະ​ຄ່ຽງ​ຄູ່​ກັນ​ນັ້ນ ຄາດ​ວ່າ​ລາວ​ຈະ​ມີ​ສິ່ງ​ທ້າ​ທາຍ​ຈຳ​ນວນ​ໜຶ່ງ​ເປັນ​ຕົ້ນ​ແມ່ນ:​ຄວາມ​ເຂົ້າ​ໃຈ​ຂອງ​ບັນດາ​ຂະ​ແໜງ​ການ​ພາກ​ລັດ​ສ່ວນ​ໃຫຍ່​ນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ລວມ​ທັງ​ພາກ​ທຸ​ລະ​ກິດ​ແລະ​ປະ​ຊາ​ຊົນ​ທົ່ວ​ໄປ​ກ່ຽວ​ກັບ​ຫລັກ​ການ​ພື້ນ​ຖານ, ​ສັນ​ຍາ​ແລະ​ພັນ​ທະ​ໃນ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງການ​ການ​ຄ້າ​ໂລກ​ຍັງ​ມີ​ຄວາມ​ຈຳກັດ​ຢູ່, ພື້ນ​ຖານ​ການ​ຜະ​ລິດ​ຂອງ​ລາວ​ແມ່ນ​ຍັງ​ອ່ອນ​ນ້ອຍ​ແລະ​ຍັງ​ຂາດ​ລະ​ບົບ​ຄຸ້ມ​ຄອງ​ຄຸນ​ນະ​ພາບ​ທີ່​ດີ,​ການ​ສົ່ງ​ອອກ​ແມ່ນ​ຍັງ​ອາ​ໄສ​ການ​ຄ້າ​ຊາຍ​ແດນ​ແລະ​ແບບ​ບໍ່​ເປັນ​ທາງ​ການ,​ສະ​ນັ້ນ​ຖ້າ​ບໍ່​ມີ​ການ​ກະ​ກຽມ​ຄວາມ​ພ້ອມ ລວມ​ທັງ​ການ​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້,​ພັດ​ທະ​ນາ​ຕົນ​ເອງ​ແລະ​ບຸກ​ທະ​ລຸ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ແລະ​ການ​ຄ້າ​ໃຫ້​ດີກ​ວ່າ​ເກົ່າ,​ລາວ​ອາດ​ຈະ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເທົ່າ​ທີ​ຄວນ​ໃນ​ໄລຍະ​ສັ້ນ​ເມື່ອ​ທຽບ​ໃສ່​ປະ​ເທດ​ຫວຽດ​ນາມ