ພິທີ​ສຳ​ເລັດ​ການ​ປຸກ​ສ້າງ​ແລະມອບ​ຮັບບ້ານ​ພັກ​ວິນ​ລາ​ອາ​ເຊັມ​ຈັດ​ຂື້ນ

(GMT+08:00) 2012-11-01 21:04:44     cri


ພິທີ​ສຳ​ເລັດ​ການ​ປຸກ​ສ້າງ​ບ້ານ​ພັກ​ອາ​ເຊັມວິນ​ລາ ​ແລະ​ສົ່ງ​ມອບ​ເພື່ອ​ການນຳ​ໃຊ້​ໄດ້​ຈັດ​ຂຶ້ນ​ຢູ່​ຫ້ອງ​​ໂຖງທີ່​ອະລັງການ ຂອງ​ຕຶກ​ອາຄານ​ສະ​ໂມ​ສອນ​ຊຸມ​ຊົນ ບ້ານ​ອາ​ເຊັມວິນ​ລາ​ໃນ​ວັນ​ທີ1ພະຈິກ2012, ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດ​ຖະມົນຕີ, ທ່ານ​ທອງ​ລຸນ ສີ​ສຸລິດ, ​ຮອງ​ນາຍົກລັດ​ຖະມົນ​ຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດລາວ,​ ທ່ານ​ນາງ​ປູ້​ຈ້ຽນກົວ,​​ ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ, ນາງ​ລໍ​ຢ້ຽນ, ປະທານ​ບໍລິສັດ CAMCE ວິສະວະກຳ​ສາກົນຈີນ​ຈຳກັດ ​ໄດ້​ໃຫ້ກຽດເຂົ້າຮ່ວມ​ການຕັດແຖບ​ຜ້າໃນຄັ້ງນີ້,​ບັນດາທູ​ຕານຸທູດ,​ ຂັ້ນນຳລັດ​ຖະບານ, ຜູ້ຕາງໜ້າ​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ ພ້ອມ​ດ້ວຍ​ສື່​ມວນ​ຊົນ​ພາຍ​ໃນ​​ແລະ​ຕ່າງປະ​ເທດ​ໄດ້​ເຂົ້າ​ຮ່ວມ​ພິທີ​ຄັ້ງ​ນີ້.

ໃນ​ພິທີ​,​ ທ່ານ​ທອງ​ສິນ ທຳ​ມະ​ວົງ​ຂຶ້ນ​ກ່າວ​ຄຳ​ປາ​ໄສ​​ໂດຍ​ຕີ​ລາຄາ​ສູງ​ຕໍ່​ການ​ປຸກ​ສ້າງ​ບ້ານ​ອາ​ເຊັມວິນ​ລາ, ພ້ອມ​ກັບ​ສົ່ງ​ຄຳ​ອວຍພອນ​ອັນ​ປະ​ເສີດ​ໃຫ້​ແກ່​ໂຄງການ​ດັ່ງກ່າວ.


ໂຄງ​ການ​ບ້ານ​ອາ​ເຊັມວິນ​ລາ, ​ແມ່ນ​ມີໜ້າ​ທີ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ລັດຖະບານ​ລາວ​ເພື່ອ​ຕ້ອນຮັບ​ຜູ້ນຳ​ອາ​ເຊັມ, ​ມີ​ບ້ານ​ວິນ​ນາ​ຈຳນວນ 50 ຫຼັງ, ຊຶ່ງ​ແມ່ນ​ບໍລິສັດ​CAMCE​ເປັນ​ຜູ້​ລົງທຶນ​ປຸກ​ສ້າງ​ຂຶ້ນ.