ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຍີ່ປຸ່ນ​ຊັກ​ຊວນ​ປະ​ເທດອື່ນມາ​ເປັນ​ປໍ​ລະ​ປັກ​​ກັບ​ຈີນ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ​ຈະ​ເສຍ​ແຮງ​ລ້າໆ

(GMT+08:00) 2012-11-02 10:18:37     cri
ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ1​ພະຈິກ​ນີ້, ທ່ານ​ຮົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຍີ່ປຸ່ນ​ຊັກ​ຊວນ​ປະ​ເທດອື່ນມາ​ເປັນ​ປໍ​ລະ​ປັກ​ກັບ​ຈີນ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ​ຈະ​ເສຍ​ແຮງ​ລ້າໆ.

​ມີ​ນັກ​ຂ່າວ​ຖາມ​ວ່າ, ຕາມ​ຂ່າວ​ແຈ້ງວ່າ, ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ​ໃນ​ເວລາ​ທ່ານ​ເຄນີຈີ​ໂຣ ຊາ​ຊາ​ເອ ຈະ​ໄປ​ດຳລົງ​ຕຳ​ແໜ່​ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ​ປະຈຳ​ອາ​ເມ​ລິ​ກາ​ຕອບ​ສຳພາດ​ຂອງ​ນັກ​ຂ່າວ, ທ່ານ​ກ່າວ​ວ່າ, ອາ​ເມ​ລິ​ກາ​ເດັດຂາດ​ບໍ່ແມ່ນ​ເປັນກາງ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ. ສ່ວນ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ຕອບ​ວ່າ, ອາ​ເມ​ລິ​ກາ​ບໍ່​ມີ​ຫຼັກ​ໝັ້ນ​ໃນ​ບັນຫາ​ສິດ​ອະທິປະ​​ໄຕ​ຂອງ​ເກາະ​ຕ້ຽວ​ອີ. ຈີນ​ມີ​ຄຳ​ວິຈານ​ແນວ​ໃດ​ຕໍ່​ຄຳ​ເວົ້າ​ຂອງ​ຍີ່ປຸ່ນ​ແລະ​ອາ​ເມ​ລິ​ກາ?

ທ່ານ​ຮົງ​ເຫຼີ​ຍກ່າວ​ວ່າ, ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນຂອງ​ຈີນ​ມາ​ແຕ່​ບູຮານ​ນະ​ການ, ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ມີ​ຄວາມ​ສາມາດ​ປົກ​ປ້ອງ​ອະທິປະ​ໄຕ​ແລະ​ຜືນ​ແຜ່​ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ. ຍີ່ປຸ່ນ​ມີ​ເຈດ​ຈຳນົງ​ຊັກ​ຊວນ​ປະ​ເທດ​ອື່ນມາ​ເປັນ​ປໍ​ລະ​ປັກ​ກັບ​ຈີນ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ, ​ແລະການ​ກະທຳ​ແບບ​ນີ້​ຈະ​ເປັນການເສຍ​ແຮງ​ລ້າໆ.