ນະຄອນຫຼວງວຽງຈັນ​ຈັດ​ກຳ​ລັງ​ຫຼາຍ​ພັນ​ຄົນ​ລົງ​ປະ​ຈຳ​ພື້ນ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ອາ​ເຊັມ

(GMT+08:00) 2012-11-02 17:10:11     cri
ນະ​ຄອນ​ຫຼວງ​ວຽງ​ຈັນ​ຈັດ​ກຳ​ລັງ​ເຈົ້າໜ້າທີ່ ປກສ-ປກຊ​ຫຼາຍ​ພັນ​ຄົນ​ລົງ​ປະ​ຈຳ​ພື້ນ​ທີ່​ເພື່ອ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສຳ​ນັກ​ງານ,​ອົງ​ການ​ຈັດ​ຕັ້ງ​ຢູ່​ໃນ​ຂັ້ນ​ສູນ​ກາງ​ແລະ ທ້ອງ​ຖິ່ນ, ເພື່ອ​ຮັບ​ປະ​ກັນ​ດ້ານ​ຄວາມ​ສະ​ຫງົບ,​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ສັງ​ຄົມ​ແນ​ໃສ່​ປູ​ພື້ນ​ຖານ​ແລະ​ສ້າງ​ສິ່ງ​ອຳນວຍ​ຄວາມ​ສະ​ດວກ​ແກ່​ການ​ດຳ​ເນີນ​ກອງ​ປະ​ຊຸມ​ແລະ ວຽກ​ງານ​ສຳ​ຄັນ​ຕ່າງໆ​ຂອງ​ຊາດ​ໃຫ້​ມີ​ຄວາມ​ສະ​ຫງົບ, ​ໂດຍ​ສະ​ເພາະ​ແມ່ນ​ເຮັດ​ໃຫ້​ກອງ​ປະ​ຊຸມ​ອາ​ເຊັມ 9ດຳ​ເນີນ​ໄປ​ດ້ວຍ​ຄວາມ​ປອດ​ໄພ.