ນາຍົກ​ລັດຖະ​ມົນ​ຕີ​ຈີນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ອາ​ເຊັມ​ຄັ້ງ​ທີ​9​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ເອົາ​ໃຈ​ໃສ່​ນຳ​ການ​ພົວ​ພັນ​ຈີນ​-​ລາວ​ໃນ​ລະ​ດັບ​ສູງ

(GMT+08:00) 2012-11-02 20:07:55     cri
ຕາມ​ຂ່າວCRI: ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີ​ລົບ​ຄັ້ງ​ທີ 9 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ຂອງ​ລາວ​ແຕ່​ວັນ​ທີ 5 ຫາ​ວັນ​ທີ 6 ພະ​ຈິກ​ນີ້,​ທ່ານ​ເວີນ​ເຈຍ​ປາວ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ, ​ແລະ​ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ວັນ​ທີ​1,​ທ່ານ​ນາງ​ປູ້​ຈ້ຽນ​ກົວ, ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ກ່າວ​ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​​ໃນ​ວັນ​ທີ​1​ພະ​ຈິກ​ນີ້​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ຂອງ​ລາວ​ວ່າ, ໃນ​ໄລ​ຍະ​ສຳ​ຄັນ​ທີ່​ຈີນ​ພວມ​ກະ​ກຽມ​ກອງ​ປະ​ຊຸມ​​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນຢູ່​ກໍ​ຕາມ, ​ແຕ່​ທ່ານ​ເວີ່ນ​ເຈ່ຍ​ປາວ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກໍ່​ໄດ້​ຕັດ​ສິນ​ໃຈ​ເດີນ​ທາງ​ຢ້ຽມ​ຢາມ​ລາວ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​-​ເອີ​ລົບ, ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນວ່າ​ພັກ​ແລະ​ລັດ​ຈີນ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ລາວ​ແລະ​ສະ​ໜັບ​ສະ​ໜູນ​ລາວ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ເອີ​ລົບ​ຢ່າງ​ເດັດ​ດ່ຽວ.

ທ່ານນາງ​ປູ້​ຈ້ຽນ​ກົວ​ກ່າວ​ຕໍ່​ໄປ​ວ່າ,​ການ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ​ຄັ້ງ​ທີ 9 ​ແມ່ນ​ເລື່ອງ​ສຳ​ຄັນ​ທີ່​ສຸດ​ໃນ​ປີ​ນີ້​ຂອງ​ທົ່ວ​ພັກ​ແລະ​ປະ​ຊາ​ຊົນ​ຊົນ​ເຜົ່າ​ຕ່າງໆ​ທົ່ວ​ປະ​ເທດ​ລາວ, ຈີນ​ສະ​ໜັບ​ສະ​ໜູນ​ລາວ​ຈັດ​ກອງ​ປະ​ຊຸມ​ຢ່າງ​ຮອບ​ດ້ານ. ​ໂຄງ​ການ​ສຳ ຄັນ​ຕ່າງໆ​ທີ່​ຈີນ​ຊ່ວຍ​ສ້າງ​ເຫຼົ່າ​ນັ້ນ ​ເຊັ່ນ,​ຫໍ​ປະ​ຊຸມ​ແຫ່ງ​ຊາດ​ລາວ, ​ໂຄງ​ການ​ປັບ​ປຸງ​​ຍົກ​ລະ​ດັບ​ສະ​ໜາມ​ບິນ​ສາກົນ​ວັດ​ໄຕ​ວຽງ​ຈັນ​ແລະ ບ່ອນ​ພັກ​ຂອງ​ຫົວ​ໜ້າ​ຄະນະ​ຜູ້​ແທນ​ເປັນ​ຕົ້ນ ​ໄດ້​ສ້າງ​ສຳ​ເລັດ ​ແລະ ມອບ​ໃຫ້​ນຳ​ໃຊ້​ແລ້ວ.​ຈີນ​ຍັງ​ໄດ້​ແນະ​ນຳ​ບົດ​ຮຽນ​ແລະ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ​ຂອງ​ຈີນ​ໃນ​ການ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​ໃນ​ປີ​2008​ໃຫ້​ພາກ​ສ່ວນ​ຕ່າງໆ​ຂອງ​ລາວ.​ພວກ​ຂ້າ​ພະ​ເຈົ້າ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເຫັນ,​ພາຍ​ໃຕ້​ການ​ນຳ​ພາ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ພັກ​ແລະ ລັດ​ຖະ​ບານ​ລາວ, ວຽກ​ງານ​ກະ​ກຽມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​ໃນ​ດ້ານ​ຕ່າງໆ​ໄດ້​ສຳ​ເລັດ​​ແລ້ວ,​ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ກອງ​ປະ​ຊຸມ​ຍ່ອມ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ.​ເມື່ອ​ເວົ້າ​ເຖິງ​ການ​ພົວ​ພັນ​ຈີນ​-​ລາວ,​ທ່ານ​ນາງ​ປູ້​ຈ້ຽນ​ກົວ​ກ່າວ​ວ່າ,​ຈີນ​ກັບ​ລາວ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ທີ່​ມີ​ສາຍ​ພູ​ແລະ​ແມ່​ນ້ຳ​ຕິດ​ຈອດ​ກັນ,​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ມີ​ມາ​ແຕ່​ບູ​ຮານ​ນະ​ການ.​ນັບ​ແຕ່​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ເປັນ​ເວ​ລາ​51​ປີ​ມາ​ນີ້, ​ໂດຍ​ສະ​ເພາະ​ແມ່ນ​ສອງ​ປະ​ເທດ​ໄດ້​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ໃນ​ປີ 2009 ມາ​ນີ້,​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ທ່ວງ​ທ່າ​ທີ່​ດີ​ຂຶ້ນ,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ຈຸດ​ພິ​ເສດ 3 ຢ່າງ​ຄື:​ໜຶ່ງ,​ຜູ້​ນຳ​ຊັ້ນ​ສູງ​ສອງ​ປະ​ເທດ​ໄປ​ມາ​ຫາ​ສູ່​ແລກ​ປ່ຽນ ຊຶ່ງ​ກັນ​ແລະ​ກັນ​ເລື່ອຍໆ.​ນັບ​ແຕ່​ຕົ້ນ​ປີ​ນີ້,​ຜູ້​ນຳ​ທ່ານ​ຕ່າງໆ​ຂອງ​ຈີນ ​ເຊັ່ນ,​ທ່ານ​ເຮີ້​ກົວ​ຊຽງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ,​ເລ​ຂາ​ຄະ​ນະ​ກຳ​ມະ​ການ​ກວດ​ກາ​ລະ​ບຽບ​ວິ​ໄນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ທ່ານ​ລຽງ​ກວ່າງ​ເລ້ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ,​ທ່ານ​ເມີ້ງ​ຈ້ຽນ​ຈູ້,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ​ເປັນ​ຕົ້ນ​ໄດ້​ຢ້ຽມ​ຢາມ​ລາວ​ຕາມ​ລຳ​ດັບ,​ທ່ານ​ທອງ​ສິງ ທຳ​ມະ​ວົງ ນາ​ຍົກ​ລັດ​ຖະ​ມົນ,​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ຮອງ​ປະ​ທານ​ປະ​ເທດ,​ທ່ານ​ປາ​ນີ ຢາ​ທໍ​ຕູ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ,​ທ່ານ​ອາ​ຊາງ ລາວ​ລີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ແລະ ທ່ານ​ສົມ​ສະ​ຫາດ ​ເລັ່ງ​ສະ​ຫວັດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ກໍ່​ໄດ້​ຢ້ຽມ​ຢາມ​ແລະຈະ​ມາ​ຢ້ຽມຢາມ​ຈີນ ຫຼື ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສາ​ກົນ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ຈີນ.

ສອງ,​ການ​ຮ່ວມ​ມືທີ່​ໃກ້ຊິດ​ຕິດ​ແທດ​ຕົວ​ຈິງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ສຳ​ຄັນ. ​ໂຄງ​ການ​ສຳ​ຄັນ​ຕ່າງໆ ​ເຊັ່ນ,​ດາວ​ທຽມ ​ແລະ​ໂຄງ​ການ​ສຳ​ລັບ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​ເປັນ​ຕົ້ນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ. ປີ2011, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ລາວ​ໄດ້​ມີ​ເຖິງ 1 ຕື້ 300 ລ້ານ​ໂດ​ລາ​ສະ​ຫະ​ລັດ, ​ເພິ່ມ​ຂຶ້ນ 20,4% ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​2010.​​ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້,​ພາຍ​ໃຕ້​ການ​ປະ​ສານ​ສົມ​ທົບ​ອັນ​ແໜ້ນ​ແຟ້ນ​ຂອງ​ສອງ​ປະ​ເທດ​ຈີນ​ລາວ,​ລາວ​ໄດ້​ຈັບ​ໜໍ່​ຄຳ ຜູ້​ກໍ່​ຄະ​ດີ​ຕາມ​ລຳ​ແມ່​ນ້ຳ​ຂອງ​ໃນ​ວັນ​ທີ 5 ຕຸ​ລາ​ປີ​2011, ​ແລະ​ມອບ​ໃຫ້​ຝ່າຍ​ຈີນ​ໂດຍ​ທັນ​ທີ.

ສາມ,ສອງ​ປະ​ເທດ​​ໄດ້​ສະ​ໜັບສະ​ໜູນຢ່າງໝັ້ນ​ໜຽວຕໍ່​ຝ່າຍ​ກົງກັນຂ້າມ​ໃນ​ຫຼາຍ​ກໍ​ລະ​ນີ.​ບໍ່​ວ່າ​ຢູ່​ເວ​ທີ​ສາ​ກົນ​ແລະ​ ພາກ​ພື້ນ​ຕ່າງໆ ​ເຊັ່ນ,​ສະ​ຫະ​ປະ​ຊາ​ຊາດ,​ການ​ຮ່ວມ​ມື​ໃນ​ອາ​ຊີ​ຕາ​ເວັນ​ອອກ​ແລະ ການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳຂ​ອງ​ເປັນ​ຕົ້ນ,​ຈີນ​ກັບ​ລາວ​ຮັກ​ສາ​ການ​ປະ​ສານ​ສົມ​ທົບ​ຢ່າງ​ໃກ້​ຊິດ, ​ໄດ້​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ສອງ​ຝ່າຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ​ເມື່ອ​ບໍ່​ດົນ​ມາ​ນີ້, ​ໃນ​ຂະ​ບວນ​ການ​ທີ່​ລາວ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ, ຈີນ​ໃນ​ຖານະ​ທີ່​ເປັນ​ປະ ທານ​ໜ່ວຍ​ງານ​ກ່ຽວ​ກັບ​ລາວ​ເຂົ້າ​ເປັນ​ສະມາຊິກ​WTO,​ໄດ້​ສະ​ໜັບ​ສະ​ໜູນ​ລາວ​ຢ່າງ​ເດັດ​ດ່ຽວ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ,​ຊ່ວຍ​ເຫຼືອ​ລາວ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາກົນ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ.

ໃນ​ໄລຍະ​ຢ້ຽມຢາມ​ລາວ, ທ່າ​ເວີ​ນ​ເຈ່ຍ​ປາວ​ຈະ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ, ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ,​ປະ​ທານ​ປະ​ເທດ​ລາວ, ​ແລະ​ເຂົ້າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ​ທີ່​ທ່ານ​ທອງ​ສິງ ທຳ​ມະ​ວົງ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຈັດ​ຂຶ້ນ​ແລະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ເຈ​ລະ​ຈາ,​ເພື່ອ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ລາວ​ພ້ອມ​ດ້ວຍ​ບັນ​ຫາ​ພາກ​ພື້ນ​ແລະ​ສາ​ກົນ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ນຳ​ກັນ.​ຈີນ​ຫວັງ​ວ່າ​ຜ່ານ​ການ​ຢ້ຽມ​ຢາມ​ລາວ​ຄັ້ງ​ນີ້​ຈະ​ເປັນ​ການ​ປັບ​ປຸງ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ລະ​ຫວ່າງ​ຈີນ​ກັບ​ລາວ​ຕື່ມ​ອີກ, ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ດ້ານ​ຍຸດ​ທະ​ສາດ,​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ແລະ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ລາວ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ກວ່າ​ເກົ່າ.