ບຸກຄະລາ​ກອນ 400 ກວ່າ​ຄົນ​ກຽມ​ພ້ອມ​ຮັບ​ໃຊ້​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​ຄັ້ງ​ທີ9

(GMT+08:00) 2012-11-02 20:17:22     cri
ຫວ່າງ​ບໍ່​ດົນ​ມາ​ນີ້ ທ່ານ​ ສຈ. ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫລງ​ຂ່າວ-​ວັດ​ທະ​ນະ​ທຳ​ແລະ ທ່ອງ​ທ່ຽວ ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ແຫ່ງ​ສປປ​ລາວ ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ລະດັບ​ຊາດ ຫົວ​ໜ້າ​ອະ​ນຸ​ກຳ​ມະ​ການ​ໂຄ​ສະ​ນາ​-ວັດ​ທະ​ນະ​ທຳ​ແລະ ​ໂຮງ​ແຮມ ​ກ່າວ​ທີ່​ກອງ​ປະ​ຊຸມ​ວຽກ​ງານ​ໂຄ​ສະ​ນາ ກອງ​ປະ​ຊຸມ​ອາ​ເຊັມ​ວ່າ:​ໄດ້​ຈັດ​ຕັ້ງ​ສູນ​ຂ່າວ​ຢູ່​ສູນ ​ໄອ​ຊີ​ທີ​ຊີ​ແລະ ກະ​ກຽມ​ບຸກ​ຄະ​ລາ​ກອນ​ຈຳ​ນວນ 430 ຄົນ,​ຍິງ 96 ຄົນ ​ເພື່ອ​ຮັບ​ໃຊ້​ໃຫ້​ງານ​ດັ່ງ​ກ່າວ ສະ​ເພາະ​ກອງ​ປະ​ຊຸມ​ອາ​ເຊັມ​ນີ້ ອົງ​ການ​ສື່​ມວນ​ຊົນ​ລາວ​ໄດ້​ມີ​ການ​ກະ​ກຽມ​ແຜນ​ການ​ໂຄ​ສະ​ນາ,​ອຸ​ປະ​ກອນ​ທີ່​ຈຳ​ເປັນ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ດ້ວຍ​ການ​ຊ່ວຍ​ເຫລືອ​ຈາກ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ.