ເອກອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ຍີ່​ປູ່​ນຮຽກຮ້ອງ​ໃຫ້​ຍີ່​ປຸ່​ນແກ້​ໄຂ​ຄວາມ​ຜິດພາດ​ຂອງ​ຕົນ

(GMT+08:00) 2012-11-04 15:32:33     cri
ກອງ​ປະຊຸມ​ສາ​ດສະ​ດາ​ຈານ​ຊາວ​ຈີນຕ່າງ​ດ້າວ​ຂອງ​ຍີ່ປຸ່ນ​ໄດ້​ໄຂ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວກັບ​ການ​ພົວພັນ​ຈີນ​ຍີ່​ປຸ່ນຢູ່​ມະຫາວິທະຍາ​ໄລ​ໂຕ​ກຽວ​ຂອງ​ຍີ່​ປຸ່ນ​ໃນ​ວັນ​ທີ 3 ພະຈິກ​ນີ້.ທ່ານ​ເສິງ​ຢົງ​ຫວາ, ​ເອອັກຄະ​ລັດຖະທູດ​ຈີນ​ປະຈຳ​ຍີ່ປຸ່ນ​ໄດ້​ເຂົ້າ​ຮ່ວມ​ກອງປະຊຸມ​ສຳ​ມະ​ນາ,​ແລະ​ໄດ້​ກ່າວ​ຄຳ​ປາ​ໄສ,ທ່ານ​ຮຽກຮ້ອງ​ໃຫ້​ຍີ່ປຸ່ນກ້າປະ​ເຊີນ​ຫນ້າ​ກັບສະພາບ​ຄວາມ​ເປັນ​ຈິງ, ​​ແລະແກ້​ໄຂ​ຄວາມ​ຜິດພາດ​ຂອງ​ຕົນ​ເອງ.

ທ່ານ​ເສິງ​ຢົງ​ຫວາ​ຊີ້​ອອກ​ວ່າ, ການ​ທີ່ຍີ່ປຸ່ນ​ຊື້​ເອົາ​ເກາະ​ຕ້ຽວ​ອີ​ຢ່າງ​ຜິດ​ກົດຫມາຍ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ໄດ້​ເຊີນ​ກັບ​ສະພາບ​ອັນຕະລາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ,​ແລະກໍ​ເຮັດ​ໃຫ້​ສະຖານະ​ການ​ຂອງ​ເກາະ​ຕ້ຽວ​ອີ​ເກີດ​ມີ​ການ​ປ່ຽນ​ແປງ​ຈາກດ້ານ​ກົກ​ຮາກ.​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ບຸກຄົນ​ຜູ່​ມີສອດສ່ອງ​ໃນ​ວົງ​ການ​ຕ່າງໆ​ຂອງພາຍ​ໃນ​ປະ​ເທດ​ຍີ່ປຸ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ຫ່ວງ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ດ້ວຍ​ທຸກຮູບ​ການ​,​ແລະ​ຫວັງ​ວ່າ​​ສະພາບ​ການຈະ​ໄດ້​ດີ​ຂຶ້ນ​ໂດຍ​ໄວ,ຫວັງ​ວ່າການ​ພົວພັນ​ຈີນ​ຍີ່ປຸ່ນ​ຈົ່ງ​ຫລຸດ​ພົ້ນ​ອອກ​ຈາກ​ສະພາບ​ບໍ່​ໄປ​ບໍ່​ມາ​ໂດຍ​ໄວ, ​ແລະກັບ​ຄື​ນສູ່​ໂຄຈອນ​ພັດທະນາ​ຢ່າງ​ເປັນ​ປົກກະຕິ.ປັດຈຸບັນ, ສະພາບ​ນ​ຕະຫລາຍ​ຂອງ​ການ​ພົວພັນ​ຈີນ​ຍີ່ປຸ່ນ​ແມ່ນ​ເກີດ​ຂຶ້ນ​ຍ້ອນ​ຍີ່ປຸ່ນ​ຊື້​ເອົາ​ເກາະ​ຕ້ຽວ​ອີ, ສະ​ນັ້ນ, ຫນ້າ​ທີ່​ຮັບຜິດຊອບ​ທີ່ແກ້​ໄຂ​ສະພາບ​ການ​ແນວ​ນີ້​ກໍ່​ແມ່ນຂຶ້ນ​ກັບ​ຍີ່ປຸ່ນ. ທ່ານ​ເສິງ​ຢົງ​ຫວາຫວັງວ່າ​ຍີ່ປຸ່ນ​ສາມາດ​ຮັບ​ຮູ້​​ເຖິງສະຖານະ​ການ​ຢ່າງ​ຈະ​ແຈ້ງ,ສະ​ແດງ​ໃຫ້​ເຫັນຄວາມ​ຈິງ​ໃຈ​ໃນ​ການ​ແກ້​ໄຂ​ບັນຫາດັ່ງກ່າວ.