ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ສປປ​ລາວ

(GMT+08:00) 2012-11-05 14:56:41     cri

ວັນ​ທີ5​ພະຈິກ​ນີ້​ຢູ່​ທີ່​ນະຄອນຫຼວງວຽງ​ຈັນ,ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ ຈູມ​ມາ​ລີ ​ໄຊ​ຍະ​ສອນ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ສປປ​ລາວ.

ທ່ານ​ເວິ່ນ​ເຈ່ຍ​ປາວ​ໄດ້​ນຳ​ເອົາ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ອັນ​ສະໜິດສະໜົມ​ທີ່​ທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຝາກ​ນຳ​ທ່ານ​ມາ​ໄປ​ເຖິງ​ທ່ານ​ຈູມ​ມາ​ລີ​ໄຊ​ຍະ​ສອນ.ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ:​ລາວ​​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​-​ເອີຣົບ​ແລະ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ,​ອັນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ປະ​ເທດ​ລາວ​ມີ​ການ​ພັດ​ທະ​ນາ​ທີ່ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ເປີດ​ປະ​ຕູ​ສູ່​ພາຍ​ນອກ,​ຈີນ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ.​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ຈີນ​ແລະ​ລາວ​ໄດ້​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການນຳຂັ້ນ​ສູງ​ຢ່າງ​ຫຼວງ​ຫຼາຍ,​ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ຄື​ກັນ​ຫຼາຍຢ່າງ,​ແລະ​ໄດ້​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.​ພາຍ​ໃຕ້​ສະ​ພາບ​ການ​ໃນ​ປະ​ຈຸ​ບັນ,​ການ​ເຮັດ​ວຽກ​ຫຼາຍ​ດ້ານ​ໃຫ້​ໄດ້​ຮັບ​ຜົນ​ດີ​ແມ່ນ​ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ຄື​ໜຶ່ງ​ແມ່ນ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຊຶ່ງ​ກັນ​ແລະ​ກັນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ​ໃນ​ບັນ​ຫາ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ໃຈ​ກາງ​ຂອງ​ຕົນ,​ສອງ​ແມ່ນ​ເປີດ​ກວ້າງ​ການ​ຮ່ວມ​ມື​ຕົວ​ຈິງ​ບົນ​ພື້ນ​ຖານ​ທີ່​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ສາມ​ແມ່ນ​ເພີ່ມ​ທະວີ​ຄວາມ​ສາ​ມັກ​ຄີ​ແລະ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ,​ສີ່​ແມ່ນ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ຕາມ​ລ້ຳ​ແມ່​ນ້ຳ​ຂອງ.

ທ່ານ​ຈູມ​ມາ​ລີ​ໄຊ​ຍະ​ສອນ​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ສະ​ໜິດ​ສະ​ໜົມ​ນຳ​ທ່ານ​ເວິ່ນ​ເຈ່ຍ​ປາວ​​ເພື່ອ​ສົ່ງ​​ໄປ​ຍັງ​ທ່ານ​ຫູ​ຈິນ​ທາວ ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ຂອບ​ໃຈ​ນຳ​ຈີນ​ທີ່​ໃຫ້ການ​ຊ່ວຍ​ເຫຼືອ​ດ້ວຍ​ນ້ຳ​ໃຈ​ໄມ​ຕີ​ຈິດ​ເອື້ອ​ເຟື້ອ​ເຜື່ອ​ແຜ່​ແລະ​ການ​ສະ​ໜັບ​ສະ​ໜູນ​ອັນ​ປະ​ເສີດ​​ແກ່​ປະ​ເທດ​ລາວ​ຕະຫຼອດ​ໄລ​ຍະ​ເວ​ລາ​ອັນ​ຍາວ​ນານ​.ທ່ານ​ຈູມ​ມະ​ລີ​ໄຊ​ຍະ​ສອນ​ກ່າວ​ວ່າ,​ໃນ​ຊຸມ​ປີ​ມໍ່ໆ​ມານີ້,​ການ​ພົວ​ພັນ​ລາວ​ຈີນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ​ແລະ​ກ້າວ​ສູ່​ລວງ​ເລິກ,​ໄດ້​​ນຳ​ເອົາ​ຄວາມຜາສຸກ​ມາແກ່​ປະ​ຊາ​ຊົນ​ສອງ​ຊາດ.​ລາວ​ຍິນ​ດີ​ຮ່ວມມືກັບ​ຈີນ​ຢ່າງ​ໃກ້​ຊິດ​ເພື່ອ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ​ຂະ​ຫຍາຍ​ຕົວ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.​ທ່ານ​ຈູມ​ມາ​ລີ​ໄຊ​ຍະ​ສອນ​ຍັງ​ໄດ້ກ່າວອວຍ​ພອນ​ໃຫ້​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈົ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ,​ແລະ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ,​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຫຼາຍ​ກວ່າ​ເກົ່າ.

ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ:ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ໃນ​ດ້ານ​ການ​ປົກຄອງ​ບໍລິຫານ​ປະ​ເທດ,ຂໍ​ອວຍພອນ​ໃຫ້​ປະ​ເທດ​ລາວ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ໃໝ່​ຕາມ​ເສັ້ນທາງ​ສ້າງສາ​ສັງຄົມ​ນິຍົມ.