ການ​ເຈ​ລະ​ຈາ​​ແລະ​ການ​ຮ່ວມ​ມື​ລະຫວ່າງ​ອາຊີ-​ເອີ​ຣົບ​ກ້າວ​ໄປ​ຕາມ​ຍຸກ​ສະ​ໄໝ

(GMT+08:00) 2012-11-05 16:32:07     cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ5​ຫາ​ວັນ​ທີ6​ພະຈິກ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ເອີ ຣົບທີ່​ຈັດ​ຂຶ້ນ​ໃນ​ທຸກໆ2​ປີ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ. ສະມາ​ຊິກ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ໄດ້​ມີການຈຳ​ແນ​ກວ່າ​ຈະ​ເປັນ​ປະ​ເທດ​ນ້ອຍ​ຫຼື​ປະ​ເທດ​ໃຫຍ່, ຄວາມ​ຮັ່ງ​ມີ​ຫຼື​ຄວາມທຸກ​ຍາກ, ຈະ​ດຳ​ເນີນ​ການ​ແລກປ່ຽນ​ແລະ​ການ​ປຶກສາ​ຫາລື​ທີ່​ມີ​ລັກສະນະ​ສ້າງສັນ​​ແລະ​ເຊື່ອມ​ໂຍງ​ເຂົ້າກັນ​, ນີ້​ຈະ​ຊຸກຍູ້​ໃຫ້ການ​ເຈລະຈາ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ອາຊີ​ກັບ​ເອີຣົບ​ກ້າວ​ໄປ​ຕາມ​ຍຸກ​ສະ​ໄໝ, ​ເພີ່ມ​ຄວາມ​ມີ​ຊີວິດ​ຊີວາ​ຂຶ້ນ​ຕື່ມ, ​ແລະ​ສ້າງ​ໂອກາດ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ຮ່ວມ​ກັນ​ຂອງ​ສອງທະວີບ.​

ຄາດ​ວ່າໃນ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້, ບັງ​ກະລາ​ເດັດ​ຂອງ​ທະວີບອາຊີ, ນັອກ​ແວ​ແລະ​ສະ​ວິສຂອງທະວີ​ບ​ເອີຣົບທີ່​ບໍ່​ແມ່ນ​ສະມາຊິກ​ສະຫະພາບ​ເອີຣົບຈະ​ຖືກ​ຮັບເຂົ້າ​ເປັນ​ສະມາຊິກ​ໃໝ່​ຂອງ​ກອງ​ປະຊຸມ. ຫຼັງ​ຈາກ​ນັ້ນ​, ປະຊາກອນ​ຂອງ​ກອງ​ປະຊຸມ​ສຸດ​ຍອດອາຊີ​ເອີຣົບຈະຫຼາຍ​ກວ່າ60​%​ຂອງທົ່ວ​ໂລກ, ຍອດ​ປະລິມານ​ເສດຖະກິດ​ຈະ​ກວມ​ປະມານ​60%ຂອງ​ຍອດ​ປະລິມານ​ເສດຖະກິດ​ທົ່ວ​ໂລກ. ປະ​ເທດ​ອາຊີ​​ແລະ​ເອີຣົບມີ​ສັງຄົມຫຼາຍ​ຮູບ​ແບບ​ແລະ​ມີ​ອາລະຍະ​ທຳ​ຫຼາ​ກຫຼາຍ​ສີ​ສັນ, ​ແລະ​ກອງ ປະຊຸມ​ສຸດ​ຍອດ​ອາຊີ​ເອີຣົບມີ​ລັກສະນະ​ເຊື່ອມ​ໂຍງກັນ​ແລະ​ມີ​ຄວາມສະ​ເໝີ​ພາບ, ນີ້​ແມ່ນ​ຈຸດ​ພິ​ເສດ​ທີ່​ສຳຄັນ​ທີ່​ມີ​ຄວາມ​ແຕກ​ຕ່າງ​ລະຫວ່າງກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ເອີຣົບກັບ​ກົນ​ໄກ​ການ​ເຈລະຈາ​ສາກົນ​ອື່ນໆ.

ເມື່ອ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີຣົບຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​​ຢູ່​ບາງກອກ​ໃນ​ປີ1996, ການ​ເຈລະຈາ​ລະຫວ່າງ​ສອງ​ທະວີບ​​ໄດ້ເນັ້ນ​ໃສ່​ການ​ຮັບຮູ້​ແລະ​ເຂົ້າ​ໃຈ​ກັນຄືນ​ໃໝ່. ປະຈຸ​ບັນ, ການ​ປ່ຽນ​ແປງ​ຂອງ​ຍຸກ​ສະ​ໄໝ​​​ໄດ້​ດຳ​ເນີນ​ໄປໄວ​ກວ່າ​ເກົ່າ​ແລະ​ສັບສົນ​ກວ່າ​ເກົ່າ, ການ​ເຈລະຈາ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ອາຊີ-​ເອີຣົບ​ກ້າວ​ໄປ​ຕາມ​ຍຸກ​ສະ​ໄໝຄົງ​ຈະ​ເພີ່ມ​ຄວາມ​ໝັ້ນ​ໃຈ​ຂອງ​ປະຊາຊົນ​​ທົ່ວ​ໂລກ​ຕໍ່​ການ​ພັດທະນາ​ຮ່ວມ​ກັນ​ຂອງ​ທັງສອງ​ທະວີບ.