ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີຣົບຄັ້ງ​ທີ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2012-11-05 19:12:35     cri

ຕອນ​ບ່າຍ​ວັນ​ທີ 5 ພະຈິກນີ້​,​ ທີ່​ນະຄອນຫຼວງ​ວຽງ​ຈັນ, ກອງ​ປະຊຸມ​ສຸດ​ຍອດອາຊີ​ເອີ​ຣົບຄັ້ງ​ທີ 9 ຫຼື​ອາ​ເຊັມ 9 ທີ່​ປະ​​ເທດ​ລາວ​ເປັນ​ເຈົ້າພາບ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ​ໂດຍ​​ໃຫ້​ກຽດ​ເຂົ້າ​ຮ່ວມ​ມີ​ປະມຸກ​ລັດ, ຫົວໜ້າ​ລັດຖະ​ບານ, ລັດຖະ​ມົນຕີ​ວ່າການ​ແລະ​ລັດຖະ​ມົນຕີ​ຊ່ວຍ​ວ່າການ​ຈາກ​ປະ​ເທດ​ຕ່າງໆ​ຂອງ​ສອງ​ທະ​ວີ​ບອາຊີ​ແລະ​ເອີຣົບ, ພ້ອມ​ດ້ວຍ​ຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ​ອົງການ​ຈັດ​ຕັ້ງ​ສາກົນ​ໃນ​ໂລກແລະ​ສື່ມວນຊົນ​ປະເທດຕ່າງໆ​ລວມ​3000ກວ່າ​ຄົນ.



ໃນ​ພິທີ​ໄຂ​ກອງ​ປະຊຸມ,​ ທ່ານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດລາວ​ໄດ້ຂຶ້ນ​ກ່າວ​ສູນ​ທອນ​ພົດ, ​ໂດຍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງມາ​ຍັງ​ບັນດາ​ຄູ່​ຮ່ວມ​ມືອາ​ເຊັມທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອາ​ເຊັມ9.

ທ່ານຈູມ​ມະ​ລີ​ກ່າວ​ວາ: ປັດຈຸບັນ, ສະພາບການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ຢູ່​ບາງ​ຈຸດ​ແລະ​ບາງ​ພາກ​ພື້ນ​ຍັງ​ມີ​ຄວາມ​ສັບສົນ​ຢູ່, ມວນ​ມະນຸດ​ກໍ່​ພວມ​ປະສົບ​ກັບ​ໄພ​ອັນຕະລາຍ​ໃໝ່​ຫຼາຍ​ປະການ, ​ເຊັ່ນ, ຄວາມ​ບໍ່​ໝັ້ນ​ຄົງ​ທາງ​ດານ​ສະບຽງ​ອາຫານ, ຄວາມ​ບໍ່​ໝັ້ນຄົງ​ທາງ​ພະລັງງານ​ແລະ​ອືນໆ.

ສິ່ງ​ເຫຼົ່າ​ນັ້ນ, ມັນ​ຮຽກຮ້ອງ​ໃຫ້​ສອງ​ທະ​ວີ​ບຂອງ​ພວກ​ເຮົາ​ຕ້ອງ​ໄດ້​ເພີ່ມ​ທະວີ​ກນ​ປຶກສາ​ຫາລື​ກັນ, ​ແລະ​ປະສານ​ສົມທົບ​ກັນ​ ເພື່ອ​ພ້ອມ​ກັນ​ຄົ້ນຄວ້າ​ຊອກ​ຫາ​ຮູບ​ການ​ພັດທະນາ​ທີ່​ຍືນ​ຍົງ​ແບບ​ໃໝ່​ ທີ່​ສອດຄ່ອງ​ກັບ​ສະພາວະ​ຄວາມ​ເປັນ​ຈິງ​ຂອງ​ໂລກ​ໃນ​ປະຈຸບັນ, ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພວກ​ເຮົາ​ໄດ້​ດຳລົງ​ຊີວິດ​ຢູ່​ໃນ​ສັນຕິພາບ​ແລະ​ຄວາມ​ສົມບູນ​ພູນ​ສຸກ, ພ້ອມ​ກັນ​ນັ້ນ, ກໍ່​ສະກັດ​ກັ້ນບໍ່​ໃຫ້​ວິ​ກິດ​ການ​ເສດະກິດ​ການ​ເງິນ​ກາຍ​ເປັນ​ຮອບ​ວົງ​ຈອນ​ທີ່​ຊ້ຳ​ແລ້ວ​ຊ້ຳ​ອີກ.

ທ່ານ​ຈຸມມາ​ລີ ​ໄຊ​ຍະ​ສອນ​ກ່າວ​ວ່າ: ໃນ 16 ປີ​ທີ່​ຜ່ານ​ມາ,​ ອາ​ເຊັມ​ໄດ້​ກາຍ​ເປັນ​ເວທີ​ໜຶ່ງ​ທີ່​ສຳຄັນ​ໃນ​ການ​ປຶກສາ​ຫາລື​ບັນຫາ​ຍຸດ​ທະ​ສາດ​ຕ່າງໆ, ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈກັນ,​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ ສົ່ງ​ເສີມ​ການ​ຮ່ວມ​ມື​ທີ່​ກວ້າງຂວາງ​ແລະ​ສ້າງສັນ, ​ແນ​ໃສ່​ເຮັດ​ໃຫ້​ປະຊາຊົນ​ອາຊີ​ແລະ​ເອີຣົບ​ໄດ້​ດຳລົງ​ຄົງຕົວ​ຢູ່​ໃນ​ສັນຕິ​ສຸກ, ມີ​ມິດ​ໄມຕີ​ຕໍ່​ກັນ, ​ແລະ​ຢູ່​ໃນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ,​ ສົມບູນ​ພູນ​ສຸກ. ຂ້າພະ​ເຈົ້າ​ຫວັງ​ຢ່າງ​ຍິງ​ວ່າ,​ກອງ​ປະຊຸມ​ອາ​ເຊັມ 9 ນີ້​ຈະ​ພ້ອມ​ກັນ​ປຶກສາ​ຫາລື, ​ແລກປ່ຽນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ, ຖ່າຍ​ທອດ​ປະສົບ​ການ​ໃຫ້​ກັນ​ແລະ​ກັນ, ພ້ອມ​ກັນ​ຊອກ​ຫາ​ວິທີ​ການ​ທີ່​ແທດ​ເໝາະ ​ເພື່ອ​ສະກັດ​ກັ້ນ​ຜົນ​ກະທົບ​ຂອງ​ວິ​ກິດ​ການ​ເສດຖະກິດ​ການ​ເງິນ​ຂອງ​ໂລກ, ຊຸກຍູ້​ການ​ພັດທະນາ​ຂອງ​ສອງ​ທະວີບ​ໃຫ້​ກ້າວ​ຂຶ້ນ​ຢ່າງ​ແຂງ​ແຮງ​ກວ່າ​ເກົ່າ, ຕອບ​ສະໜອງ​ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ປະຊາ​ຊາດ​ທີ່​ຢາກ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ແລະ​ຍືນ​ຍົງ​ຍາວ​ນານ."

ໃນ​ສຸດ​ທ້າຍ, ທ່ານ​ກ່າວ​ຕື່ມ​ອີກ​ວ່າ:​"ຂ້າພະ​ເຈົ້າ​ເຊື່ອມ​ໝັ້ນ​ວ່າ, ການ​ປຶກສາ​ຫາລື​ລະດັບ​ສູງ​ໃນ​ກອງ​ປະຊຸມ​ອາ​ເຊັມ 9 ຄັ້ງ​ນີ້​ຈະ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ​, ​ແລະ​ບັນລຸ​ເປົ້າ​ໝາຍ​ໃນ​ການ​ສົ່ງ​ເສີມ​ສັນຕິພາບ, ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ໂດຍ​ປິ່ນ​ອ້ອມ​ຄຳ​ຂວັນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ວ່າ"​ເພື່ອນ​ມິດ​ເພື່ອ​ສັນຕິພາບ, ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ສົມບູນ​ພູນ​ສຸ​ກ."