ທ່ານ​ເວີ່ນ​ເຈຍ​ປາວ​​ໄດ້ເດີນທາງ​ໄປ​​ເຖິງນະຄອນຫຼວງ​ວຽງ​ຈັນ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍດອດອາຊີ​ເອີ​ລົບ​ຄັ້ງ​ທີ9​ແລະ​ຢ້ຽມຢາມ​ສປປລາວຢ່າງ​ເປັນ​ທາງ​ການ

(GMT+08:00) 2012-11-05 09:17:51     cri
ຕາມ​ຂ່າວCRI, ຕອນ​ຄ່ຳ​ວັນ​ທີ4​ພະຈິກ​ນີ້, ທ່ານ​ເວີ່ນ​ເຈຍ​ປາວ ນາ​ຍົກ​ລັດຖະມົນຕີ​ສປຈີນ​ໄດ້​ເດີນທາງ​ດ້ວຍ​​ເຄື່ອງ​ບິນ​ພິ​ເສດ​​ໄປ​​ເຖິງນະຄອນຫຼວງ​ວຽງ​ຈັນ, ​​ເພື່ອເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີ​ລົບ​ຄັ້ງ​ທີ9​ແລະ​ຈະ​ຢ້ຽມຢາມ​ສປປລາວ​ຢ່າງ​ເປັນ​ທາງ​ການ.

ຢູ່​ສະໜາມ​ບິນສາກົນ​ວັດ​ໄຕ, ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ຢາຍ​ຄຳ​ປາ​ໄສ​ທາງ​ລາຍ​ລັກ​ອັກສອນ, ​ໂດຍ​ກ່າວ​ວ່າ, ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ພາລະກິດ​ປະຕິ​ຮູບ​ແລະ​ປ່ຽນ​ແປງ​ໃໝ່​ຂອງ​ລາວ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ດີງາມ, ການ​ເມືອງ​ແລະ​ສັງຄົມ​ມີ​ຄວາມ​ສະຖຽນ​ລະ​ພາບ, ​ເສດຖະກິດ​ພັດທະນາ​ຢ່າງ​ໜັກ​ແໜ້ນ, ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ5​ປີ​ຄັ້ງ​ທີ7​ໄດ້ມີ​ການ​ເລີ່​ມຕົ້ນ​ຢ່າງ​ດີງາມ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ອົບ​ອຸ່ນ​ຕໍ່​ເລື່ອງ​ນີ້.
ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ຈີນ​ລາວ​ແມ່ນ​ປະ​ເທດບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ເພື່ອນ​ມິດທີ່​ດີ, ສະຫາຍ​ທີ່​ດີ​ແລະໝູ່​ຄູ່​ທີ່​ດີ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ມີມິດຕະພາບ​ທີ່​ມີ​ມູນ​ເຊື້ອມາ​ແຕ່​ບູຮານ​ນະ​ການ. ປະຈຸ​ບັນ, ການ​ພົວພັນລະຫວ່າງ​ຈີນ​ລາວໄດ້ມີ​ການພັດທະນາ​ຢ່າງສະດວກ, ສອງຝ່າຍ​ມີຄວາມໄວ້ເນື້ອ​ເຊື່ອໃຈກັນ​ທາງການເມືອງ, ມີ​ການ​ຮ່ວມ​ມື​ກັນ​ຢ່າງ​ຈິງ​ໃຈ​ທາງ​ດ້ານເສດຖະກິດ, ​ແລະ​ໄດ້​ປະສານ​ງານ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ຫຼາຍ​ຝ່າຍ.

ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ທ່ານ​ຄອງ​ຄອຍ​ຮ່ວມ​ກັບ​ຜູ້ນຳ​ລາວ​ແລກປ່ຽນ​ຄວາມ​ຄິດ​ຢ່າງ​ເລິກ​​ເຊິ່ງກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດຕ່າງໆ​ລະຫວ່າງ​ສອງ​ປະ​ເທດຈີນ​ລາວ​ຢ່າງຮອບດ້ານ, ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ​ລາວ​​ໃຫ້ຂະຫຍາຍ​ໄປ​ໜູ້າຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ທອງສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີສປປລາວ​​ແລະ​ຄະນະ​ໄດ້​ຈັດ​ພິທີ​ຕ້ອນຮັບ​ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີສປຈີນຢູ່​ສະໜາມ​ບິນ​ສາກົນ​ວັດ​ໄຕ​ຢ່າງ​ສົມ​ກຽດ ດ້ວຍການບັນ​ເລັງ​ເພັງ​ຊາດ​ຂອງ​ສອງ​ຊາດ​ຈີນ-ລາວ​ແລະ​ຍ່າງ​ກວດ​ແຖວ​ກອງກຽດຕິຍົດ​ກອງທັບ​ປະຊາຊົນ​ລາວ.