ຄະນະ​ຜູ້​ແທນ​ກອງ​ປະຊຸມ​ອາ​ເຊັມ 9 ​ເດີນທາງ​ມາ​ເຖິງ​ນະຄອນຫລວງ​ວຽງ​ຈັນ

(GMT+08:00) 2012-11-05 12:10:33     cri
ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊີນ​ຂອງ​ປະທານ​ປະ​ເທດ ​ແລະ ນາຍົກ​ລັດ​ຖະ​ມົນຕີ​ແຫ່ງ ສປປ ລາວ, ​ໃນ​ວັນ​ທີ 4 ພະຈິກ​ທີ່​ຜ່ານ​ມາ​ນີ້ ​ຈາກ 51 ສະມາຊິກ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ 9 ​ສອງ​ທະວີ​ບຄື: ອາຊີ ​ແລະ ​ເອີຣົບໄດ້​ເດີນທາງ​ມາ​ເຖິງ​ນະຄອນຫລວງ​ວຽງ​ຈັນ​ເປັນ​ທີ​ຮຽບຮ້ອຍ​ແລ້ວ,ໃນ​ນັ້ນ​ມີ​ລະດັບ​ປະມຸກ 14 ທ່ານ, ລະດັບ​ຫົວໜ້າ​ລັດ​ຖະ​ບານ 21 ທ່ານ, ຮອງ​ນາຍົກ​ລັດ​ທະ​ມົນຕີ 2 ທ່ານ, ລັດ​ຖະ​ມົນຕີວ່າການ 12 ທ່ານ ​ແລະ ລັດ​ຖະ​ມົນຕີ​ຊ່ວຍ​ວ່າການ 1 ທ່ານ, ​ໃນ​ນັ້ນ 4 ປະ​ເທດ​ຢ້ຽມ​ຢ່ມ ສປປ ລາວ ຢ່າງ​ເປັນ​ທາງ​ການ​ທັງ​ພົບ​ປະ​ສອງ​ຝ່າຍ, ມີ 13 ປະ​ເທດ​ຂໍ​ພົບ​ປະ​ສອງ​ຝ່າຍ ​ແລະ ອີກ 3 ປະ​ເທ​ດທີ່​ກຽ​ມ​ເຂົ້າ​ເປັນ​ສະມາຊິກ​ອາ​ເຊັມ​ໃໝ່.

ຄະນະ​ຜູ້​ແທນ ສປ ຈີນ ນຳ​ໂດຍ​ທ່ານ ​ເວີນ​ເຈຍ​ປາວ ນາຍົກ​ລັດ​ຖະ​ມົນຕີ, ຄະນະ​ຜູ້​ແທນ​ສະມາ​ຄົມ​ອາ​ຊຽນ ນຳ​ໂດຍ​ທ່ານ ດຣ. ສຸຣິນ ພິດ​ສຸວັນ ​ເລຂາທິການ​ໃຫຍ່​ອາ​ຊຽນ, ຄະນະ​ຜູ້​ແທນ​ສະຫະພາບ​ເອີຣົບນຳ​​ໂດຍ​ພະນະ​ທ່າ​ນ ​ໂຣ​ເຊ​ມາ ນູ​ແອນ​ດູຣາ ​ໂອ​ບາ ​ໂຣ​ໂຊ ປະທານ​ສະຫະພາບ​ເອີຣົບ, ຄະນະ​ຜູ້​ແທນ ສສ ຫວຽດນາມ ນຳ​ໂດຍ​ທ່ານ ຫວຽນ​ເຕິ​ນຢຸງ ນຍົກ​ລັດ​ຖະ​ມົນຕີ, ສົມ​ເດັດ​ ຊູລາ​ຕານ ​ເຈົ້າ​ຊີວິດ​ແຫ່ງ​ ບູ​ຣໄນ, ​ແລະ​ ຄະນະ​ຜູ້​ແທນຈາກ​ບັນດາ​ປະ​ເທດ ສະມາຊິກກໍ່​ໄດ້​ເດີນທາງ​ມາ​ເຖິງ​ນະຄອນຫລວງ​ວຽຈັນ​​ເປັນ​ທີ່​ຮຽບຮ້ອຍ