ເພີ່ມ​ພະລັງຄວາມສາມັກ​ຄີ​ພາຍ​ໃນ​ແລະສາກົນ ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ທີ່ດີ ເພື່ອຜົນສຳເລັດ​ຂອງ​ກອງປະຊຸມ​ສຸດຍອດ​ອາຊີ-ເອີລົບ ຄັ້ງທີ 9

(GMT+08:00) 2012-11-05 12:25:12     cri
ຕາມ CRI: ວັນ​ທີ 5 ພະຈິກ​ນີ້, ທີ່​ນະຄອນຫລວງ​ວຽງຈັນ, ໜັງສື​ພິມ​ປະຊາຊົນ ຊຶ່ງ​ເປັນສຽງຂອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະບັບ​ວັນ​ທີ 5 ພະຈິກ 2012 ​ໄດ້​​ພິມບົດ​ນຳພາ​ຍ​ໃຕ້​ຫົວ​ຂໍ້: ເພີ່ມພະລັງ​ຄວາມສາມັກຄີ​ພາຍໃນ​ແລະ​ສາກົນ ຮ່ວມ​ກັນເປັນ​ເຈົ້າພາບທີ່ດີ ເພື່ອ​ຜົນສຳເລັດ​ຂອງກອງປະຊຸມ​ສຸດຍອດ​ອາຊີ-ເອີລົບ ຄັ້ງທີ 9.

ເນື້ອ​ໃນ​ຂອງ​ບົດ​ດັ່ງກ່າວ ຂຽນວ່າ: ອາ​ເຊັມ​ແມ່ນ​ເວທີ​ປຶກສາ​ຫາລື​ລະຫວ່າງ​ສອງ​ທະວີບ​ຄື: ອາຊີ​ແລະ​ເອີ​ລົບ ​ໃນ​ລະດັບ​ສູງ ​ເພື່ອ​ປຶກສາ​ຫາລື​ກ່ຽວກັບ​ບັນຫາ​ສຳຄັນ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ ​ໃນ​ພາກ​ພື້ນ​​ແລະ​ໃນ​ໂລກ ທີ່​ຕ່າງ​ຝ່າຍ​ໃຫ້​ຄວາມ​ສົນ​ໃຈ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ແກ້​ໄຂ​ຮ່ວມ​ກັນ. ຈຸດປະສົງ​ສຳຄັນ​ຂອງ​ກອງ​ປະຊຸມ​ອາ​ເຊັມ​ແມ່ນ​ປຶກສາ​ຫາລື​ປັບ​ປຸງ​ການ​ຄຸ້ມ​ຄອງ​ແລະ​ໂຄງ​ສ້າງ​ເສດຖະກິດ-​ການ​ເງິນ​ຂອງໂລກ, ບັນຫາ​ການ​ພັດທະນາ​ແບບ​ຍືນ​ຍົງ, ບັນຫາ​ສາກົນ​ແລ​ະພາກ​ພື້ນ, ການ​ປ່ຽນ​ແປງ​ຂອງ​ສະພາບ​ດິນ​ຟ້າ​ອາກາດ, ການ​ສົ່ງ​ເສີມ​ການ​ໄປມາຫາສູ່​ລະຫວ່າງ​ປະຊາຊົນ​ໃນ​ພາກ​ພື້ນ​ອາຊີ-​ເອີ​ລົບ, ກອງ​ປະຊຸມ​ອາ​ເຊັມຄັ້ງ​ທຳ​ອິດ​ຈັດ​ຂື້ນ​ທີ່​ບາງກອກ​ປະ​ເທດ​ໄທ ​ໃນ​ປີ 1996 ​, ຄັ້ງ​ທີ 8 ຈັດ​ຂື້ນ​ທີ່ ປະ​ເທດ​ແບນ​ຊິກ​ແລະ​ຄັ້ງທີ 9 ​ແມ່ນ​ລາວ​ເປັນ​ເຈົ້າພາບ, ການ​ເປັນ​ເຈົ້າພາບ​​​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງ​ທີ 9 ຖື​ວ່າ​ແມ່ນ​ກຽດອັນ​ສູງ​ສົ່ງ, ​ເປັນ​ເຫດການ​ປະຫວັດສາດ​ອັນ​ຍິ່ງ​ໃຫ​ຍ່​ແລະ​ສຳຄັນ​ອັນໜຶ່ງທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ເທດ​ລາວ, ຊຶ່ງ​ຈະ​ມີ​ບັນດາຜູ້ນຳ 51 ​ສະມາຊິກລວມທັງລາວ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ​ໃນ​ນັ້ນ ລະດັບ​ປະມຸກ​ລັດ 15 ທ່ານ, ລະດັບ​ຫົວໜ້າລັດຖະບານ 21ທ່ານ, ຮອງ​ນາຍົກລັດຖະມົນຕີ 2 ທ່ານ, ລັດຖະມົນຕີ​ວ່າການ 12 ທ່ານ ​ແລະ​ລະດັບ​ລັດຖະມົນຕີ​ຊ່ວຍວ່າການ 1 ທ່ານ​, ມີ 4 ປະ​ເທດສະ​ເໜີຢ້ຽມຢາມ​ລາວຢ່າງ​ເປັນ​ທາງ​ການ​ທັງ​ພົບ​ປະ​ສອງ​ຝ່າຍ​ແລະ​ອີກ 3 ປະ​ເທດ​ທີ່​ກຽມ​ເຂົ້າ​ເປັນ​ສະມາຊິກ​ໃໝ່​, ພ້ອມ​ທັງ​ການ​ນຳ​ຂັ້ນ​ສູງ​ຂອງ​ອົງການ​ຈັດ​ຕັ້ງ​ສາກົນ ຊຶ່ງຫລາຍ​ກວ່າ 4 ​ເທົ່າ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນທີ່​ລາວ​ເຄີຍ​ເປັນ​ເຈົ້າພາບ, ກອງ​ປະຊຸມອາ​ເຊັມ 9 ​ເປັນ​​ໂອກາດ​ອັນ​ດີ​ສຳລັບ​ປະ​ເທດ​ລາວ ​ໃນ​ການ​ຍົກ​ສູງ​ບົດບາດ​ຂອງ​ຕົນ​ຂື້ນ​ອີກ​ລະດັບໜຶ່ງ​ໃນ​ເວທີ​ພາກ​ພື້ນ​ແລະ​ສາກົນ, ​ເປັນ​ການ​ໂຄສະນາ​ເຜີຍ​ແຜ່​ແນວທາງ​ນະ​​ໂຍບາຍ​​ເປີດກວ້າງ​ການ​ພົວພັນ​ຮ່ວມ​ມື​ຂອງ​ພັກ-​ລັດກັບ​ຕ່າງ​ປະ​ເທດ​​ໃນ​ລະດັບ​ພາກ​ພື້ນ​ແລະ​ສາກົນ, ​ເພື່ອ​ເພີ່ມ​ເພື່ອນ​ມິດ​ແລະ​ຄູ່​ຮ່ວມ​ໃຫ້​ສອດ​ຄ່ອງ​ຕາມ​ແນວທາງ​ສັນຕິພາບ ​ເອກະລາດ ມິດຕະພາບ ​ແລະ​ການ​ຮ່ວມ​ມື, ​ເປັນ​ການສະ​ແດງ​ເຈດ​ຕະນາລົມ​​ດ້ານ​ການ​ເມືອງ​ຂອງ​ລັດຖະບານ​ລາວ​ໃນ​ການ​ເປັນ​ເຈົ້າ​ການ​ຮ່ວມ​ມື​ຢ່າງ​ຈິງ​​ໃຈ​ແລະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ບັນດາ​ປະ​ເທດ​ສະມາ​ຊິກ​ອາ​ເຊັມກໍ​ຄື​ສາກົນ, ນຳ​ໃຊ້​ກາລະ​ໂອກາດ​ໃນ​ການ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະ ຖຽນລະ​ພາບ​ໃນ​ພາກ​ພື້ນ​ອາຊີ​ - ​ເອີລົບແລະ​ໃນ​ໂລກ, ​ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍ​ດ ມາສູ່​ການ​ພັດທະນາ​ເສດຖະກິດ​-ສັງຄົມ​ຂອງ​ລາວ, ​ເສີມ​ຂະ​ຫຍາຍການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ແລະ​ຫລາຍ​ຝ່າຍ​ ກັບ​ບັນດາ​ປະ​ເທດ​ທີ່​ມີ​ບົດບາດ​ສຳຄັນ​ແລະ​ມີ​ອິດ​ທິພົນ​ທາງ​ດ້ານ​ການ​ເມືອງ​ແລະ​ເສດຖະກິດ​ໃນ​ພາກ​ພື້ນ​ກໍ​ຄື​ໃນ​ໂລກ. ກອງ​ປະຊຸມ​ອາ​ເຊັມ 9 ຄັ້ງ​ນີ້​ຍັງ​ເປັນ​ການ​ເພີ່ມ​ທະວີ​ແລະ​ສົ່ງ​ເສີມ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ກັບ​ບັນດາ​ປະ​ເທດ​ໃນ​ອາຊີ​ແລະ​ເອີ​ລົບ ​ເພື່ອ​ສົ່ງ​ເສີມ​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ​ແລະ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ຍາດ​ແຍ່ງ​ການ​ຊ່ວຍ​ທາງ​ດ້ານ​ທຶນຮອນ​ແລະ​ວິຊາ​ການ​, ພ້ອມ​ທັງ​ຖອດ​ຖອນ​ບົດຮຽນດ້ານ​ຕ່າງໆ ​ເພື່ອ​ນຳ​ມາ​ໝູນ​ໃຊ້​ເຂົ້າ​ໃນ​ຂະ​ແໜງບູລິ​ມະ​ສິດ​ຂອງ​ລາວ ​ແລະນຳ​ມາ​ພັດທະນາ​ເສດຖະກິດ​ໃຫ້​ມີ​ການ​ຂະຫຍາຍຕົວ​ເປັນ​ກ້າວໆ, ສືບຕໍ່ຍາດ​ແຍ່ງ​ການສະໜັບສະໜູນຈາກ​ບັນດາ​ປະ​ເທດ​ສະມາຊິກ​ອາ​ເຊັມ​ ເພື່ອ​ອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ເທດ​ລາວ​ທີ່​ຫາກໍ່​ໄດ້​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ຄ້າ​ໂລກ​ໃນ​ທ້າຍ​ເດືອນ​ຕຸລາ​ທີ່​ຜ່ານ​ມາ, ພ້ອມ​ກັນ​ນັ້ນ​ຍັງ​ເປັນ​ໂອກາດ​ອັນ​ດີ​ ເພື່ອ​ໂຄສະນາ​ເຜີຍ​ແຜ່​ວັດທະນາ​ທຳ​ແລະ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ແລະ​ເປັນ​ເອກະ​ລັກ​ຂອງ​ຊາດ​ລາວ ອອກ​ສູ່​ສາຍຕາ​ປະຊາຊົນທັງ​ສອງ​ພາກພື້ນ, ລວມທັງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວຈາກ​ພາກ​ພື້ນ​ອາຊີ​ແລະ​ເອີ​ລົບ​ ໃຫ້​ເຂົ້າ​ມາ​ທ່ອງ​ທ່ຽວລາວ​ນັບ​ມື້​ນັບຫລາຍ​ຂື້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​​ໂຄສະນາ​ເຜີຍ​ແຜ່ປີ​ທ່ອງ​ທ່ຽວລາວ 2012 ​ໃຫ້​ກວ້າງຂວາງ​ຕື່ມ​ອີກ.

ປັດຈຸບັນ​ອາ​ເຊັມມີ 48 ສະມາຊິກ ​​ໂດຍ​ມີ  19 ປະ​ເທດ​​ໃນ​ທະວີບອາຊີ​ແລະ​ກອງ​ເລຂາ​ອາຊຽນ, 27 ປະ​ເທດ​ຈາດ​ທະວີບ​ເອີ​ລົບ ​ແລະ​ຄະະນະ​ກຳມາ​ທິການ​ເອີ​ລົບ, ​ໃນ​ກອງ​ປະຊຸມ​ອາ​ເຊັມ 9 ​ໄດ້​ຮັບ​ເອົາ​ສະມາຊິກ​ໃໝ່ຕື່ມ​ອີກ 3 ປະ​ເທດ​ຄື ບັງ​ກາ​ລາ​ເດັສ, ນອກ​ແວ ​ແລະ​ສະ​ວິສ.