ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ຜູ່​ນຳ​ປະ​ເທດ​ຕ່າງໆ​ໃນ​ກອງ​ປະ​ຊຸມ​ອາ​ເຊັມ​ຄັ້ງ​ທີ​9

(GMT+08:00) 2012-11-05 20:52:49     cri

ວັນ​ທີ5​ພະຈິກ​ນີ້,ກອງ​ປະຊຸມ​ອາ​ເຊັມຄັ້ງທີ9​ໄຂ​ຂຶ້ນຢູ່​ນະຄອນ​ຫຼວງ​ວຽງ​ຈັນ.​ໃນ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ຜູ່​ນຳ​ປະ​ເທດ​ຕ່າງໆ​ໃນ​ກອງ​ປະ​ຊຸມ​ອາ​ເຊັມ​ຄັ້ງ​ນີ້,​ທ່ານ​ເວີ່ນ​ເຈ່ຍ​ປາວ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ "ຮ່ວມ​ກັນ​ຫາບ​ແບກ​ໜ້າ​ທີ່​ອັນ​ສຳ​ຄັນ​ທີ່​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ".

ໃນ​ເວລາ​ກ່າວ​ເຖິງ​ເສດຖະກິດ​ຈີນ,ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ຈີນ​ແມ່ນ​ປະ​ເທດ​​ໃຫຍ່ທີ່ມີ​ຄວາມ​ຮັບຜິດ​ຊອບ,​ຍຶດ​ໝັ້ນ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ໃຫ້​ດີ,​ເຮັດ​ໃຫ້​ເສ​ດຖະ ກິດ​ຈີນ​ຟື້ນ​ຕົວ​ດ້ວຍ​ຄວາມ​ໝັ້ນ​ທ່ຽງ​ໃນ​ໄລ​ຍະ​ເວ​ລາ​ອັນ​ສັ້ນໆ​ພ້ອມ​ທັງ​ຮັກ​ສາ​ລະ​ດັບ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ອ່າວ​ໄວ;​ຈີນ​ຍຶດ​ໝັ້ນ​ດຳ​ເນີນ​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ແລະ​ການ​ຮ່ວມ​ມື,​ຊຸກ​ຍູ້​ໃຫ້​ການ​ພັດ​ທະ​ນາ​ການ​ຄ້າ​ຂາ​ເຂົ້າ​ກັບ​ຂາ​ອອກ​ມີ​ຄວາມ​ດຸ່ນ​ດ່ຽງ​ກັນ,​ແລະ​ເຮັດ​ໃຫ້​ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ກັບ​ການ​ລົງ​ທຶນ​ຕໍ່​ຕ່າງ ປະ​ເທດ​ປະ​ສານ​ສົມ​ທົບ​ກັນ;​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປັບ​ປຸງ​ເສດ​ຖະ​ກິດ​ຂອງ​ໂລກ,​ຊຸກ ຍູ້​ການ​ປະ​ຕິ​ຮູບ​ລະ​ບົບ​ການ​ເງິນ​ສາ​ກົນ,​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່​ປະ​ເທດ​ທີ່​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ.​ທັງ​ໝົດ​ເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ຈີນ​ແມ່ນ​ພະ​ລັງ​ແມ່​ແຮງ​ອັນ​ສຳ​ຄັນ​ທີ່​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ,​ແລະ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ​ໂລກ.

ທ່ານ​ເວີ່ນ​ເຈ່ຍ​ປາວ​ຊີ້​ອອກ​ວ່າ,ປະຈຸ​ບັນ​ນີ້,​ວິ​ກິດ​ການ​ການ​ເງິນ​ສາກົນ​ຍັງ​ບໍ່​ທັນ​ໄດ້​ສິ້ນ​ສຸດ​ເທື່ອ,​ຍັງ​ມີ​ຫຼາຍ​ປັດ​ໄຈ​ທີ່​ບໍ່​ທັນ​ມີ​ຄວາມ​ແນ່​ນອນ​ແລະ​ມີ​ຄວາມ​ສ່ຽງ​ທີ່​ຈະ​ຊຸດ​ໂຊມ​ລົງ​ຕື່ມ​ອີກ.​ຖ້າ​ວ່າ​ອາ​ຊີ​ແລະ​ເອີ​ຣົບ​ຮ່ວມ​​ແຮງ​ຮ່ວມ​ໃຈ​ກັນ,​ດຳ​ເນີນ​ການ​ຮ່ວມ​ມື,​ຈຶ່ງ​ຈະ​ມີ​ກຳ​ລັງ​ແຮງ​ຢ່າງ​ພຽງ​ພໍ​ທີ່​ສາ​ມາດ​ຫາບ​ແບກ​ພາ​ລະ​ໜ້າ​ທີ່​ອັນ​ໜັກ​ໜ່ວງ​ໄດ້ ຄື:​ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ,​ແລະ​ຈະ​ສ້າງ​ຄວາມ​ໝັ້ນ​ໃຈ,​ຄວາມ​ກ້າ​ຫານ​ແລະ​ຄວາມ​ຫວັງ​ໃຫ້​ແກ່​ທົ່ວ​ໂລກ.