ນາຍົກ​ມະ​ເລ​ເຊຍ​ຫວັງ​ຢາກ​ໃຫ້​ອາຊີ​ເອີ​ລົບ​ຮ່ວມ​ກັນ​ຊຸກຍູ້​ການ​ພັດທະນາ​ການຄ້າ

(GMT+08:00) 2012-11-06 15:13:09     cri
ຕາມ​ຂ່າວ​ຈາກ​ຂ່າວສານ​ເບີ​ນາມາ, ວັນ​ທີ5​ພະຈິກ​ນີ້, ທ່ານ​ຣາຊັກ ນາ​ຈິບ ນາຍົກລັດຖະມົນຕີມະ​ເລ​ເຊຍ​ທີ່​ພວມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີ​ລົບ​ຄັ້ງ​ທີ9​ທີ່​ຈັດ​ຂຶ້ຶນຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ, ທ່ານ​ກ່າວ​ວ່າ, ທ່ານຫວັງ​ຢາກ​ໃຫ້​ອາຊີ​ແລະ​ເອີ​ລົບ​ສາມາດ​ຮ່ວມ​ກັນ​ຊຸກຍູ້​ການ​ພັດທະນາ​ການ​ຄ້າ, ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ແລະ​ລັດທິ​ປົກ​ປ້ອງ​ການ​ຄ້າ.

ທ່ານ​ນາ​ຈິບ​ກ່າວ​ວ່າ, ​ເວົ້າ​ສຳລັບ​ອາຊີ​ແລ້ວ, ​ເອີ​ລົບ​ແມ່ນ​ແຫຼ່ງທຶນ​ທີ່ສຳຄັນ. ​ເວົ້າ​ສຳລັບ​​ເອີ​ລົບ​ແລ້ວ, ອາຊີ​ແມ່ນ​ພະລັງ​​ແຮງ​ທີ່​ສຳຄັນ​ແຫ່ງ​ການ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​​ໂລກ. ປະ​ເທດ​ອາຊີ​ເອີ​ລົບ​ຄວນ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຕົນ, ​ເພື່ອ​ຊຸກ​ຍູ້​ການພັທະນາ​ການ​ຄ້າ​ລະຫວ່າງ​ສອງ​ພາກ​ພື້ນນີ້. ທ່ານ​ນາ​ຈິບ​ເຫັນ​ວ່າ, ປະ​ເທດ​ທີ່​ກ່ຽວຂ້ອງ​ຄວນ​ປະຕິບັດຕາມ​ຜົນ​ຂອງ​ການ​ເຈລະຈາ​ຂອງ​ຮອບ​ໂດ​ຮາ​ໂດຍ​ໄວ, ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື​ທາງ​ການ​ຄ້າ​ລະຫວ່າງ​ພາກ​ພື້ນ, ຊຸກ​ຍູ້​ການ​ຄ້າ​ເສລີ, ​ຕໍ່ຕ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ. ທ່ານ​ກ່າວ​ວ່າ, ຫວັງ​ໃຫ້​ມະ​ເລ​ເຊຍ​ແລະ​ເອີ​ລົບ, ອາຊີ​ແລະ​ເອີ​ລົບ​ສາມາດ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ໃນ​ອະນາຄົດອັນ​ໃກ້ໆ​ນີ້.