ທຸກ​ຂໍ້​ສະ​ເໜີ​ຂອງ​ກອງ​ປະ​ຊຸມ​ພາກ​ທຸ​ລະ​ກິດ​ອາ​ຊີ​-​ເອີ​ຣົບ ຄັ້ງ​ທີ 13​ໄດ້​ຖືກ​ພິ​ຈາ​ລະ​ນາ​ໃນ​ວາ​ລະ​ກອງ​ປະ​ຊຸມ​ອາ​ເຊັມ​9

(GMT+08:00) 2012-11-06 15:38:32     cri
ກອງ​ປະຊຸມ​ພາກ​ທຸລະ​ກິດ​ອາຊີ​ເອີຣົບຄັ້ງ​ທີ 13 ທີ່​ດຳ​ເນີນ​ແຕ່​ວັນ​ທີ 4-5 ພະ​ຈິກ​ນີ້ ໄດ້​ອັດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ​ທີ​ນະ​ຄອນ​ຫລວງ​ວຽງ​ຈັນ. ​

ອີງ​ຕາມ​ຖະ​ແຫລ​ງການ​ຂອງ​ປະທານ, ກອງ​ປະຊຸມ​ໄດ້​ລາຍ​ງານ ​ແລະ ສະ​ເໜີ​ເນື້ອ​ໃນ​ທີ່​ສຳ​ຄັນ 3 ບັນ​ຫາ ຕໍ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ ຄື​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ເພື່ອ​ການ​ພັດ​ທະ​ນາ​ການ​ຄ້າ​ຕ້ອງ​ກຳ​ຈັດ​ອຸ​ປະ​ສັກ​ດ້ານ​ການ​ຄ້າ​ແລະ ການ​ລົງ​ທຶນ,​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ,​ສັງຄົມ ​ແລະ​ເສດ​ຖະ​ກິດ​ໃຫ້​ໝັ້ນ​ຄົງ,​ການ​ຮຽກ​ຮ້ອງ​ໃຫ້​ສະ​ມາ​ຊິກ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​ຮັບ​ຮອງ​ເອົາ​ການ​ຍົກ​ເລີກ​ມາດ​ຕາ​ທີ່​ມີ​ລັກ​ສະ​ນະ​ຈຳ​ແນ​ກ, ​ເຄົາ​ລົບ​ກົດ​ລະ​ບຽບ​ການ​ຄ້າ​ທີ່​ໃຊ້​ທົ່ວ​ໄປ,​ສະ​ໜັບ​ສະ​ໜູນ​ກຳ​ລັງ​ແຂ່ງ​ຂັນ​ຂອງ​ວິ​ສາ​ຫະ​ກິດ, ຕໍ່​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ ​ແລະ ພະ​ລັງ​ງານ​ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ​ເພື່ອ​ອາ​ນຸ​ລັກ​ສິ່ງ​ແວດ​ລ້ອມ,​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແລະ​ຮູ້​ຈັກ​ຄວາມ​ສຳ​ຄັນ​ໂດຍ​ທົ່ວ​ໄປ​ຂອງ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ແລະ​ອະ​ນຸ​ພາກ​ພື້ນ​ອາ​ຊີ-​ເອີ​ຣົບ.​ບັນ​ດາ​ຂໍ້​ສະ​ເໜີ​ຂອງ​ກອງ​ປະ​ຊຸມ​ພາກ​ທຸ​ລະ​ກິດ​ອາ​ຊີ-​ເອີ​ຣົບ​ຄັ້ງ​ທີ​13​ນີ້​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື​ຢູ່​ໃນ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​9​ລະ​ຫວ່າງ​ວັນ​ທີ​5-6​ພະ​ຈິກ​ນີ້​.