ສໍາ​ນັກ​ງານ​ສະ​ຖານ​ທູດ​ອັງ​ກິດ​ເປີດ​ນໍາ​ໃຊ້​ຢ່າງ​ເປັນ​ທາງ​ການ

(GMT+08:00) 2012-11-06 17:46:24     cri
ຣາຊະອານາຈັກອັງກິດໄດ້ໄຂສໍານັກງານສະຖານທູດອັງກິດປະຈຳນະຄອນຫລວງວຽງ​ຈັນ ​ເມື່​ອວັນ​ທີ 5 ພະ​ຈິກ​ນີ້, ​ໂດຍ​ການ​ເຂົ້າ​ຮ່ວມ​ພະ​ນະ​ທ່ານ ສຸ​ລິ​ວົງ ດາ​ລາ​ວົງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພະ​ລັງ​ງານ​ ແລະ​ບໍ່​ແຮ່,​ພະ​ນະ​ທ່ານ​ວິນ​ລຽມ ​ເຮັກ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ອັງ​ກິດ.

ກ່າວ​​​ໄຂ​ສໍາ​ນັກ​ງານສະຖານທູດ​ຢ່າງ​ເປັນ​ທາງ​ການ​ແມ່ນ​ທ່ານ ວິນ​ລຽມ ​ເຮັກ ​ເຊິ່ງທ່ານ​ໄດ້​ກ່າວ​ວ່າ:​ມີ​ຄວາມ​ສໍາ​ຄັນ​ຫລາຍ​ທີ່​ພວກ​ເຮົາ​ມີ​ທູດ​ຕົນ​ເອງ​ປະ​ຈໍາ​ຢູ່​ ສປປ​ລາວ ​ເຊິ່ງ​ເປັນ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ.

ລາວ​ແລະ​ອັງ​ກິດ​ສ້າງຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ນໍາ​ກັນ​​ໃນ​ວັນ​ທີ 5 ກັນ​ຍາ 1955, ການ​ໄຂ​ສໍາ​ນັກ​ງານ​ສະ​ຖານ​ທູດ​ອັງ​ກິດ​ປະ​ຈໍາ​ລາວ ​ແມ່ນ​ປະ​ຕິ​ບັດ​ຕາມ​ການ​ຕົກ​ລົງ​ຂອງ​ລັດ​ຖະ​ບານ​ທັງ​ສອງ​ປະ​ເທດ​ສປປ​ລາວ​ແລະ​ຣາ​ຊະ​ອາ​ນາ​ຈັກ​ອັງ​ກິດ, ​ແນ​ໃສ່​ການ​ພົວ​ພັນ​ແໜ້ນ​ແຟ້ນ​ຂື້ນ​ກວ່າ​ເກົ່າ​ລະ​ຫວ່າງ​ປະ​ຊາ​ຊົນ​ລາວ​ກໍ່​ຄື​ລັດຖ​ະບານ​ຂອງ​ສອງ​ປະ​ເທດ.​ນີ້​ແມ່ນ​ສ່ວນ​ໜື່ງ​ຂອງ​ການ​ໄຂ​ສໍາ​ນັກ​ງານ​ສະ​ຖານ​ທູດ​ອັງ​ກິດ​ປະ​ຈໍາ​ໃນ​ບັນດາ​ປະ​ເທດ​ອາ​ຊຽນ​ເພື່ອ​ຈຸດ​ປະ​ສົງ​ເພີ່ມ​ການ​ພົວ​ພັນ​ທາງ​ດ້ານ​ການ​ຄ້າ,​ການ​ລົງ​ທຶນ​ແລະ​ທາງ​ການ​ທູ​ດ.