ບັນ​ດາ​ພັນ​ລະ​ຍາ​ການ​ນຳ​ອາ​ເຊັມ 9​ໄປ​ທ່ຽວ​ຊົມ​ສະ​ຖານ​ທີ່​ຕ່າງໆ​ຂອງ​ລາວ

(GMT+08:00) 2012-11-06 18:11:44     cri
ວັນ​ທີ 5 ພະຈິກ​ນີ້, ທ່ານ​ນາງ​ບົວທອງ ທຳ​ມະ​ວົງ, ພັນ​ລະ​ຍາ​ຂອງ​ພະນະ​ທ່ານ​ທອງ​ສິງ​ ທຳ​ມະ​ວົງ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ພ້ອມ​ດ້ວຍ​ບັນ​ດາ​ພັນ​ລະ​ຍາ​ການ​ນຳ​ຂອງ​ລາວ​ໄດ້​ນຳ​ພາ​ບັນ​ດາ​ພັນ​ລະ​ຍາ​ການ​ນຳ​ຂອງ​ຄະ​ນະ​ຜູ້​ແທນ​ອາ​ເຊັມ 9 ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ແລະ​ທ່ຽວ​ຊົມ​ສະ​ຖານ​ທີ່​ສຳ​ຄັນ​ທາງ​ວັດ​ທະ​ນະ​ທຳ​ແລະ​ປະ​ຫວັດ​ສາດ​ຂອງ​ລາວ.​

ໃນ​ໂອກາດ​ນີ້, ບັນດາ​ພັນ​ລະ​ຍາ​ການ​ນຳ​ຂອງ​ຄະນະ​ຜູ້​ແທນ​ອາ​ເຊັມ 9​ໄດ້​ຢ້ຽມຢາມ​ແລະ​ທ່ຽວ​ຊົມ​ຫໍ​ພະ​ແກ້ວ,​ວັດ​ສີ​ສະ​ເກດ​ແລະ​ທ່ຽວ​ຊົມ​ພື້ນ​ຖານ​ທາງ​ດ້ານ​ປະ​ຫວັດ​ສາດ​ແລະ​ປູ​ສະ​ນີ​ຍະ​ສະ​ຖານ​ທີ່​ສຳ​ຄັນ,​ເປັນ​ຕົ້ນ​ແມ່ນ​ບັນ​ດາ​ພະ​ພຸດ​ທະ​ຮູບ​ຫຼາຍ​ຍຸກ​ຫຼາຍ​ສະ​ໄໝ​ທີ່​ແຕກ​ຕ່າງ​ກັນ​ເຊັ່ນ:​ພະ​ພຸດ​ທະ​ຮູບ​ທີ່​ເຮັດ​ດ້ວຍ​ຫີນ,​ໄມ້,​ພະ​ປະ​ທາຍ​ເພັດ,​ແລະ​ພະ​ພຸດ​ທະ​ຮູບ​ທີ່​ມີ​ອາ​ຍຸ​ຫຼາຍ​ຮ້ອຍ​ປີ.

ບັນ​ດາ​ສະ​ຖານ​ທີ່​ແລະ​ຮູບ​ພາບ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ສົນ​ໃຈ​ແລະ​ປະ​ທັບ​ໃຈ​ໃຫ້​ແກ່​ພັນ​ລະ​ຍາ​ການ​ນຳ​ອາ​ເຊັມ 9​ເປັນ​ຢ່າງ​ດີ.