ກອງ​ປະ​ຊຸມ​ອາ​ເຊັມ​9​ສິ້ນ​ສຸດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ

(GMT+08:00) 2012-11-06 19:24:31     cri

ຕອນ​ບ່າຍ​ວັນ​ທີ6ພະຈິກ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີຣົບຄັ້ງ​ທີ​9​ຫຼື​ອາ​ເຊັມ​9​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ເປັນ​ເວ​ລາ​2​ວັນ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ.​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ​ໄດ້​ຮັບ​ຮອງ​ເອົາ​ເອ​ກະ​ສານ​2​ສະ​ບັບ​ທີ່​ສຳ​ຄັນ,​ຄື:​ຖະ​ແຫຼງ​ການ​ວຽງ​ຈັນ​ວ່າ​ດ້ວຍ​ການ​ຮັດ​ແໜ້ນ​ການ​ເປັນ​ຄູ່​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ,​ແລະ​ ບົດ​ຖະ​ແຫຼງ​ຂອງ​ປະ​ທານ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​ຄັ້ງ​ທີ​9.

ໃນ​ງານ​ຖະ​ແຫຼງຂ່າວພາຍ​ຫຼັງ​ພິ​ທີ​ອັດ​ປະ​ຊຸມ,​ທ່ານ​ທອງ​ສິງ ທຳ​ມະ​ວົງ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ລາວປ,​ທັງ​ເປັນ​ປະ​ທານ​ກອງ​ປະ​ຊຸມ,​ໄດ້​ແຈ້ງ​ເຖິງ​ຜົນ​ສຳ​ເລັດ​ຂອງ​ກອງ​ປະ​ຊຸມ​ຄັ້ງ​ນີ້​ວ່າ, ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ​9​ຄັ້ງ​ນີ້,​ ບັນ​ດາ​ຜູ້​ນຳ​ອາ​ເຊັມ​ໄດ້​ເຫັນ​ດີ​ຮ່ວມ​ກັນ​ວ່າ,​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຈະ​ຄົງ​ຢູ່​ຮ່ວມ​ກັນ​ໃນ​ສັນ​ຕິ​ພາບ​ແລະ​ສ້າງ​ໃຫ້​ມີ​ສະ​ຖຽນ​ລະ​ພາບ​ອັນ​ໝັ້ນ​ຄົງ​ຍາວ​ນານ​ໃຫ້​ແກ່​ປະ​ຊາ​ຊົນ,​ລົບ​ລ້າງ​ສົງ​ຄາມ​ອອກ​ຈາກ​ມວນ​ມະນຸດ,​ບໍ່​ໃຊ້​ກຳ​ລັງ​ຕໍ່​ກັນ, ບໍ່​ແຊກ​ແຊງ​ເຂົ້າ​ໃນ​ກິດ​ຈະ​ການ​ພາຍ​ໃນ​ຂອງ​ກັນ​ແລະ​ກັນ, ​ແກ້​ໄຂ​ບັນ​ຫາ​ຄວາມ​ຂັດ​ແຍ່ງ​ຕ່າງໆ​ດ້ວຍ​ສັນ​ຕິ​ວິ​ທີ.​ນັບ​ຖື​​ສິດ​ຂອງ​ປະ​ຊາ​ຊົນ​ອາ​ເຊັມ​ໃນ​ການ​ເລືອກ​ລະ​ບອບ​ການ​ເມືອງ, ​ເສດ​ຖະ​ກິດ,​ສັງ​ຄົມ​ຂອງ​ຕົນ​ເອງ.​ບັນ​ດາ​ຜູ້​ນຳ​ສະ​ມາ​ຊິກ​ອາ​ເຊັມ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັນ​ໃນ​ການ​ນັບ​ຖື​ສິດ​ຂອງ​ປະ​ຊາ​ຊົນ​ອາ​ເຊັມ​ໃນ​ການ​ເລືອກ​ລະ​ບອບ​ການ​ເມືອງ, ​ເສດ​ຖະ​ກິດ,​ສັງ​ຄົມ​ຂອງ​ຕົນ​ເອງ.

ນອກຈາກ​ນັ້ນ,​ ບັນດາ​ຜູ້ນຳ​ອາ​ເຊັມຍັງ​ຕົກລົງ​ແລະ​ຮ່ວມ​ມື​ກັນ​ເພື່ອ​ການ​ພັດ​ທະ​ນາ​ທີ່​ຍືນ​ຍົງ,​ຮັບ​ປະ​ກັນ​ໃຫ້​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ທີ່​ໝັ້ນ​ທ່ຽງ, ​ເພື່ອ​ສ້າງ​ຄວາມ​ກົມ​ກຽວ​ກັບ​ການ​ພັດ​ທະ​ນາ​ທາງ​ສັງ​ຄົມ,​ແລະ​ການ​ປົກ​ປັກ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ.​

ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມ9ຈັດ​ຂຶ້ນ​ແຕ່​ວັນ​ທີ5ຫາ​ວັນ​ທີ​6​ພະ​ຈິກ​ນີ້​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ, ​ໂດຍ​ມີ​ຫົວ​ຂໍ້​ວ່າ: ​"ເພື່ອນ​ມິດ​ເພື່ອ​ສັນ​ຕິ​ພາບ,​ຄູ່​ຮ່ວມ​ມື​ເພື່ອ​ຄວາມ​ສົມບູນ​ພູນ​ສຸກ", ​ໄດ້​ມີ​ຜູ້​ນຳ​ຂອງ​51​ສະ​ມາ​ຊິກ​ມາ​ເຂົ້າ​ຮ່ວມ,​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ຮັບ​ເອົາ​3​ປະ​ເທດ,​ຄື ບັງ​ກາ​ລະ​ເດັດ,​ສະ​ວິສ​ແລະ​ນອກ​ແວ​ເຂົ້າ​ເປັນ​ສະ​ມາ​ຊິກ​ໃໝ່.​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ເຊັມ​ຄັ້ງ​ຕໍ່​ໄປ​ຄື​ຄັ້ງ​ທີ​10​ຈະ​ແມ່ນ​ສະ​ຫະ​ພາບ​ເອີ​ລົບ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ໃນ​ປີ​2014.