​ແຕ່​ໃດ​ມາຈີນ​ບໍ່​ເຄີຍ​ຍອມຮັບ​ອັນ​ທີ່​ວ່າ"ຍີ່ປຸ່ນຄວບ​ຄຸມ​ຕົວ​ຈິງ"ຕໍ່​ເກາະ​ຕ້ຽວ​ອີຢ່າງ​ຜິດ​ກົດໝາຍ

(GMT+08:00) 2012-11-07 18:01:58     cri
ຕາມ​ຂ່າວCRI: ວັນ​ທີ7ພະຈິກ​ນີ້, ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ, ຈີນ​ບໍ່​​ເຄີຍ​ຍອມຮັບ​​ແລະ​​ເດັດດ່ຽວຄັດຄ້ານ​ອັນ​ທີ່​ວ່າ"ຍີ່ປຸ່ນຄວບ​ຄຸມ​ຕົວ​ຈິງ"ຢ່າງ​ຜິດ​ຕາມ​ກົດ​ໝາຍຕໍ່​ເກາະ​ຕ້ຽວ​ອີ​​ແລະ​ທະ​​ເລ​ທີ່ຢູ່​ບໍລິ​ເວນ​ໄກ້​ຄຽງ​ຂອງ​ຈີນ.

ມີ​ສື່​ຍີ່ປຸ່ນ​ລາຍ​ງານວ່າ, ຈີນ​ເຄີຍ​ສະ​ເໜີ​ຕໍ່​ຍີ່ປຸ່ນ​​ໃຫ້​ຮ່ວມ​ກັນ​ຄຸ້ມ​ຄອງ​ເກາະ​ຕ້ຽວ​ອີ​. ທ່າ​ນຫົງ​​ເຫຼີ​ຍ​​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່ກ່ຽວຂ້ອງ​ຂອງ​ນັກ​ຂ່າວ. ທ່າ​ນຫົງ​ເຫຼີ​ຍກ່າວ​ວ່າ, ​ເກາະຕ້ຽວ​ອີ​ແລະ​ເກາະ​ດອນ​ຕ່າງໆ​ທີ​ຢູ່​ບໍລິ​ເວນ​ໄກ້​ຄຽງ​ຂອງ​ເກາະ​ຕ້ຽວ​ອີ​ແມ່ນຜືນ​ແຜ່ນດິນຂອງ​ຈີນ​ມາແຕ່​​ບູຮານນະ​ການ, ຈີນ​ມີ​ອະທິປະ​ໄຕ​​ເໜືອເກາະ​ຕ້ຽວ​ອີ​ແລະ​ເກາະດອນ​ຕ່າງໆ​ທີ​ຢູ່​ບໍລິ​ເວນ​ໄກ້​ຄຽງຂອງ​ເກາະ​ຕ້ຽວ​ອີ​ທີ່​ບໍ່​ມີ​​ໄຜສາມາດ​ໂຕ້​ຖຽງ​ໄດ້. ຈີນ​ລ້ວນ​ແຕ່​ໄດ້ກ່າວ​ຢ້ຳຈຸດ​ຢືນດັງກ່າວ​ໃນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ໃນ​ທຸກ​ເທື່ອທີ່​ຜ່ານ​ມາ, ກ່າວ​​ເນັ້ນ​ວ່າ​​ເດັດ​ດ່ຽວ​ຄັດຄ້ານ​ທຸກການ​ກະທຳ​ທີ່​ຈະ​ສ້າງຄວາມ​ເ​ສຍຫາຍ​ໃຫ້​ແກ່ອະທິປະ​ໄຕ​​ເໜືອ​ຜືນ​ແຜ່ນດິນ​ຂອງ​ຈີນ.