ຮອງ​ປະທານ​ສ​ະພາ​ແຫ່​ງາ​ຊາດ​ຫວຽດນາມ​ຫວັງ​ຢາກ​ໃຫ້​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ​ຫວຽດນາມ​ກັບຈີນ​ຕື່ມ​ອີກ

(GMT+08:00) 2012-11-07 14:52:11     cri
ຕາມ​ຂ່າວCRI, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18​ຂອງ​ພັກ​ກອມ​ມູນິດ​ຈີນ​ຈະ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ8​ພະຈິກ​ນີ້. ​ໃນ​ເວລາ​ທ່ານຫວາງ​ຈູ​ລິວ ຮອງ​ປະທານສະພາ​​ແຫ່ງ​ຊາດ​ຫວຽດນາມ, ປະທານ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ​ທີ່​ໄດ້ເຂົ້າ​ຮ່ວມກິດຈະກຳ​ທີ່ກ່ຽວຂ້ອງ​ຢູ່​ນະຄອນ​ເຊິ​ນ​ເຈິ້ນ​ຂອງ​ຈີນ, ທ່ານກ່າວ​ວ່າ, ​ຫວັງ​ຢາກ​ໃຫ້​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງຫວຽດນາມ​ັບຈີນ​ຕື່ມ​ອີກ.

ທ່ານຫວາງ​ຈູ​ລິວ  ກ່າວ​ວ່າ, ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18​ຂອງ​ພັກ​ກອມ​ມູນິດ​ຈີນ​ແມ່ນ​ເຫດການ​ສຳຄັນ​ທີ່​ສຸດ​ສຳລັບ​ພັກ​ກອມ​ມູນິດ​ຈີນ​ແລະ​ປະຊາຊົນ​ຈີນ, ພ້ອມ​ກັນ​ນັ້ນ, ປະຊາຊົນ​ຫວຽດນາມ​ກໍ​ຄອງ​ຄອຍ​ການ​ໄຂ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ຄື​ກັນ.

 "ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18​ຂອງ​ພັກ​ກອມ​ມູນິດ​ຈີນ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ຈົບງາມ, ​ແລະ​ເປັນ​ການ​ປະກອບສ່ວນ​ໃໝ່​ຕໍ່ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ແລະ​ການ​ສ້າງສາ​ທິດ​ສະ​ດີ​ສັງຄົມ​ນິຍົມ​ຂອງ​ຈີນ, ​ແລະ​ເພີ່ມ​ທະວີການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ແລະການ​ພົວພັນ​ຮ່ວມ​ມື​​ແບບໄມຕີ​ຈິດ​ມິດຕະພາບຫວຽດນາມ​ຈີນ​ ​​ຕື່ມ​ອີກ"