ນາຍົກ​ມະ​ເລ​ເຊຍ​ກ່າວ​ວ່າ, ຈີນ​ພົ້ນ​ເດັ່ນ​ຂຶ້ນ​ຈະ​ມີ​ຜົນ​ກະທົບ​ອັນ​ຕັ້ງໜ້າ​ຕໍ່​ເສດຖະກິດ​ອາຊີຕາ​ເວັນ​ອອກສຽງ​ໃຕ້

(GMT+08:00) 2012-11-07 14:55:52     cri
ຕາມ​ຂ່າ​ວສານ​ຊິນ​ຮວາ, ວັນ​ທີ6​ພະຈິກ​ນີ້, ຢູ່​ນະຄອນຫຼວງ​ວຽງຈັນ, ທ່ານ​ນາ​ຈິບ ຕຸ​ນ ຣາຊັກ ນາຍົກລັດຖະມົນຕີມະ​ເລ​ເຊຍ​ກ່າວ​ວ່າ, ຈີ​ນພົ້ນ​ເດັ່ນ​ຂຶ້ນ​ແລ້ວ​ມີ​ຜົນ​ກະທົບ​ອັນ​ຕັ້ງໜ້າ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ການ​ຮ່ວມ​ມື​​ໃນພາກ​ພື້ນ.

​ໂອກາດ​ທີ່ທ່ານ​ນາ​ຈິບ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອາ​ເຊັມຄັ້ງ​ທີ9ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ໄດ້ກ່າວ​ວ່າ, ​ໃນ​ຖານະ​ເປັນອົງ​ກອນ​ເສດຖະກິດ​ທີ່ສຳຄັນ​ຂອງ​ໂລກ, ​ເສດຖະກິດ​ຈີນ​ໄດ້​ເພີ່ມ​ພະລັງ​ແຮງ​ໃຫ້​ແກ່​ການ​ເຕີບ​ໂຕດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ​​ແລະ​ຂົງ​ເຂດ​ໃກ້​ຄຽງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ທ່ານ​ກ່າວ​ວ່າ, ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ຄວນ​ຕັ້ງໜ້າ​ເພີ່ມ​ທະວີ​ການ​ແລກປ່ຽນ, ການ​ຮ່ວມ​ມື​ດ້ານເສດຖະກິດ​ກັບ​ຈີນ, ລົງ​ເລິ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂອບ​ການ​ຮ່ວມ​ມື​​ແລະ​ກົນ​ໄກ​ກອງ​ປະຊຸມ​ຕ່າງໆ ​ເຊັ່ນ: ອາ​ຊຽນ+ຈີນ​ຫຼື​ອາ​ຊຽນບວກ1ແລະ​ອາ​ຊຽນ+ຈີນ, ຍີ່ປຸ່ນ​ແລະ​ສ.​ເກົາຫຼີຫຼື​ອາ​ຊຽນບວກ3​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ, ​ເພື່ອ​ເລັ່ງລັດ​ບາດກ້າວ​ພັດທະນາ​ເສດຖະກິດ​ພາກ​ພື້ນ.