ປະຊາ​ຄົມ​​ໂລກ​ຍ້ອງຍໍ​ຊົມ​ເຊີຍ​ຜົນສຳ​ເລັດ​ແຫ່ງ​ການ​ພັດທະນາ​ຂອງ​ຈີນ​ໃນ​ໄລຍະ 10​ປີຜ່ານມາ

(GMT+08:00) 2012-11-11 14:35:53     cri
ເນື່ອງ​ໃນ​ໂອກາດ​ຈັດ​ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ18​ຂອງ​ພັກ​ຄອມ​ມູນິດ​ຈີນ, ບຸກຄົນ​ໃນ​ວົງ​ການ​ຕ່າງໆ​ແລະ​ສື່​ມວນ​ຊົນ​ຕ່າງປະ​ເທດ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ຜົນສຳ​ເລັດ​​ແຫ່ງ​ການ​ພັດທະນາ​ຂອງ​ຈີນ​ໃນ​ໄລຍະ10​ປີ​ມາ​ນີ້.

ປະທານ​ຜູ້​ບໍລິຫານ​ງານ​ຂອງ​ສະມາຄົມ​ການ​ຮ່ວມ​ມື​ລະຫວ່າງ​ອູ​ແກຼນ-ຈີນ​ກ່າວ​ວ່າ: ​ໃນ10​ປີ​ມາ​ນີ້​, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ຄອມ​ມູນິດ​ຈີນ, ຈີນ​ໄດ້​ສ້າງສາ​ເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ, ​ຊຶ່ງ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ພັດ​ທະນາ​ຂອງ​ເສ​ດຖະກິດ​ໂລກ. ທ່ານ​ກ່າວ​ຕື່ມ​ອີກວ່າ: ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18​ມີ​ຄວາມ​ໝາຍ​ອັນ​ສຳຄັນ​ພິ​ເສດ, ມະຕິຕົກລົງ​ຂອງ​ກອງ​ປະຊຸມ​ບໍ່​ພຽງ​ແຕ່​​ໄດ້ສ້າງ​ຜົນ​ສະທ້ອນ​ໃຫ້​ແກ່​ການ​ພັດ​ທະນາ​ຂອງ​ຈີນ​ໃນ​ອະນາຄົດ​ເທົ່າ​ນັ້ນ, ​ແຕ່ຍັງ​ຈະ​ສ້າງຜົນ​ສະທ້ອນ​ໃຫ້​ແກ່​ອະນາຄົດ​ຂອງ​ໂລກນຳ​ອີກ.

ຂ່າວສານ​ອີ​ຕາຣ-ຕາສ໌ຣັດ​ເຊຍ​ໄດ້​ລົງ​ພິມ​ບົດ​ວິຈານທີ່​ມີ​ເນື້ອ​ໃນ​ຍາວ​ໃນ​ວັນ​ທີ8​ພະຈິກ​ນີ້​ວ່າ, ປະຈຸ​ບັນ, ຈີນ​ມີ​ເຄືອ​ຂ່າຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ທີ່​ຍາວ​ທີ່​ສຸດ​ແລະ​ອຸດສາຫະກຳ​ຜະລິດ​ລົດຍົນ​ທີ່​​ໃຫຍ່​ທີ່​ສຸດ​ໃນ​ໂລກ. ຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ພາຍ​ໃນ​ທີ່​ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ຈີນ​ຈາກ1000​ໂດ​ລາ​ໃນ​ປີ2002​ເພີ່ມຂຶ້ນ​ເປັນ5400​ກວ່າ​ໂດ​ລາ​ໃນ​ປີ2011. ປີ2002, ຈີນ​​ແມ່ນ​ອົງ​ກອນ​ເສດຖະກິດ​ໃຫຍ່​ທີ6​ຂອງ​ໂລກ, ​ແຕ່ປະຈຸ​ບັນ​ໄດ້​ກາຍ​ເປັນ​ອົງ​ກອນ​ເສດຖະກິດ​ໃຫຍ່​ທີ2ທີ່​ຮອງ​ຈາກອາ​ເມ​ລິ​ກາ. ​

ໜັງສືພິມ​ຟິລິບ​ປິນ​ໄດ້​ລົງ​ພິມບົດ​ນຳ​ທີ່​ພາດ​ຫົວ​ເລື່ອງວ່າ "ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18​ຂອງ​ພັກ​ຄອມ​ມູນິດ​ຈີນ​ໄດ້​ເປັນ​ທີ່​ປະຈັກ​ສາຍຕາຂອງ​​ຊາວ​ໂລກ"ວ່າ: ​ໃນ10​ປີ​ມາ​ນີ້, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ຄອມ​ມູນິດ​ຈີນ​​ໂດຍມີ​ທ່ານ​ຫູ​ຈີນ​ທ່າວປະທານ​ປະ​ເທດ, ​ເລ​ຂາ​ທິການ​ໃຫຍ່ຂອງ​ພັກ, ຈີນ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສະຫງ່າ​ລາສີ​ໃນ​ທຸກ​ດ້ານ. ພັກ​ຄອມ​ມູນິດ​ຈີນ​ໄດ້​ສະ​ສົມຍຸດ​ທະ​ສາດ​ດ້ານ​ການ​ປົກຄອງ​ລັດ​ທີ່​ມີປະສິດທິ​ຜົນຊຸດ​ໜຶ່ງ​ໃນ​ການ​ພັດທະນາ​ໃນຫຼາຍ​ປີມາ​ນີ້, ມີ​ຄວາມ​ສາມາດ​ດ້ານ​ການ​ຄຸ້ມ​ຄອງ​ສະພາບ​ການ​ແລະ​ແກ້​ໄຂ​ບັນຫາ​ໃນສະ​ຖານະ​ການ​ທີ່​ສັບສົນ.

ສ່ວນໜັງສືພິມ​ "ຊິນ​ຈິ​ວ​ເດ​ລີ" (Sin chew Daily) ຂອງ​ມະ​ເລ​ເຊຍ​ສະບັບວັນ​ທີ9ພະຈິກ​ນີ້ລົງ​ພິມ​ບົດ​ນຳທີ່​ຂຽນ​ວ່າ: ​ໃນ10​ປີ​ທີ່​ຜ່ານ​ມາ, ຈີນ​ຈາກ​ປະ​ເທດ​ທີ່​ຈະ ເລີນ​ໃໝ່​ໄດ້​ກາຍ​ເປັນ​ຈຸດ​ສຸມຂອງ​ເວທີ​ໂລກ, ການ​ພັດທະນາທຸກໆ​ດ້ານ​ກໍ່​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ປະຈັກ​ຕາ​ຕໍ່​ສາຍຊາວ​ໂລກ. ​ເສດຖະກິດຂອງ​ຈີນ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ເສດຖະກິດ​ຂອງໂລກ​ຫຼາຍ​ກວ່າ20%. ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກໍ່​ໄດ້​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າ​ງ​ເດັ່ນ​ຊັດ.

ປະທານສະພາ​ມົນຕີ​ວຽກ​ງານ​ໂລກ​ຂອງ​ອິນ​ໂດ​ເນ​ເຊຍ​ກໍ່​ເຫັນ​ວ່າ, ​ໃນ30​ປີ​ທີ່​ຜ່ານ​ມາ, ນະ​ໂຍບາຍ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ໄດ້ຊຸກຍູ້​ໃຫ້​ການ​ພັດທະນາ​ເສດຖະກິດ​ຂອງອາຊີ. "ທິດ​ສະ​ດີ​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກ​ບໍ່​ພຽງ​ແຕ່​ມີ​ຄວາມ​ສຳຄັນຕໍ່​ການ​ພັດທະນາ​ເສດຖະກິດ​ຂອງຈີນ​ເທົ່າ​ນັ້ນ, ​ແຕ່ຍັງ​ມີ​ຄວາມ​ໝາຍ​ສຳ ຄັນ​ຕໍ່​ປະ​ເທດ​ອາ​ຊຽນ​ເຊິ່ງລວມທັງ​ອິນ​ໂດ​ເນ​ເຊຍນຳ​ດ້ວຍ."