​ໂຄງ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ໄຊ​ຍະ​ບູ​ລີ​ຈັດ​ພິ​ທີ​ວາງ​ສີ​ລາ​ລືກ

(GMT+08:00) 2012-11-12 18:14:47     cri

ຫວ່າງ​ມໍ່ໆ​ມາ​ນີ້ ທີ່​ແຂວງ​ໄຊ​ຍະ​ບູລີ ​ໄດ້​ຈັດ​ພິທີ​ວາງ​ສີ​ລາ​ລືກ​​ໂຄງການ​ສ້າງ​ເຂື່ອນ​ໄຟຟ້າ​ໄຊ​ຍະ​ບູລີ​ຂື້ນຢ່າງ​ເປັນ​ທາງ​ການ ​ໂດຍ​ການ​​ເ​ຂົ້າຮ່ວມ​ຂອງ ​ທ່ານ​ ສົມ​ສະຫວາດ​ ເລັ່ງສະຫວັດ, ຮອງນາຍົກ​ລັດຖະມົນຕີ, ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ, ພ້ອມ​ດ້ວຍ​ບັນດາ​ລັດຖະມົນຕີ​ວ່າການ, ລັດຖະມົນຕີຊ່ວຍວ່າການ, ​ເຈົ້າ​​ແຂວງ​​ໄຊ​ຍະ​ບູລີ ​ແລະ ​ເຈົ້າ​ແຂວງ ​ຫລວງ​ພະ​ບາງ ພ້ອມ​ດ້ວຍ​ພາກສ່ວນທີ່ກ່ຽວຂ້ອງຫຼາຍຮ້ອຍຄົນເຂົ້າຮ່ວມ.


​​​ໂຄງການໄຊຍະບູລີ​ນີ້​ແມ່ນ​ນອນ​ໃນ​​ແຜນ​ພັດ​ທະນາ​ໄຟຟ້າ​ນ້ຳ​ຕົກ​ຂອງ​ລາວ ​ຖື​ເປັນ​ໂຄງການ​ຂະໜາດ​ໃຫຍ່, ມີ​ສະມັດ​ຕະພາບ​ສູງ, ​ທັງ​ຈະ​ໄດ້ລາຍ​ຮັບ​ເຂົ້າ​ສູ່​ປະ​ເທດ​ຕະຫຼອດ​ໄລຍະ​ການ​ສຳ​ປະທານ​ຫຼາຍ​ກວ່າ3​ຕື້​ໂດ​ລາ​ສະຫະລັດ​ເພື່ອ​ປະກອບ​ສ່ວ​ນ​ເຂົ້າ​ໃນ​ງົບປະມານ​ລັດ. ນອກ​ນັ້ນ ຍັງ​ເປັນ​ຜົນ​ດີ​ຕໍ່​ປະຊາຊົນ​ທີ່ຢູ່​ອ້ອມ​ຂ້າງ​ນຳ​ອີກ.


​ໂຄງການ​ນີ້​ແມ່ນຈະ​ມີ​ການ​ສ້າງ​ເຂື່ອນ​ຕັນ​ລຳ​ແມ່​ນ້ຳຂອງ ​ເຊິ່ງ​ເປັນ​​ແມ່​ນ້ຳ​ສາກົນ, ດັ່ງ​ນັ້ນ, ເລີ່​ມ​ແຕ່​ຫົວທີ, ລັດຖະບານ​ກໍ່ໄດ້​ມີ​ການ​ປະສານ​ສົມທົບ​ກັບ​ຜູ້​ພັດທະນາ​ໂຄງການ ​ເພື່ອ​ສຶກສາ​ຄົ້ນ​ຄວ້າ​ກ່ຽວ​ກັບ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ, ທັງ​ເອົາ​ໃ​ຈ​ໃສ່​ປະຕິບັດ​ຂັນ​ຕອນ​ຕ່າງໆ​ຕາມ​ສັນຍາ​ແມ່​ນ້ຳຂອງ1995​ຢ່າງ​ຄົບ​ຖ້ວນ.


ປະຈຸບັນ ແມ່ນ​ໄດ້​ຮັບ​ການ​ຢັ້ງຢືນ​ຢ່າງ​ໜັກ​​​ແໜ້ນວ່າ​​, ໂຄງການ​​ໄດ້​ຜ່ານ​ການ​ປະຕິບັດ​ຂັ້ນ​ຕອນຕ່າງໆ​ຢ່າງ​ຖືກຕ້ອງ​ແລະ​ຄົບ​ຖ້ວນ, ການ​ອອກ​ແບບ​ໄດ້​ມີ​ການ​ປັບປຸງ​ເປັນ​ຢ່າງ​ດີ. ​ໄດ້​ຜ່ານ​ການ​ທົດ​ສອບ​ແບບ​ຈຳລອງ​ຂອງ​ເຂື່ອນ​ຢ່າງ​ມີ​ຜົນສຳ​ເລັດ​, ຍ້ອນ​ແນວ​ນັ້ນ, ບັນດາ​ປະ​ເທດ​ເພື່ອນ​ມິດ​ຈຶ່ງ​ບໍ່​ຂັດຂ້ອງ, ​ໃນ​ທີສຸດ ລັດ​​ຖະບານ​ຈຶ່ງ​ມີ​ຄວາມ​ໝັ້ນ​ໃຈ ​ແລະ ຕັດສິນ​ໃຈ​ພັດທະນາ​ໂຄງການ​ນີ້