10​ເດືອນ​ທຳ​ອິດ​ຂອງ​ປີ2012 ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ນະຄອນຫຼວງປັກ​ກິ່ງ​ຂອງ​ຈີນ​ກັບ​ຍີ່ປຸ່ນຫຼຸດ​ລົງ11,9%

(GMT+08:00) 2012-11-13 11:05:08     cri
ຕາມ​ຂ່າວ​ສາ​ນຈີນ: ວັນ​ທີ12ພະຈິກ​ນີ້, ດ່ານ​ພາສີ​ປັກ​ກິ່ງ​ຂອງ​ຈີນ​ປະກາດ​ຂໍ້​ມູນ​ຕົວ​ເລກ​​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໄລຍະ10​ເດືອນ​​ຂອງ​ປີ2012, ຂະໜາດ​ຂອງການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ນະຄອນຫຼວງ​ປັກ​ກິ່ງກັບ10​ຄູ່​ຮ່ວມ​ມື​ໃຫຍ່ລ້ວນ​ແຕ່​ໄດ້​ຫຼາຍ​ກວ່າ 10ຕື້​ໂດ​ລາ, ​ໃນ​ນັ້ນ, ສິນຄ້າ​ຂາ​ເຂົ້າ​ແລະ​ຂາ​ອອກ​ລະຫວ່າງ​ປັກ​ກິ່ງ​ກັບ6ຄູ່​ຮ່ວມ​ມື​ການ​ຄ້າ​​ເຊັ່ນ: ອາ​ເມ​ລິ​ກາ, ອາ​ຊຽນ, ອົດສຕາ​ລີ​​ເປັນ​ຕົ້ນ ​ໂດຍ​ລວມ​ແລ້ວ​ໄດ້​ບັນລຸ​ການ​ເພີ່ມ​ຂຶ້ນ, ​ແຕ່​ສິນຄ້າ​ຂາ​ເຂົ້າ​ແລະ​ຂາ​ອອກ​ລະຫວ່າງ​ນະຄອນຫຼວງ​ປັກ​ກິ່ງ​ກັບ​ຍີ່ປຸ່ນ​ແມ່ນ 16ຕື້110ລ້ານ​ໂດ​ລາ, ​ຫຼຸດ​ລົງ11,9%​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.