ກອງ​ປະ​ຊຸມ​ສໍາ​ມະ​ນາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ສະ​ບັບ​ປັບ​ປຸງ

(GMT+08:00) 2012-11-14 16:20:16     cri
ວັນ​ທີ 13 ພະຈິກ​ນີ້, ທີ່​ຄ​ະນະ​ກວດກາ​ສູນ​ກາງ​ພັກ​ນະ​ຄອນ​ຫຼວງ​ວຽງ​ຈັນ, ​ທ່ານ ສີ​ໄນ ມຽງ​ລາ​ວັນ​ ຮອງ​ປະ​ທານ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ​ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ຄະ​ນະ​ກວດ​ກາ​ຈາກ 5 ​ແຂວງ,​ໄດ້​ຈັດ​ກອງ​ປະ​ຊຸມ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ສະ​ບັບ​ປັບ​ປຸງ​ຂື້ນ.

ກອງ​ປະຊຸມ​ໄດ້​ຄົ້ນ​ຄ້ວາ​ແລະ​ປັບປຸງ​​ເພື່ອ​ໃຫ້​ກົດໝາຍ​ດັ່ງກ່າວ​​ໃຫ້ມີ​ຄວາມ​ຄົບ​ຖ້ວນ​ຮອບດ້ານ,​ພາ​ວະ​ວິ​ໄສ​ຈັດ​ຕັ້ງ​ປະ​ຕິ​ບັດ​ງ່າຍ,​ຮັບ​ປະ​ກັນ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ,​ຮັບ​ປະ​ກັນ​ຄວາມ​ເຫຼື້ອມ​ໃສ​ຂອງ​ລະບອບ​ການ​ເມືອງ​ແລະ​ບົດ​ບາດ​ການ​ນໍາ​ພາ​ຂອງ​ພັກ,​ຄວາມ​ສັກ​ສິດ​ຂອງ​ການ​ຄຸ້ມ​ຄອງ​ລັດ. ​ໂດຍ​ກົດ​ໝາຍ​ສະ​ບັບ​ເກົ່າ​ປະ​ກອບ​ມີ​10​ໝວດ,​53​ມາດ​ຕາ,​ຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ​ນີ້​ສ່ວນ​ຫຼາຍ​ຍັງ​ແມ່ນ​ຮັກ​ສາ​ໄວ້​ຄື​ເກົ່າ, ​ແຕ່ງ​ບາງ​ມາດ​ຕາ​ມີ​ການ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ໃຫ້​ລະ​ອຽດ, ​ແຈ່ມ​ແຈ້ງ​ຕື່ມ ​ແລະ​ໄດ້​ເພີ່ມ​ມາດ​ຕາ​ໃໝ່​ຈໍາ​ນວນ​ໜື່ງ​ເຊັ່ນ: ​ເພີ່ມ​ໃໝ່​1​ໝວດ​ຄື:​ໝວດ​ທີ​5​ການ​ສືບ​ສວນ​-​ສອບ​ສວນ​ສໍ້​ລາດ​ບັງ​ຫຼວງ ​ແລະ 14 ມາດ​ຕາ​ໄດ້​ເພີ້ມເຂົ້າ​ໃໝ່,​ປັບປຸງ​ໃໝ່​ມີ​26​ມາດ​ຕາ ​ເຮັດ​ໃຫ້​ຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ​ມີ​11​ໝວດ,​67​ມາດ​ຕາ​ແລະ​ຮັກ​ສາ​ເນື້ອ​ໃນ​ເກົ່າ 27 ມາດ​ຕາ ​ໂດຍ​ຄາດ​ວ່າ​ຈະ​ນໍາ​ສະ​ເໜີ​ຜ່ານ​ສະ​ພາ​ໃນ​ເດືອນ​ທັນ​ວາ​ທີ່​ຈະ​ມາ​ເຖິງ​ນີ້.