ທ່ານ​ດຣ.​ທອງ​ລຸນ​ສີ​ສຸ​ລິດ​ຈະ​ເດີນ​ທາງ​ໄປ​ຮວມ​ບັນ​ດາ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຕາງປະເທດອາຊຽນ

(GMT+08:00) 2012-11-15 15:58:58     cri

ໃນວັນທີ 16 ພະຈິກ 2012, ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ ຈະໄດ້ນຳພາຄະນະຜູ້ແທນ ລາວ ອອກເດີນທາງໄປຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາການເມືອງ-ຄວາມໝັ້ນຄົງອາຊຽນຄັ້ງທີ 8, ກອງປະຊຸມສະພາປະສານງານອາຊຽນຄັ້ງທີ 11 ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 16-17 ພະຈິກ2012 ທີ່ ນະ​ຄອນຫຼວງພະນົມເປັນ, ກຳປູເຈຍ. ຈຸດປະສົງຂອງ 3ກອງປະຊຸມດັ່ງກ່າວແມ່ນເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 21 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຊຶ່ງຈະຈັດຂຶ້ນໃນວັນທີ 18-20 ພະຈິກ 2012 ທີ່ພະນົມເປັນ.


 ໃນໂອກາດນີ້,ທ່ານຮອງນາຍົກ ດຣ. ທອງ ລຸນ ສີສຸລິດ ຈະໄດ້ແຈ້ງໃຫ້ກອງປະຊຸມຊາບກ່ຽວກັບການປະກອບສ່ວນຂອງ ລາວ  ໃນການສ້າງປະຊາຄົມການເມືອງ-ຄວາມ​ຫມັ້ນ​ຄົງ​ອາ​ຊຽນ​ເຊັ່ນ: ລາວ​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ອາ​ຊຽນ​ວ່າ​ດ້ວຍ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ໃນ​ວັນ​ທີ 12​ ພະ​ຈິກ 2012 ແລະ ໃນປີ 2013 , ລາວ ຈະ​ເປັນ​ເຈົ້າ​ພາບ 3 ກອງ​ປະ​ຊຸມ​ພາຍ​ໃຕ້​ປະ​ຊາ​ຄົມ​ການ​ເມືອງ-ຄວາມ​ຫມັ້ນ​ຄົງ​ອາຊຽນຄື:ກອງ​ປະ​ຊຸມ​ຂອງ​ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ວຽກ​ງານ​ອາດ​ສະ​ຍາ​ກຳ​ຂ້າມຊາດອາຊຽນຄັ້ງທີ 9, ກອງ​ປະ​ຊຸມ​ຫົວ​ໜ້າ​ທະ​ຫານ​ອາ​ກາດ​ອາຊຽນຄັ້ງທີ 10 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນຄັ້ງທີ 15.


ພາຍ​ຫລັງ​ສຳ​ເລັດ​ການ​ເຂົ້າ​ຮ່ວມ 3 ກອງ​ປະ​ຊຸມ​ກະ​ກຽມ​ນີ້​ແລ້ວ , ທ່ານ​ຮອງ​ນາ​ຍົກ ດຣ. ທອງ​ລຸນ ສີ​ສຸ​ລິດ ຈະ​ໄດ້​ຕິດ​ຕາມ​ທ່ານ​ນາ​ຍົກລັດຖະມົນຕີ ທອງສິງ ທຳມະວົງ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 21 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.