ທ່ານ​ສີຈິ້ນ​ຜິງ​ກ່າວ​ວ່າ ຕ້ອງ​ໃຫ້​ຄຳ​ຕອບ​ທີ່​ເພີ່ງ​ພໍ​ໃຈ​ໃຫ້​ປະ​ຊາ​ຊົນ

(GMT+08:00) 2012-11-15 18:14:39     cri

ຕອນ​ເຊົ້າວັນ​ທີ15​ພະຈິກ​ນີ້,ຢູ່​ຫໍ​ສະພາ​ປະຊາຊົນ​,ທ່ານ​ສີ​ຈິ້ນຜິ​ງ,​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ທີ່​ຫາ​ກໍ​ໄດ້​ຮັບ​ເລືອກ​ຕັ້ງ,​ໄດ້​ນຳ​ພາ​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ນູດ​ຈີນ​ຊຸດ​ໃໝ່​ພົບ​ກັບ​ນັກ​ຂ່າວ​ຈີນ​ແລະ​ຕ່າງ​ປະ​ເທດ​.ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຕາງ ໜ້າ​ສະ​ມາ​ຊິກ​ອົງ​ການ​ນຳ​ຊຸດ​ໃໝ່​ຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ກ່າວ​ຄຳ​ປາ​ໄສ.​ໃນ​ຄຳ​ປາ​ໄສ​ໃນ​ຄັ້ງ​ນີ້,​ທ່ານ​ໄດ້​ກ່າວ​ຢ້ຳ​ໄປ​ຢ້ຳ​ມາ​ຫຼາຍໆ​ຄັ້ງ​ເຖິງ​ຄຳ​ທີ່​ວ່າ "ພາລະ​ໜ້າ​ທີ່"​ແລະ "ປະ​ຊາ​ຊົນ".

ທ່ານ​ສີຈິ້ນຜິ​ງກ່າວ​ວ່າ: "ພາລະ​ໜ້າ​ທີ່​ອັນ​ໜັກໜ່ວງ​​ນີ້​ແມ່ນ​ພາລະ​ໜ້າ​ທີ່​ທີ່​ມີ​ຕໍ່​ປະ​ຊາ​ຊາດ.​ພາ​ລະ​ໜ້າ​ທີ່​ຂອງ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ,​ຕ້ອງ​ສາ​ມັກ​ຄີ​ແລະ​ນຳ​ພາ​ສະ​ມາ​ຊິກ​ທົ່ວ​ພັກ​ແລະ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ,​ຮັບ​​ໄມ້​ຕໍ່​ແຮງ​ໃນ​ປະ​ຫວັດ​ສາດ,​ສືບ​ຕໍ່​ພະ​ຍາ​ຍາມ​ບຸກ​ບືນ​ສູ້​ຊົນ​ເພື່ອ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ທີ່​ເຮັດ​ໃຫ້​ປະ​ຊາ​ຊາດ​ຈີນ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ,​ເຮັດ​ໃຫ້​ປະ​ຊາ​ຊາດ​ຈີນ​ຢືນ​ຢູ່​ໃນ​ຮ່ວມ​ກັບ​ປະ​ຊາ​ຊາດ​ທົ່ວ​ໂລກ​ຢ່າງ​ເຂັ້ມ​ແຂງ​ກວ່າ​ເກົ່າ,​ແລະ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ກວ່າ​ເກົ່າ​ໃຫ້​ແກ່​ມວນ​ມະ​ນຸດ."

ໃນ​ເວລາ​ກ່າວຄຳ​ປາ​ໄສ,ທ່ານ​ສີ​ຈິ້ນຜິ​ງ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ແລະ ຄວາມ​ຮັກ​ແພງ​ທີ່​ພັກ​ຄອມ​ມູ​ນິດ​ຈີນ​ມີ​ຕໍ່​ປະ​ຊາ​ຊົນ.​ທ່ານ​ກ່າວ​ວ່າ,​ປະ​ຊາ​ຊົນ​ຈີນ​ອາ​ໄສ​ຄວາມ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ, ຄວາມ​ກ້າຫານ​ແລະ​ຄວາມ​ສະ​ຫຼາດ​ສະ​ຫຼຽວ​ຂອງ​ຕົນ,​ສ້າງ​ບ້ານ​ແປງ​ເມືອງ​ອັນ​ສວຍ​ງາມ​ທີ່​ຊົນ​ເຜົ່າ​ຕ່າງໆ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສາມັກຄີ​ປອງ​ດອງ​ກັນ,ບົ່ມ​ເພາະ​ວັດ​ທະ​ນະ​ທຳ​ອັນ​ດີ​ເລີດ​ທີ່​ຜ່ານ​ເວລາ​ດົນ​ນານ​ຍັງ​ໃໝ່​ອ່ຽມ​ຢູ່.​ປະ​ຊາ​ຊົນ​ຈີນ​ແມ່ນ​ປະ ຊາຊົນ​ອັນ​ຍິ່ງ​ໃຫຍ່.​ທ່ານ​ກ່າວ​ວ່າ:​"ປະ​ຊາ​ຊົນ​ພວກ​​ເຮົາ​ຮັກ​ຫອມ​ຊີ​ວິດ​ການ​ເປັນ​ຢູ່,​ປາ​ຖະ ໜາ​ໃຫ້​ມີ​ການ​ສຶກ​ສາ​ທີ່​ດີກ​ວ່າ​ເກົ່າ, ວຽກ​ງານ​ທີ່​ໝັ້ນຄົງ​ກວ່າ​ເກົ່າ,​ລາຍ​ໄດ້​ທີ່​ໜ້າ​ເພີ່ງ​ພໍ​ໃຈ​ກວ່າ​ເກົ່າ,​ການ​ປະ​ກັນ​ສັງ​ຄົມ​ທີ່​ເພິ່ງ​ພາ​ອາ​ໄສ​ໄດ້​ກວ່າ​ເກົ່າ,ການ​ບໍ​ລິ​ການ​ດ້ານ​ການ​ແພດ​ແລະ​ສາ​ທາ​ລະ​ນະ​ສຸກ​ທີ່​ມີ​ລະ​ດັບ​ສູງ​ກວ່າ​ເກົ່າ,​ເງື່ອນ​ໄຂ​ເຮືອນ​ຢູ່​ທີ່​ສະ​ດວກ​ສະ​ບາຍ​ກວ່າ​ເກົ່າ,​ສິ່ງ​ແວດ​ລ້ອມ​ທີ່​ສວຍ​ງາມ​ກວ່າ​ເກົ່າ,​ແລະ​ມີ​ຄວາມ​ປາ​ຖະ​ໜາ​ໃຫ້​ການ​ຈະ​ເລີນ​ເຕີບ​ໂຕ​ຂອງ​ເດັກ​ນ້ອຍ​ລູກ​ຫຼາຍ​ດີ​ຂຶ້ນ​ກວ່າ​ເກົ່າ,​ມີ​ວຽກ​ທີ່​ດີກ​ວ່າ​ເກົ່າ,​ແລະມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີກ​ວ່າ​ເກົ່າ.​ຄວາມ​ມຸ່ງ​ຫວັງ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ອັນ​ສວຍ​ງາມ​ຂອງ​ປະ​ຊາ​ຊົນ,​ກໍ​ແມ່ນ​ເປົ້າ ໝາຍ​ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພວກ​ຂ້າ​ພະ​ເຈົ້າ."

ທ່ານ​ສີ​ຈິ້ນຜິ​ງກ່າວ​ຕື່ມ​ອີກ​ວ່າ,ພາລະ​ໜ້າ​ທີ່​ທີ່​ມີ​ຕໍ່​ປະຊາຊົນ​ກໍ​ແມ່ນ,ຕ້ອງ​ສາ​ມັກ​ຄີ​ແລະ​ນຳ​ພາ​ສະ​ມາ​ຊິກ​ທົ່ວ​ພັກ​ແລະ​ປະ​ຊາ​ຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ,​ສືບ​ຕໍ່​ປົດ​ປ່ອຍ​ແນວ​ຄິດ,​ຍຶດ​ໝັ້ນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ,​ປົດ​ປ່ອຍ​ແລະ​ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ​ຂອງ​ສັງ​ຄົມ​ຢ່າງ​ບໍ່​ຢຸດ​ຢັ້ງ,​ພະ​ຍາ​ຍາມ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຜະ​ລິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ,​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ໄປ​ສູ່​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ ຢ່າງ​ໝັ້ນ​ຄົງ​ແລະ​ເດັດ​ຂາດ.

ໂດ​ຍປະ​ເຊີນ​ກັບ​ຄວາມ​ມຸ່ງ​ຫວັງ​ອັນ​ແຮງ​ກ້າ​ຂອງ​ປະຊາຊົນຕື້​ກວ່າ​ຄົນ,​ຜູ່​ນຳ​ພັກ​ຄອມ​ມູ​ນິດ​ຈີນ​ຊຸດໃໝ່​ນີ້​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອັນ​ເດັດ​ຂາດ​ວ່າ:​"ພາ​ລະ​ໜ້າ​ທີ່​ໜັກ​ກວ່າ​ພູ​ໄທ້​ຊ່ານ,​ພາ​ລະ​ກິດ​ໜັກ​ໜ່ວງ​ແລະ​ຕ້ອງ​ໃຊ້​ເວ​ລາ​ຍາວ​ນານ.​ພວກ​ເຮົາ​ຕ້ອງ​ຄິດ​ນຳ​ເລື່ອງ​ທີ່​ປະ​ຊາ ຊົນ​ຄິດ​ນັ້ນ​ຢູ່​ສະ​ເໝີ,​ຮ່ວມ​ທຸກ​ຮ່ວມ​ສຸກ​ກັບ​ປະ​ຊາ​ຊົນ,​ສາ​ມັກ​ຄີ​ແລະ​ຮ່ວມ​ກັບ​ປະ​ຊາ​ຊົນ​ໃນ​ການ​ບຸກ​ບືນ​ສູ້​ຊົນ,​ເຮັດ​ວຽກ​ງານ​ຕະ​ຫຼອດ​ມື້​ຕະ​ຫຼອດ​ຄືນ​ແລະ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ,​ພະ​ຍາ​ຍາມ​ມອບ​ຄຳ​ຕອບ​ທີ່​ເພີ່ງ​ພໍ​ໃຈ​ໃຫ້​ແກ່​ປະ​ຫວັດ​ສາດ​ແລະ​ປະ​ຊາ​ຊົນ."