ມົງ​ໂກ​ລີ​ແລະ​ລາວ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ

(GMT+08:00) 2012-11-16 17:22:23     cri
ກອງ​ປະຊຸມ​ຄັ້ງ​ທີ9​ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ລະຫວ່າງ​ລັດຖະບານ​ມົງ​ໂກ​ລີ​ກັບ​ລາວ​ໄດ້​ຈັດ​ຂຶ້ນ​​ໃນ​ວັນ​ທີ15​ພະຈິກ​ນີ້​ທີ່​ກະຊວງ​ການ​ຕ່າງປະ​ເທດ​ມົງ​ໂກ​ລີ,ສອງ​ຝ່າຍ​ໄດ້​ກ່າວ​ເນັ້ນ​ວ່າ​ຈະ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ຕື່ມ​ອີກ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ມົງ​ໂກ​ລີ​ກ່າວ​ວ່າ,​ເພື່ອ​ເປີດ​ກວ້າງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ໃນ​ໄລຍະ​ຍາວ,ມົງ​ໂກ​ລີ​ຈະ​ເຊົ່າ​ທີ່​ດິນ1​ໝື່ນ​ເຮັກຕາ​ຈາກ​ລາວ​ເພື່ອ​ພັດທະນາ​ການ​ປູກຝັງ​ແລະ​ສ້າງ​ຕັ້ງໂຮງງານປຸງ​ແຕ່ງ​ໄມ້ ເປັນ​​ໄລຍະ​ຍາວ​,ນອກ​ນີ້,ມົງ​ໂກ​ລີ​ຍັງ​ຈະ​ເຊົ່າທີ່​ດິນ20​ເຮັກຕາ​ຢູ່​ໃນ​ເຂດ​ເສດຖະກິດ​ພິ​ເສດ​ຂອງ​ລາວ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ພັດທະນາ​ການ​ຄ້າ,ການ​ຜະລິດ​ແລະ​ການ​ບໍລິການ.

ມື້​ດຽວ​ກັນ,ສອງ​ຝ່າຍ​ຍັງ​ໄດ້​ລົງ​ນາມ​ໃນ​ອະນຸ​ສັນຍາ​ກອງ​ປະຊຸມ,​ແຜນການ​ຮ່ວມ​ມື​ທາງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ລະຫວ່າງ​ສອງ​ປະ​ເທດ​ປີ2012​ຫາ2016,​ແຜນ​ການ​ຮ່ວມ​ມື​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ລະ​ຫວ່າງ​ສອງ​ປະ​ເທດ​ປີ​2012​ຫາ​ປີ​2014​ຕື່ມ​ອີກ.