ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ, ທ່ານ​ສີຈິ້ນຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃໝ່, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ຜູ້ນຳ​ອື່ນໆ​​ໄດ້​ພົບ​ປະ​ຢ່າງ​ໃກ້ຊິດກັບ​ຜູ້ຕາງໜ້າ, ຜູ້ຕາງໜ້າ​ພິ​ເສດ​ແລະ​ຜູ້​​ແທນທີ່​ມາ​ປະຊຸມ​ກອງ​ປະຊຸມ​ໃຫຍ່​ຜູ້​​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ18ຂອງ​ພັກ​ກອມ​ມູນິດ​ຈີນ​ແລະ​ກ່າວ​ຄຳ​ປາ​​ໄສທີ່​ມີ​ເນື້ອ​ໃນ​ສຳຄັນ

(GMT+08:00) 2012-11-16 17:02:55     cri

ໃນຕອນ​ບ່າຍ​ວັນ​ທີ15ພະຈິກ​ນີ້, ຢູ່​ທີ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ, ທ່ານສີຈິ້ນຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃໝ່, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ​ແລະກຳມະການ​ປະຈຳ​ອື່ນໆກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ17 ​ພ້ອມ​ດ້ວຍ​ກຳມະການ​ປະຈຳ​ອື່ນໆ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ18  ​ໄດ້​ພົບປະຢ່າງ​ໃກ້ຊິດ​ກັບ​ຜູ້ຕາງໜ້າ, ຜູ້​ແທນ​ພິ​ເສດ​ແລະ​ຜູ້​ແທນ​ທີ່​ມາຮ່ວມ​ປະຊຸມ​ກອງ​ປະຊຸມ​ໃຫຍ່​ຜູ້​​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ18ຂອງ​ພັກ​ກອມ​ມູນິດ​ຈີນ, ​ແລະ​ຖ່າ​ຍຮູບຮ່ວມກັນ​ເປັນ​ທີ່​ລະ​ລຶກ.



ພາຍ​ໃຕ້​ສຽງ​ຕົບມື​ຊົມ​ເຊີຍຢ່າງສຸດ​ອົກ​ສຸດ​ໃຈ, ທ່າ​ນຫູ​ຈິນທ່າວ, ປະທານ​ປະ​ເທດ​ຈີນ, ທ່ານ​ສີ​ຈິ້ນຜິ​ງ ​ໄດ້​ກ່າວ​ຄຳ​ປາ​ໄສທີ່​ມີ​ເນື້ອ​ໃນ​ສຳຄັນ.



ທ່ານ​ຫູ​ຈິນທ່າວ​ກ່າວ​ເນັ້ນ​ໃນ​ຄຳ​ປາ​ໄສ​ວ່າ, ພາຍ​ໃຕ້​ຄວາມ​ພະຍາຍາມ​ພ້ອມ​ກັນ​ຂອງ​ຜູ້​ແທນ​ທຸກຄົບ​ຖ້ວນ​ໜ້າ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ18ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຮັບຜົນສຳ​ເລັດ​​ຢ່າງ​ຈົບງາມ, ​ແມ່ນ​ກອງ​ປະຊຸມ​ໃຫຍ່​​​ຄັ້ງ​ໜຶ່ງທີ່​​ໄດ້ເຊີດ​ຊູ​ຄັນ​ທຸງ​ຢ່າງ​ສູງ​ສົ່ງ, ສືບ​ຕໍ່​ຂະຫຍາຍ​ພາລະ​ກິດ​ຂອງ​ຄົນ​ຮຸ້ນ​ກ່ອນ, ສາມັກຄີ​ສູ້​ຊົນ​ກ້າວ​ໄປ​ໜ້າ. ຕັ້ງ​ໃຈ​ຮ່ຳຮຽນ​ແລະ​ຈັດ​ຕັ້ງ​ປະຕິບັດ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ18ຂອງ​ພັກ​ກອມ​ມູນິດ​ຈີນ​ແມ່ນ​ໜ້າ​ທີ່​ການ​ເມືອງ​ອັນ​ສຳຄັນ​ໃນ​ປະຈຸ​ບັນ​ຂອງ​ພວກ​ເຮົາ. ຫວັງ​ຢ່າງ​ຈິງ​ໃຈ​ວ່າພາຍ​ໃຕ້​ການ​ນຳພາຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ທີ່​ມີ​ທ່ານ​ສີ​ຈິ້ນ​ຜິ​ງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ເປັນ​ຜູ້ນຳ, ທົ່ວ​ພັກ​ທົ່ວ​ກອງທັບ​​ແລະປະຊາຊົນ​ເຜົ່າ​ຕ່າງໆທົ່ວ​ປະ​ເທດ​ຈະ​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ໝັ້ນຄົງ​ແລະ​ເດັດຂາດ, ປົດ​ປ່ອຍ​ແນວຄິດ, ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ, ​ເຕົ້າ​ໂຮມ​ກຳລັງ, ຜ່ານ​ຜາ​ຄວາມ​ຫຍຸ້ງຍາກ, ສູ້​ຊົນ​ເພື່ອ​ສ້າງ​ສຳ​ເລັດ​ສັງຄົມ​ທີ່​ອີ່ມ​ໜຳ​ສຳລານ​ຢ່າງຮອບດ້ານ, ຍາດ​ເອົາ​ໄຊຊະນະ​​ໃໝ່​ຂອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ. ​ໄຊຊະນະ​​​​ອັນ​ຍິ່ງ​ໃຫຍ່​ຕ້ອງ​ເປັນ​ຂອງ​ພັກພວກ​ເຮົາ, ​ໄຊ​ຊະນະ​ທີ່​ຍິ່ງ​ໃຫຍ່​ຕ້ອ​ງ​ເປັນ​ຂອງ​ປະເທດພວກ​ເຮົາ,ໄຊນະນະອັນຍິ່ງໃຫຍ່ຕ້ອງເປັນຂອງ​ປະຊາຊົນຂອງ​ພວກ​ເຮົາ.

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ໃນ​ຄຳ​ປາ​ໄສ​ວ່າ, ສູນ​ກາງ​ພັກ​ທີ່​ນຳພາ​ໂດຍ​ທ່ານ​ຫູ​ຈິນທ່າວ, ​ເລຂາທິການ​ໃຫຍ່, ​ໄດ້​ສາມັກຄີ​ແລະ​ນຳພາ​ປະຊາຊົນ​ບັນດາ​ເຜົ່າ​ທົ່ວ​ປະ​ເທດ, ​ໄດ້​ຮັບຜົນສຳ​ເລັດ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງທີ່​ປະ​ຈັກ​ຕາ​ຕໍ່​ຊາວໂລກ. ​ເພື່ອ​ສືບ​ຕໍ່​ຂະຫຍາຍ​ພາລະ​ກິດ​ຂອງ​ພັກ​ແລະ​ປະຊາຊົນ​ຮຸ່ນ​ກ່ອນ, ທ່ານ​ຫູ​ຈິນທ່າວ, ທ່ານ​ອູ​ປາງ​ກົວະ, ທ່ານ​ເວີ່ນ​ເຈ່ຍ​ປາວ, ທ່ານ​ເຈຍ​ຊິ້ງລິນ, ທ່ານ​ຫຼີສາງ​ຊຸ່ນ, ທ່ານ​ເຮີ້​ກົວສຽງ, ທ່ານ​ໂຈ່​ວ​ຢົງ​ຄ່າງ​ແລະ​ສະຫາຍ​ອື່ນໆ, ​ໄດ້​ພ້ອມ​ກັນລາ​ອອກ​ຈາກ​ຕຳ​ແໜ່​ງນຳພາ​ສູນ​ກາງ​ພັກ, ​ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງຄຸນສົມ​ບັດ​ຢ່າງ​ສູ​ງສົ່ງ​. ພວກ​ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຢ່າງ​ສູງ​ສົ່ງ​ຕໍ່ພວກ​ເພິ່ນ. ຄຳ​ປາ​ໄສ​ຂອງ​ທ່ານ​ຫູ​ຈິນທ່າວ​ໃນ​ເມື່ອ​ກີ້​ນີ້, ​ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ຈິງ​ໃຈ​ແລະບົ່ມ​ຊ້ອນໄປ​ດ້ວຍ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ, ​ເພື່ອຊຸກຍູ້​ໃຫ້​ຄົນຮຸ່ນ​ໃໝ່​ໄດ້​ສືບ​ຕໍ່ສູ້​ຊົນ​ກ້າວ​ໄປ​ໜ້າ, ​ແມ່ນ​ການ​ໃຫ້​ກຳລັງ​ໃຈ​ທີ່​ຈິງ​ໃຈ​​ແລະ​ການ​ຊຸກຍູ້​ທີ່​ໃຫຍ່​ຫຼວງ​ຕໍ່​ພວກ​ເຮົາ.
ພວກ​ເຮົາ​ຕ້ອງ​ຈື່​ຈຳຕໍ່​ຄຳ​ສັ່ງສອນ​ນີ້ຢ່າງ​ແໜ້ນ​ໜຽວ​ແລະ​ເດັດຂາດ, ຕັ້ງ​ໃຈ​ຮ່ຳຮຽນ​ແລະ​ເຜີຍ​ແຜ່​ຈັດ​ຕັ້ງ​ປະຕິບັດ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ18, ສາມັກຄີ​ແລະຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​, ບຸກ​ເບີກ​ແລະ​ຂະຫຍາຍ​ກ້າວ​ໄປ​ໜ້າ, ​ແລະ​ຝາກຝັງ​ພາລະກິດ​ທີ່​ໜັກໜ່ວງ​ນີ້​ດ້ວຍ​ການອອກ​ແຮງ​ສູ້​ຊົນ​ເພື່ອ​ສ້າງ​ສຳ​ເລັດ​ສັງຄົມ​ທີ່​ອີ່ມ​ໜຳ​ສຳລານ​ຢ່າງ​ຮອບດ້ານ.

ຄຳ​ປາ​ໄສ​ຂອງ​ທ່ານ​ຫູ​ຈິນທ່າວ,ປະທານ​ປະ​ເທດ​ຈີນ ​ແລະ​ທ່ານ​ສີຈິ້ນຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃໝ່, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ​ໄດ້​ຮັບ​ສຽງ​ຕົບມື​ຊົມ​ເຊີຍຢ່າງ​ສຸດ​ອົກ​ສຸດ​ໃຈ​​ ​ເປັນ​ເວລາ​ຍາວ​ນານຈາກ​ຜູ້ຮ່ວມ​ປະຊຸມ​ທັງຫຼາຍ.